Ad

Ad

15 September 2014

ແນວຄິດໃໝ່ຂອງນັກທຸລະກິດລາວສ້າງຟາມລ້ຽງງົວຂະໜາດໃຫຍ່ຢູ່ແຂວງສະຫວັນນະເຂດ



   ຕາມການໃຫ້ສຳພາດຜ່ານໂທທລະສັບຂອງທ່ານ ບຸນທຽນ ສົມທະບູນ, ຫົວໜ້າຂະແໜງ ລ້ຽງສັດ ແລະ ການປະມົງ, ແຂວງສະຫວັນນະເຂດໃນວັນທີ 12 ກັນຍານີ້ໃຫ້ຮູ້ວ່າ: ປັດຈຸບັນຢູ່ແຂວງຂອງຕົນໄດ້ມີນັກທຸລະກິດພາຍໃນທ້ອງຖິ່ນຊື່ທ່ານ ສີ ພັນດອນ ມີໄຊ ໄດ້ມີແນວຄວາມຄິດໃໝ່ກ້າເຮັດກ້າທຳດ້ວຍການລົງທຶນສ້າງຟາມລ້ຽງງົວຂະໜາດໃຫຍ່ ຢູ່ບ້ານເລົ່າຫລວງ, ເມືອງພະລານໄຊ ແຂວງສະຫວັນນະເຂດ ໂດຍມີ ຊື່ວ່າ: “ຟາມ ມີໄຊ”, ມີເນື້ອທີ່ກວ້າງ 270 ກວ່າເຮັກຕາ, ດວ້ຍມູນຄ່າການ ລົງທຶນສູງເຖິງ 32 ຕື້ກວ່າກີບ, ເປັນ ທຶນສ່ວນຕົວ 100% ຊຶ່ງປັດຈຸບັນແມ່ນພວມເລັ່ງກໍ່ສ້າງພື້ນຖານໂຄ່ງລ່າງຂອງຟາມ, ໃນ ເນື່ອທີ່ 200 ກວ່າເຮັກຕາເພື່ອປູກຫຍ້າເປັນອາຫານສັດ ແລະ ລ້ຽງສັດ ໃນເນື່ອທີ່ 70 ກວ່າເຮັກຕາ, ຊຶ່ງ ງົວທີ່ຈະນຳມາ ລ້ຽງມີ  5 ສາຍພັນດ້ວຍຄື  ພັນສະໂລເລໃຫຍ່ (ງົວພັນໃຫຍ່), ພັນອິນໂດລາ ຊິນ, ພັນບາມັນແດງ, ພັນມາມັນສີ ເທົາ ແລະ ງົວພັນ ພື້ນບ້ານ, ຊຶ່ງ ພໍ່-ແມ່ພັນແມ່ນນຳເຂົ້າຈາກປະເທດໄທ ແລະ ພາຍໃນປະເທດ, ໃນນັ້ນງົວແມ່ພັນ 800 ໂຕ, ງົວພໍ່ພັນ 80 ໂຕ, ຄາດວ່າຈະມີຄອກ ງົວ 40 ຫຼັງ, ພ້ອມດ້ວຍຫ້ອງການຄົບຊຸດ ໂດຍມີວິຊາການ ຈາກປະເທດໄທ ແລະ ຫວຽດນາມ
ເພື່ອໃຫ້ ຄຳປຶກສາດ້ານການລ້ຽງ, ນອກນັ້ນ ຟາມແຫ່ງນີ້ຍັງຈະປູກມັນຕົນ, ສາລີ ແລະ ອື່ນໆ, ເພື່ອເປັນອາຫານສັດນຳ ອອກໂດຍລວມ ແລ້ວຈຸດປະສົງຂອງ ຟາມແມ່ນແນໃສ່ຕອບສະໜອງສະບຽງອາຫານ, (ຊີ້ນງົວ) ຢູ່ພາຍໃນ ແລະ ສົ່ງອອກເ ປັນສິນຄ້າໃນ ອະນາຄົດ ແລະ ຈະເປັນ ສ່ວນປະກອບສຳຄັນເຂົ້າໃນການກະຕຸກຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ຫຼາຍຂຶ້ນ, ເພາະການລ້ຽງ ງົວແບບເປັນຟາມນີ້, ບໍ່ມີກາບຸກລຸກປ່າໄມ້ທຳມະຊາດ, ບໍ່ທຳລາຍສິ່ງແວດລ້ອມ ແລະ ໃນອະນາຄົດ ຟາມແຫ່ງນີ້ຈະເປັນບ່ອນສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນ ແລະ ຊ່ວຍເຂົາເຈົ້າມີລາຍຮັບຖາວອນ ເພື່ອກ້າວໄປສູ່ ການລືບລ້າງຄວາມທຸກຍາກໄດ້ຢ່າງສິນເຊີງ.
    ທ່ານຫົວໜ້າຂະແໜງ ລ້ຽງສັດ ແລະ ການປະມົງໃຫຮູ້ ອີກວ່າ: ການລົງທຶນແມ່ນສອດຄ່ອງແນວທາງນະໂຍບາຍຂອງລັດ  ຖະບານ, ເພື່ອຊຸກຍູ້ສົ່ງເສີມການຄ້ຳປະກັນດ້ານສະບຽງ ອາຫານ ແລະ ຂາຍເປັນສິນຄ້າ, ໃນຄວາມສຳຄັນນີ້ກະຊວງກະ ສິກຳ ກໍຄືລັດຖະບານໄດ້ມອບໝາຍໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງສະຫວັນນະເຂດ ເປັນເຈົ້າການຊຸກຍູ້ສົ່ງເສີມໃຫ້ ຄຳປຶກສາ ແລະ ຊ່ວຍເຫຼືອໃນດ້ານຕ່າງໆແກ່ຜູ້ລົງທຶນເຮັດແນວໃດໃຫ້ເຂົາເຈົ້າສາມາດດຳ ເນີນງານສະດວກແລໄປຕາມຈຸດ ປະສົງ ແລະ ເປົ້າໝາຍຂອງຜູ້ລົງທຶນ.
    ແຂວງສະຫວັນນະເຂດມີທັງໝົດ 15 ເມືອງ, ໃນນັ້ນແຂວງໄດ້ ຈັດສັນອອກເປັນ 3 ເຂດເພື່ອຊຸກຍູ້ສົ່ງເສີມໃຫ້ກະສິກອນ ປູກຝັ່ງ, ລ້ຽງສັງເພື່ອຄ້ຳປະກັນສະບຽງອາຫານລະຜະລິດເປັນສິນ ຄ້າຄື ເຂດທົ່ງພຽງເລາະຕາມແຄມແມ່ນ້ຳຂອງມີ 4 ເມືອງ, ເຂດທົ່ງພຽງກາງມີ  10 ເມືອງ ແລະ ເຂດພູດອຍ -ເຄິ່ງພູດອຍມີ 1 ເມືອງ.

No comments:

Post a Comment