Ad

Ad

15 September 2014

ນັກສຶກສາລາວ 50 ຄົນໄດ້ຮັບທຶນໄປຮຽນຢູ່ປະເທດອົດສະຕຣາລີ



    ພິທີມອບທຶນການສຶກສາຈາກ ລັດຖະບານປະເທດອົດສະຕາລີ ຈຳນວນ 50 ທຶນໃຫ້ແກ່ນັກສຶກສາລາວໃນລະດັບປະລິນ ຍາຕີ ແລະ ປະລິນຍາໂທ ໄປຮຽນຢູ່ປະ ເທດອົດສະຕາລີ, ມີຂຶ້ນໃນວັນທີ 12 ກັນຍາຜ່ານມານີ້, ຢູ່ນະຄອນ ຫລວງວຽງຈັນ, ໃຫ້ກຽດມອບໂດຍທ່ານ ຄຣິດສະໂຕເຟີ ພາຍ ລັດຖະມົນຕີກະຊວງສຶກສາອົດ ສະຕຣາລີ, ມີທ່ານນາງ ແສງ ເດືອນ ຫລ້າຈັນ ທະບູນ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກ ສາທິການ ແລະ ກິລາ, ທ່ານ ຈອນວິນລຽມເອກອັກຄະ ລັດຖະທູດ ອົດສະຕຣາລີປະຈຳລາວເຂົ້າຮ່ວມ.ການມອບທຶນການສຶກສາດັ່ງກ່າວແມ່ນເພື່ອເພີ່ມໂອກາດໃນການຮຽນຮູ້ ແລະ ພັດທະ ນາທັກສະການສຶກສາພື້ນຖານເຂັ້ມແຂງ ແລະ ນຳບົດຮຽນປະສົບການກັບມາພັດທະນາປະເທດຊາດ, ທັງເປັນການເສີມ ສ້າງສາຍພົວ ພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ແໜ້ນແຟ້ນກວ່າ.   
     ທ່ານລັດຖະມົນຕີກະຊວງສຶກສາອົດສະຕຣາລີກວ່າວ່າ: ໂຄງການສະໜັບສະໜູນທຶນການສຶກສາຂອງລັດຖະບານອົດສະ ຕຣາລີ, ແມ່ນມີຄວາມສຳຄັນຫລາຍໃນການປະກອບສ່ວນ ຊ່ວຍເຫລືອເພື່ອການພັດທະນາຢູ່ໃນບັນດາປະເທດຕ່າງໆລວມທັງ ສປປ ລາວ ແລະ ພາກພື້ນອາຊີ ປາຊີຟິກ, ມາຮອດປັດຈຸບັນອະ ດີດນັກສຶກສາລາວທີ່ຮຽນຈົບ ຈາກປະເທດອົດສະຕຣາລີ
ຫລາຍກວ່າ 1 ພັນຄົນໄດ້ກາຍເປັນພະນັກງານການນຳທີ່ມີບົດບາດໃນພາກລັດຂອງລາວ, ເຊັ່ນດຽວກັບນັກສຶກສາທີ່ໄດ້ຮັບທຶນ ຈາກລັດຖະບານອົດສະຕຣາລີ 50 ຄົນ ໃນປີນີ້ກໍຈະມີການພັດ ທະນາຕົນເອງຢ່າງຕັ້ງໜ້າ ແລະ ນຳເອົາບົດຮຽນປະສົບການ ຂອງປະເທດອົດສະຕຣາລີກັບ ມາພັດທະນາ ສປປ ລາວ ໃຫ້ຈະເລີນກ້າວໜ້າ.
      ໃນແຕ່ລະປີ, ລັດຖະບານອົດສະຕຣາລີ, ໄດ້ສະໜອງທຶນການສຶກສາໃຫ້ແກ່ລາວຈຳນວນ 50 ທຶນເພື່ອໄປສຶກສາລະດັບ ປະລິນຍາຕີ ແລະ ໂທດ້ານວິຊາສະເພາະ ແລະ ຫລັກສູດທີ່ເຂົ້າເຈົ້າເລືອກຮຽນ.
    ສຳລັບສົກປີ 2014-2015 ລັດຖະບານອົດສະຕຣາລີ, ໄດ້ອະນຸມັດທຶນຊ່ວຍເຫລືອເພື່ອການພັດທະນາຢູ່ລາວມູນຄ່າ 60 ລ້ານ ໂດລາອົດສະຕຣາລີ, ເຊິ່ງແຜນງານນີ້, ຈະສຸມໃສ່ໂຄງການ ດ້ານການສຶກສາ ແລະ ພັດທະ ນາຊັບພະຍາກອນມະນຸດ, ການ ພັດທະນາຊົນນະບົດ, ການເກັບກູ້ລະເບີດບໍ່ທັນແຕກລວມທັງ ການຄ້າ, ການລົງທຶນ ແລະ ການຄຸ້ມຄອງຊັບພະຍາ ກອນທຳມະຊາດ.
    ໃນໂອກາດນີ້, ທ່ານລັດຖະມົນ ຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາລາວທ່ານນາງ ແສງເດືອນ ຫລ້າຈັນທະ ບູນ ໄດ້ເນັ້ນໃຫ້ນັກສຶກສາທຸກຄົນຕັ້ງໜ້າຄົ້ນຄ້ວາຮ່ຳຮຽນ ແລະ ຖອດ ຖອນເອົາບົດຮຽນຈາກປະເທດອົດສະຕຣາລີ, ເຊິ່ງ ເປັນປະເທດທີ່ມີການພັດທະນາສູງ, ເພື່ອເອົາມານຳໃຊ້ເຂົ້າໃນວຽກງານຕົວຈິງ, ລັດຖະບານໄດ້ຝາກຄວາມຫວັງກັບນັກ ສຶກສາທັງໝົດທີ່ຈະກາຍເປັນຜູ້ມີຄວາມຮູ້ຄວາມສາມາດ ແລະ ເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃນຕໍ່ໜ້າ.

No comments:

Post a Comment