Ad

Ad

15 September 2014

ລົງນາມບົດບັນທຶກຄວາມເຂົ້າ ໃຈອອກແບບໂຄງການກໍ່ສ້າງທາງລົດໄຟຄວາມໄວສູງສະຫວັນນະເຂດ-ລາວບາວ



     ພິທີລົງນາມບົດບັນທຶກຄວາມເຂົ້າໃຈການອອກແບບໂຄງການກໍ່ສ້າງທາງລົດໄຟ ຄວາມໄວສູງ, ແຕ່ແຂວງສະຫວັນນະເຂດ ຫາລາວລາວຊາຍແດນຫວຽດນາມ, ຍາວ 220 ກິໂລແມັດ, ມີຂຶ້ນໃນຕອນແລງວັນທີ 12 ກັນຍານີ້, ຢູ່ ໂຮງແຮມດອນຈັນພາ ເລດ, ນະຄອນຫລວງວຽງຈັນລະຫວ່າງ ບໍລິສັດ ໄຈແອນ ລຽວ (Giant Rial Company) ແລະ ບໍລິສັດ ດີຈີແມບ ເອັສດີ ເອັນບີເຮັສດີ (Digimap Sdn Bhd) ຈາກປະ ເທດມາເລເຊຍ, ໂດຍມີຮອງ ນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະ ຊວງສຶກສາທິການ ແລະ ກິລາລາວ ດຣ ພັນຄຳ ວິພາ ວັນ ແລະ ທ່ານ ທັນ ສຣິມູຢີດິນ ໂມຮາມັດ ຢັດຊີນ ຮອງນາຍົກ ລັດຖະ ມົນຕີ, ລັດຖະມົນຕີວ່າການກະຊວງສຶກສາມາເລເຊຍ ເຂົ້າຮ່ວມເປັນສັກຂີພິຍານ.
     ບົດບັນທຶກດັ່ງກ່າວລະບຸວ່າ: ບໍລິສັດ ໄຈແອນ ລຽວ ເຊິ່ງເປັນຜູ້ໄດ້ຮັບອະນຸຍາດຈາກລັດຖະບານລາວສຳປະທານໂຄງ ການກໍ່ສ້າງທາງລົດໄຟຄວາມໄວສູງແຕ່ແຂວງສະຫວັນນະເຂດຫາ ລາວບາວຊາຍແດນ ສສ ຫວຽດນາມ, ໄດ້ມອບໝາຍໃຫ້ບໍ ລິສັດ ດີຈີແມບ ເອັສດີເອັນບີເຮັສດີ ເປັນຜູ້ບໍລິຫານຈັດການທັງໝົດ ໃນການປະສານງານກັບພາກ ສ່ວນກ່ຽວຂ້ອງລາວໃນ
ການສຳຫລວດ ແລະ ອອກແບບໂຄງ ການກໍ່ສ້າງທາງລົດໄຟສາຍດັ່ງກ່າວ, ເຊິ່ງຈະໄດ້ເລີ່ມລົງມືຈັດຕັ້ງປະຕິບັດພາຍ ຫລັງສຳ ເລັດການລົງນາມຄັ້ງນີ້.
    ໂຄງການກໍ່ສ້າງທາງລົດໄຟ ຄວາມໄວສູງສາຍນີ້, ແມ່ນໄດ້ມີ ການລົງນາມສັນຍາລະຫວ່າງ ກະຊວງໂຍທາທິການ ແລະ ຂົນ ສົ່ງຂອງລາວ ແລະ ບໍລິສັດ ໄຈ ແອນ ລຽວ ປະເທດມາເລເຊຍ ໃນກອງປະຊຸມສຸດຍອດອາຊຽນ-ເອີຣົບ ( Asean​​​- Europe ) ເມື່ອວັນທີ 5 ທັນວາ 2012 ໂດຍມີ ທ່ານ ທອງສິງ ທຳມະວົງ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານນາຍົກລັດຖະມົນຕີມາ ເລເຊຍ ດາໂຕະ ສຣີ ໂມຮາມັດ ນາຈິບ ບີນຕຸນ ອັບດຸນ ຣາຊັກ ເຂົ້າຮ່ວມເປັນສັກຂີພິຍານ.
   ໂຄງການດັ່ງກ່າວ, ຫາກ ມີການກໍ່ສ້າງສຳເລັດຕາມຈະ ຊ່ວຍໃຫ້ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດທະເລສາ ມາດ ອອກສູ່ທະເລໄດ້ຢ່າງສະ ດວກດີ, ໂດຍສະເພາະການ ເຊື່ອມຕໍ່ກັບທ່າເຮືອນ້ຳເລິກ ມຸຍ ຕຸຍ (Muy Tuy) ຢູ່ທາງທິດ ເໜືອແຂວງດານັງ ສສ ຫວຽດນາມ ເຊິ່ງຈະປະກອບສຳຄັນໃຫ້ແກ່ການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດໃນ ດ້ານການຄົມມານາຄົມຂົນສົ່ງໃນອາຊຽນ ແລະ ພາກພື້ນປາກົດຜົນເປັນຈິງ, ຂະນະດຽວກັນຍັງເປັນການກະຕຸກຊຸກຍູ້ໃຫ້ ແກ່ດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວເຕີບໃຫຍ່ຂະຫຍາຍົວເປັນຢ່າງດີ.

No comments:

Post a Comment