Ad

Ad

15 September 2014

ກອງປະຊຸມລັດຖະມົນຕີສຶກສາອາຊຽນຄັ້ງທີ 8 ອັດລົງດ້ວຍຜົນສຳເລັດຈົບງາມ



     ກອງປະຊຸມລັດຖະມົນຕີສຶກສາອາຊຽນຄັ້ງທີ 8, ກອງປະຊຸມລັດຖະມົນຕີສຶກ ສາອາຊຽນ+3 ຄັ້ງທີ 2  ແລະ ກອງປະ ຊຸມລັດຖະມົນຕີໃນກອບສຸດຍອດອາຊີຕາ ເວັນອອກ (EAS) ຄັ້ງທີ 2, ມີຂຶ້ນ ໃນວັນທີ 11-12 ກັນຍານີ້, ຢູ່ໂຮງ ແຮມດອນ ຈັນພາເລດ, ນະຄອນ ຫລວງວຽງຈັນ, ພາຍໃຕ້ການ ເປັນປະທານຂອງທ່ານ ດຣ ພັນ ຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິ ການ ແລະ ກິລາ ແລະ ກອງປະຊຸມໄດ້ປິດລົງ ດ້ວຍຜົນສຳເລັດອັນຈົບງາມ.
     ທ່ານຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີວ່າການກະຊວງ ສຶກສາທິການ ແລະ ກິລາ ດຣ ພັນຄຳ ວິພາວັນ ໄດ້ຖະ ແຫລງຜົນກອງປະຊຸມດັ່ງກ່າວວ່າ: ກອງປະຊຸມຄັ້ງນີ້, ໄດ້ມີການນຳ ສະເໜີ ແລະ ມອບຮັບບົດລາຍ ງານການສຶກສາອາຊຽນ (AS EAN State of Education Report) ປະຈຳສົກປີ 2013 ເຊິ່ງ ໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີ ຣົບ ແລະ ກອງປະຊຸມເຫັນດີຮັບຮອງເອົາຂອບວຸດທິການສຶກສາອາຊຽນ(ASEAN Qualification Reference
Frame work) ໃຫ້ແກ່ບັນດາປະເທດ ສະມາຊິກອາຊຽນ, ໄດ້ນຳໃຊ້ ບົນພື້ນຖານຄວາມສະໝັກໃຈ ຂອງແຕ່ລະປະເທດ, ໄດ້ຮັບຊາບ ແລະ ແລກປ່ຽນຄຳເຫັນໃສ່ບັນ ດາເນື້ອໃນຂອງວິໄສທັດດ້ານ ການສຶກສາຫລັງປີ 2015 ເພື່ອເປັນຄຳເຫັນອ້າງ ອີງໃຫ້ແກ່ກອງ ປະຊຸມໜ່ວຍງານວິຊາການປະ ຊາຄົມເສດຖະກິດ-ສັງຄົມອາ ຊຽນຄັ້ງທີ 2 ໃນວັນທີ 27 ກັນຍາ 2014 ທີ່ແຂງບາກັນ, ປະ ເທດມຽນມາ, ເຊິ່ງໜ່ວຍງານດັ່ງກ່າວໄດ້ຮັບມອບໝາຍໃຫ້ຮ່າງວິໄສທັດດ້ານປະຊາຄົມ ເສດຖະກິດ- ສັງຄົມອາຊຽນຫລັງປີ 2015, ຮັບຊາບເຖິງຄວາມພະຍາຍາມຂອງບັນດາເຈົ້າໜ້າທີ່ອາວຸໂສສຶກສາອາຊຽນ ເພື່ອຈັດກອງປະ ຊຸມສະເພາະຮ່ວມກັບ ກອງເລຂາຊີເມວເພື່ອສ້າງແຜນວຽກສຶກສາອາຊຽນໄລຍະ 5 ປີ (2016- 2020), ຮັບຊາບກ່ຽວ ກັບໂຄງ ການແລກປ່ຽນນັກ ຮຽນອາຊຽນ (ASEAN Student Exchange Programme), ຮັບຊາບການລາຍງານ ຄວາມຄືບໜ້າໃນການຈັດຕັ້ງປະ ຕິບັດບັນດາກິດຈະກຳພາຍໃຕ້ເຄືອຂ່າຍມະຫາວິທະຍາໄລອາຊຽນ (ASEANUniver sity Network) ແລະ ເຄືອຂ່າຍ ພັດ ທະນາການສຶກສາໃນຂະ ແໜງວິສາວະກຳສາດອາຊີຕາ ເວັນອອກສ່ຽງໃຕ້ຂອງເຄືອຂ່າຍມະ ຫາວິທະຍາໄລອາຊຽນ (AUN-SEED-Net), ຮັບຮອງເອົາຖະແຫລງການຮ່ວມ 9 ຂໍ້ ຂອງກອງປະຊຸມລັດຖະມົນຕີສືກ ສາອາຊຽນຄັ້ງທີ 8.
     ສຳລັບກອງປະຊຸມລັດຖະມົນ ຕີສຶກສາອາຊຽນ+3 ຄັ້ງທີ 2, ແມ່ນໄດ້ຮັບຊາບລາຍງານ ຄວາມຄືບໜ້າການຈັດຕັ້ງປະຕິ ບັດບັນດາກິດຈະກຳພາຍໃຕ້ ແຜນປະຕິບັດງານດ້ານການສຶກສາອາຊຽນ+3 ( APT Plan of Actoin on Education) 2010- 2017 ແລະ ເຫັນດີຮຽກຮ້ອງໃຫ້ບັນດາປະເທດສະມາຊິກເພີ່ມທະວີຄວາມພະຍາຍາມໃນການຈັດຕັ້ງປະຕິບັດແຜນ ດັ່ງກ່າວໃຫ້ສຳ ເລັດຕາມກຳນົດ, ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືກ່ຽວກັບ ການສຶກສາໃນດ້ານຕ່າງໆ, ໂດຍສະເພາະໂຄງ ການແລກປ່ຽນນັກສຶກສາ, ການເຝິກອົບ ຮົມວິຊາຊີບ ແລະ ດ້ານອື່ນໆ ທີ່ສົ່ງເສີມຜົນປະໂຫຍດຮ່ວມກັນ, ຮັບຊາບການກະ ກຽມກອງປະຊຸມວິຊາການກ່ຽວກັບວຽກງານປະກັນຄຸນນະພາບການສຶກສາ ໃນລະບົບການສຶກສາຊັ້ນສູງ ຂອງບັນດາປະ ເທດສະມາຊິກອາຊຽນ+3 ຄັ້ງທີ 2 ໃນວັນທີ 16 ຕຸລາ 2014 ທີ່ບາຫລີ, ປະເທດ ອິນໂດເນເຊຍ, ເຊິ່ງຈະສືບ ຕໍ່ປຶກສາຫາລື ກ່ຽວກັບເອກກະສານແນະນຳວ່າດ້ວຍການ ເຄື່ອນຍ້າຍຂອງນັກສຶກສາ ແລະ ການປະກັນຄຸນນະພາບໃນລະ ບົບການສຶກສາ ຊັ້ນສູງ ແລະ ຮັບຮອງເອົາຖະແຫລງການ ຮ່ວມ 14 ຂໍ້ຂອງກອງປະຊຸມລັດ ຖະມົນຕີສຶກສາອາຊຽນ+3 ຄັ້ງທີ 2.
     ສ່ວນກອງປະຊຸມລັດຖະມົນຕີສຶກສາໃນກອບສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 2, ແມ່ນໄດ້ຮັບຊາບແຜນປະຕິ ບັດງານເພື່ອຈັດຕັ້ງປະຕິບັດຖະ ແຫລງການພະນົມເປັນວ່າດ້ວຍຂໍ້ລິເລີ່ມການພັດທະນາໃນຂອບ (EAS) ທີ່ໄດ້ຮັບການຮັບ ຮອງເອົາໃນກອງປະຊຸມລັດຖະມົນຕີ ຕ່າງປະເທດໃນກອບ (EAS) ຄັ້ງທີ 4 ໃນວັນທີ 10 ສິງຫາ 2014 ທີ່ເນປີດໍ, ປະເທດ ມຽນມາ, ຮັບ ຊາບຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ເປັນບູລິມະສິດພາຍໃຕ້ແຜນປະຕິບັດງານ ດ້ານການສຶກສາໃນກອບ (EAS) 2011-2015 ຈຳນວນ 15 ໂຄງການ ແລະ ສະແດງຄວາມຊົມ ເຊີຍຕໍ່ການປະກອບສ່ວນ ອັນຫ້າວຫັນຂອງບັນດາປະເທດສະມາຊິກ, ເຫັນດີໃຫ້ ຈັດກອງປະຊຸມສະເພາະຂອງ ເຈົ້າໜ້າທີ່ອາວຸ ໂສອາຊຽນໃນຂອບ (EAS) ໃນປີ 2015 ເພື່ອວາງວິໄສທັດກ່ຽວກັບວຽກງານຂອງກອງປະຊຸມລັດຖະມົນຕີສືກສາອາ ຊຽນ ໃນກອບ (EAS) ຫລັງ ປີ 2015 ແລະ ຮັບຮອງເອົາ ຖະແຫລງການຮ່ວມ 13 ຂໍ້ຂອງ ກອງປະຊຸມລັດຖະມົນຕີສຶກສາ ອາ ຊຽນໃນກອບ (EAS) ຄັ້ງທີ 2.
     ຮອງນາຍົກລັດຖະມົນຕີ ດຣ ພັນຄຳ ວິພາວັນ ກ່າວວ່າ: ຕະຫລອດໄລຍະ 2 ປີ (2014- 2015) ທີ່ ສປປ ລາວ ໄດ້ຮັບໜ້າ ທີ່ເປັນປະທານນີ້, ພາຍໃຕ້ການ ຊີ້ນຳ-ນຳພາຂອງລັດຖະບານກໍຄືຄະນະນຳກະຊວງສຶກສາທິການ ແລະ ກິລາຂອງ ລາວພວກເຮົາຈະສາມາດປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນວຽກງານການ ສຶກສາໃນຂອບອາຊຽນ ແລະ ລະຫວ່າງອາຊຽນກັບ ພາຍນອກ ເພື່ອຮັບປະກັນໃຫ້ອາຊຽນໄດ້ຮັບການພັດທະນາຍິ່ງໆຂຶ້ນ ແລະ ກຽມພ້ອມເຊື່ອມໂຍງເປັນປະຊາຄົມເສດຖະກິດ ອາຊຽນໃນປີ 2015 ແລະ ປະເທດມາເລເຊຍ, ເຊິ່ງປັດຈຸບັນແມ່ນຮອງປະທານ ແລະ ຈະເປັນປະທານກໍຄືເຈົ້າ ພາບກອງປະ ຊຸມລັດຖະມົນຕີສຶກສາອາຊຽນຄັ້ງທີ 9, ກອງປະຊຸມລັດຖະມົນຕີສຶກສາອາຊຽນ+3 ແລະ ກອງປະຊຸມລັດຖະມົນຕີສຶກສາ ໃນຂອບ (EAS) ຄັ້ງທີ 3 ແລະ ກອງປະຊຸມປິ່ນອ້ອມອື່ນໆ.

No comments:

Post a Comment