Ad

Ad

15 September 2014

ລາວ-ກູບາເພີ່ມທະວີການຮ່ວມມືວຽກງານຕ່າງປະເທດ



    ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດແຫ່ງ ສປປ ລາວ, ໄດ້ໃຫ້ ກຽດ​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຢາມພົບປະ​ຂອງ​ທ່ານ ບຣູ​ໂນ ໂຣດຣິ​ເກັດ​ສ ປາຣິຢາ ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງ ປະ​ເທດ ສ.​ກູບາ ໃນ​ວັນ​ທີ 12 ກັນຍານີ້, ຢູ່ກະຊວງ​ການ​ຕ່າງປະ​ເທດ, ໃນ​ໂອກາດ​ເດີນ ທາງມາ ຢ້ຽມຢາມລາວຢ່າງ​ເປັນ​ທາງ​ການ ແລະ ໃນການພົບປະນັ້ນ,​ ສອງ​ຝ່າຍໄດ້ ແຈ້ງ​ໃຫ້​ກັນຊາ​ບ​ເຖິງສະພາບ​​ພົ້ນ​ເດັ່ນ​ຂອງ​ແ​ຕ່ລະ​ປະ​ເທດ ແລະ ຕີ​ລາຄາສູງຕໍ່ການ​ພົວ ພັນ​ຮ່ວມ​ມື​ທີ່​ມີ​ມູນ​ເຊື້ອລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານມາ, ພ້ອມ​ທັງ​ໄດ້​ປຶກສາ​ຫາລື ຊ່ອງທາງ​ສືບຕໍ່​ການ​ຮ່ວມ​ມືນຳ ກັນ​ໃນຕໍ່ໜ້າ.
    ຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ,​ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນດາ​ຜົນສຳ​ເລັດ​ທີ່ ສ.ກູ​ບາ ຍາດ​ມາ​ໄດ້​ໃນ​ການ​ພັດທະນາ ​ແລະ ປົກ​ປັກ​ຮັກ ສາ​ປະ​ເທດ​ຊາດ​ຂອງ​ຕົນ, ພ້ອມ ທັງໄດ້​ຕາງ​ໜ້າ​ໃຫ້ການນຳພັກ ແລະ ລັດຖະບານສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​​ເລິກ​ເຊິ່ງ ແລະ ຄວາມ​ຈິງ​ໃຈ​ຕໍ່​ການ​ຊ່ວຍ​ເຫລືອ​ອັນ​ໃຫຍ່​ຫລວງ​ຂອງ​ພັກ-ລັດຖະ ບານ ​ແລະ ປະຊາຊົນກູ​ບາອ້າຍ​
ນ້ອງໃຫ້​ແກ່​ພາລະກິດຕໍ່ສູ້ເພື່ອ​ເອກະລາດ​ແຫ່ງ​ຊາດຂອງ​ປະຊາ ຊົນ​ລາວ​ໃນ​ເມື່ອ​ກ່ອນກໍ​ຄື​ໃນ​ໄລ ຍະ​ປົກ​ປັກ​ຮັກສາ ​ແລະ ສ້າງ ສາ​ປະ​ເທດ​ ສປປ ລາວ ​ໃນ​ປັດຈຸບັນ, ພ້ອມ​ທັງ​ອວຍພອນ​ໃຫ້​ປະຊາຊົນ ກູ​ບາໂດຍພາຍ​ໃຕ້​ການ​ນຳພາ​ຂອງ​ພັກກອມ​ມູນິດກູ​ບາ​ໃຫ້​ນັບ​ມື້ນັບ​ຈະ​ເລີ​ນກ້າວໜ້າ.
     ໂອກາດນີ້, ທ່ານ ບຣູ​ໂນ ໂຣດຣິ​ເກັດ​ສ໌ ​ປາຣິຢາ ກໍໄດ້​ສະ​ແດງ​ຄວາມດີ​ໃຈ​ທີ່​ໄດ້​ມີ​ໂອກາດ​ມາ​ຢ້ຽມຢາມ​ລາວ ແລະ ໄດ້​ເຫັນ ສະພາບ​ການ​ພັດທະນາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ລາວ​ອ້າຍ​ນ້ອງ, ພ້ອມທັງ​ຢືນ​ຢັນ​ຄືນ​ແນວທາງ​ຂອງ​ພັກ ​ແລະ ລັດຖະບານ ກູ​ບາ​ໃນ​ການ​ສືບຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ແລະ ການ​ຮ່ວມ​ມືທີ່​ມີ​ມູນ​ເຊື້ອລະຫວ່າງ​ສອງ​ພັກ, ລັດຖະບານ ​ແລະ ປະຊາ ຊົນ​ສອງ​ຊາດກູບາ-ລາວ.
      ການ​ຢ້ຽມຢາມ ສປປ ລາວ ຂ​ອງທ່ານ ບຣູ​ໂນ ​ໂຣດຣິ​ເກັດ​ສ໌ ປາຣິຢາ ຄັ້ງນີ້​ເປັນ​ເຫດການ​ສຳ ຄັນອັນຍິ່ງ​ໃຫຍ່​ໃນ​ການ​ພົວພັນ ລະຫວ່າງ ສປປ ລາວ ​ແລະ ສ ກູ​ບາ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ຖານ​ອ້າຍ​ນ້ອງ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງສອງ​ປະ​ເທດກໍ​ຄືປະຊາຊົນ​ສອງ​ຊາດ ລາວ-ກູ​ບາ ທີ່​ມີ​ມາ​ດົນ​ນານ​ນ້ັນ​ໃຫ້​ນັບ​ມື້​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ມີ​ປະສິດທິ​ຜົນ​ຍິ່ງໆ​ຂຶ້ນ​ ​ເພື່ອ​ຜົນປະ​ໂຫຍ​ດລວມຂອງ​ທັງ​ສອງ​ປະ​ເທດກໍ​ຄື​ເພື່ອ​ພາລະ ກິດ​ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ພາກພື້ນ ​ແລະ ໃນ​​ໂລກ.

No comments:

Post a Comment