Ad

Ad

16 September 2014

ເມືອງສັງທອງຈະສຸມໃສ່ຍົກສະມັດຕະພາບການຜະລິດເຂົ້າໃຫ້ບັນລຸ 5ໂຕນ /ເຮັກຕາ

       ຫ້ອງການກະສິກຳເມືອງສັງ ທອງໃຫ້ຮູ້ວ່າ: ສັງທອງມີແຜນ ຈະຍົກສູງສະມັດຖະພາບການ ຜະລິດເຂົ້ານາປີ-ນາແຊງ, ດ້ວຍພັນເຂົ້າພື້ນເມືອງ ແລະ ພັນເຂົ້າປັບປຸງທີ່ມີຄຸນນະພາບຈາກ 4,7 ໂຕນ/ເຮັກຕາ ຂຶ້ນເປັນ 5,01 /ເຮັກຕາ, ໃນປີ 2015- 2020, ເພື່ອຮັບປະກັນໃຫ້ມີເຂົ້າກຸ້ມກິນຕະຫຼອດປີ ແລະ ຈຳໜ່າຍເປັນ ສິນຄ້າສ້າງລາຍຮັບໃຫ້ປະຊາຊົນ, ພ້ອມທັງຊຸກ ຍູ້ສົ່ງເສີມໃຫ້ປະຊາຊົນປູກພືດເປັນສິນຄ້າ, ປັບປຸງການລ້ຽງສັດແບບທຳມະຊາດ, ຕາມແນວທາງນະໂຍບາຍຂອງລັດຖະບານ, ພ້ອມນັ້ນ ກໍຕ້ອງຊຸກຍູ້ສົ່ງເສີມຂະຫຍາຍກອງທືນຂັ້ນບ້ານດ້ວຍຫຼາຍຮູບການ, ອາດຈະເປັນທຶນທີ່ປະຊາຊົນສ້າງຂຶ້ນເອງ, ການປະກອບ ສ່ວນຂອງລັດ  ແລະ ການລະດົມ ທຶນຈາກອົງການຈັດຕັ້ງອື່ນໆ, ໃນເບື້ອງຕົ້ນໃຫ້ບັນລຸຄາດໝາຍສູ້ຊົນ 18 ບ້ານຂຶ້ນເປັນ 25 ບ້ານ ເປັນຢ່າງໜ້ອຍ.
    ແຕ່ເພື່ອໃຫ້ການຈັດຕັ້ງປະຕິບັດສຳເລັດຕາມແຜນການ, ຄະນະອຳນາດການປົກຄອງທຸກຂັ້ນຕ້ອງເອົາໃຈໃສ່ຄົ້ນຄວ້າເຊືອມ ຊຶມ, ກຳແໜ້ນບັນດາມັດຕິຄຳສັ່ງ, ຄາດໝາຍໃນການພັດທະນາ ແລະ ຄາດໝາຍສູ້ຊົນຕ່າງໆ ເພື່ອນຳໄປເຜີຍແຜ່ໃຫ້ປະຊາ ຊົນໄດ້ຮັບຮູ້, ເຂົ້າໃຈເລິກເຊິ່ງທົ່ວເຖິງ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕາມແຜນງານ, ແຜນການ, ພ້ອມນັ້ນພາກສ່ວນກ່ຽວຂ້ອງກໍຈະຕ້ອງສືບຕໍ່ສົງພະນັກງານວິຊາການລົງຮາກຖານເພື່ອຕິດຕາມໃກ້ຊິດຕິດແທດກັບປະຊາ
ຊົນ,ນຳພາປະຊາຊົນສ້າງແຜນການຮ່ວມກັບຄອບຄົວ ແລະ ກຸ່ມບ້ານໃຫ້ແທດເໝາະກັບທ່າແຮງຄວາມເປັນຈິງຂອງເຂົາເຈົ້າ, ໃນການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນໃຫ້ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ, ກ້າວໄປສູ່ການ ພັດທະນາ, ພ້ອມທັງຍາດແຍ່ງ ທຶນຮອນຈາກລັດ, ເອກະຊົນ, ນັກທຸລະກິດ, ອົງການຈັດຕັ້ງສາກົນຕ່າງໆ, ເພື່ອປຸກລະດົມ ແຫຼ່ງທຶນໃສ່ການພັດທະນາທຸກ ພາກສ່ວນເສດຖະກິດ-ສັງຄົມ, ສຳລັບການຈັດຕັ້ງປະຕິບັດກໍຕ້ອງມີການມອບໝາຍຄວາມຮັບຜິດຊອບໃຫ້ອຳນາດການປົກ ຄອງແຕ່ລະຂັ້ນ, ມີການກຳນົດເວລາ, ກຳນົດເປົ້າໝາຍງົບປະ ມານ ແລະ ການກວດກາປະເມີນຜົນຈັດຕັ້ງປະຕິບັດຢ່າງລະ ອຽດ, ພ້ອມທັງສະຫຼຸບຖອດຖອນບົດຮຽນເພື່ອສ່ອງແສງ, ປັບປຸງແກ້ໄຂຂໍ້ຄົງຄ້າງ, ພ້ອມນັ້ນກໍຕ້ອງສູ້ຊົນເຮັດໃຫ້ເມືອງມີ ສະຖຽນລະພາບທ້າງດ້ານການເມືອງມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໂດຍພື້ນຖານ, ເພື່ອ ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ຖືເອົາກະສິກຳເປັນກົກເຄົ້າ, ຊຶ່ງທັງໝົດແມ່ນນັ້ນແຜນພັດ ທະນາເສດຖະກິດ-ສັງຄົມແຕ່ປີ 2015-2020 ຂອງເມືອງສັງທອງ, ກໍຄືການພັດທະນາດ້ານກະສິກຳ ແລະ ຍົກສູງສະມັດຖະ ພາບການຜະລິດເຂົ້າ ແລະ ປູກພື້ນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ຕໍ່ໜ້າ. 

No comments:

Post a Comment