Ad

Ad

16 September 2014

ເຕືອນໄພພາຍຸແຄວແມກິ



     ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ພາຍຸ ແຄວແມກິ (KALMAEGI) ຫົວທີ 15, ມີຈຸດ ທີ່ຕັ້ງຢູ່ເສັ້ນຂະໜານທີ 18,2 ອົງ ສາເໜືອ, ເສັ້ນແວງ 118,2 ອົງ ສາຕາເວັນຕົກ, ເຄື່ອນທີ່ໄປ ທາງທິດຕາເວັນຕົກດ້ວຍຄວາມໄວ 30 ກິໂລແມັດ /ຊົ່ວໂມງ ແລະ ຄາດວ່າໃນຕອນເຊົ້າຂອງວັນທີ 16 ກັນຍານີ້,  ຈະເຄື່ອນເຂົ້າໃກ້ ຝັ່ງຕອນກາງຂອງປະເທດ ຫວຽດນາມວົງລັດສະ ໜີຂອງພະ ຍຸຈະກວມເອົາບັນດາ ແຂວງພາກໃຕ້ຫາພາກກາງ ແລະ ພາກເໜືອ ດ້ານຕາເວັນ ອອກ, ນັບແຕ່ວັນທີ 16-17 ກັນຍາ ຈະມີຝົນຕົກຟ້າ ຄະນອງ, ຝົນຕົກໜັກ, ລົມ ແຮງຢູ່ບັນດາແຂວງ ພາກເໜືອໃນນີ້ລວມມີແຂວງຊຽງຂວາງ, ຫົວ ພັນ, ຜົ້ງສາລີ, ອຸດົມໄຊ ແລະ ແຂວງຫລວງນ້ຳທາ. ສ່ວນ ຢູ່ພາກກາງລວມມີ ແຂວງຄຳມ່ວນ, ບໍລິຄຳໄຊ, ນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ບັນດາແຂວງພາກໃຕ້ຈະ ມີ
ຝົນຕົກໃນລະດັບຄ່ອຍຫາປານກາງ. ດັ່ງນັ້ນຈຶ່ງຂໍແຈ້ງເຕືອນອຳນາດການປົກຄອງ, ອົງການຈັດຕັ້ງທຸກພາກສ່ວນ ແລະ ພໍ່ແມ່ ປະຊາຊົນທີ່ອາໃສຢູ່ແຂວງ ດັ່ງກ່າວຈົ່ງມີສະຕິລະວັງຕົວກັບສະພາບຝົນຕົກໜັກ, ລົມແຮງອາດຈະເຮັດໃຫ້ມີດິນເຈື່ອນ ແລະ ຮຽກຮ້ອງໃຫ້ກຽມພ້ອມມ້ຽນມັດວັດຖຸສິ່ງຂອງ, ສັດລ້ຽງໄປໄວ້ທີ່ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານຂ່າວພະຍາ ກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

No comments:

Post a Comment