Ad

Ad

16 September 2014

ອາທິດ​ທີ​ສອງ​ເດືອນ​ກັນຍາ​ນີ້ຢູ່​ນະຄອນຫລວງມີ​ຜູ້​ເສຍ​ຊີວິດສາມຄົນຍ້ອນອຸປະຕິ​ເຫດບົນ​ທ້ອງ​ຖະໜົນ



     ອຸປະຕິ​ເຫດ​ບົນ​ທ້ອງຖະໜົນຍັງ​ແມ່ນ​ປາກົດ​ການ​ຫຍໍ້​ທໍ້ທາງ​ສັງຄົມ​ທີ່​ເກີດ​ຂຶ້ນຢ່າງ​ລຽນຕິດ ​ເຊິ່ງສ້າງ​ຄວາມ​ສູນ​ເສຍ​​ໃຫ້​ແກ່​ຊີວິດ ​ແລະ ຊັບ​ສີນ​ເປັນ​ຈຳນວນ​ບໍ່​ໜ້ອຍ ​ແລະ ຕາມ​ການ​ລາຍ​ງານ​ຂອງ​ເຈົ້າ​ໜ້າ​ທີ່​ພະ​   ແນ​ກຈະລາຈອນ​ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ວັນ​ທີ 8 - 14 ກັນຍາ​ນີ້, ຢູ່ນະຄອນ ຫລວງ​ວຽງ​ຈັນ ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ 28 ກໍລະນີ,​ ໃນ​ນັ້ນມີຜູ້​​ໄດ້​ຮັບ​ບາດ​ເຈັບ 33 ຄົນ ​ແລະ ເສຍ​ຊີວິດ 3 ຄົນ​.
      ສຳລັບ​ກໍລະນີ​ມີຜູ້ເສຍ​ຊີວິດ​ແມ່ນ​ອຸປະ​ຕິເຫດ​ລົດຈັກ​ຕຳ​ລົດ ຈັກ​ໃນ​ເວລາປະມານ 13:30 ໂມງ​ຂອງ​ວັນ​ທີ 9 ກັນຍາ 2014, ຢູ່ເສັ້ນທາງເຂດ​ບ້ານ​ນາ​ຊອນ​ເມືອງ​ປາກງື່ມ ນະຄອນຫລວງ​ວຽງ​ຈັນ ​ເຮັດ​ໃຫ້​ຜູ້​ຂັບ​ລົດຈັກ​ຊື່ທ້າວ ຫລອດ ອາຍຸ 30 ປີ​ຢູ່​ບ້ານ​ທາງ​ໂຄ້ງ ເມືອງປາກງື່ມ ນະ ຄອນຫລວງ​ວຽງ​ຈັນ ​ແລະ ທ້າວ ດາວ​ລອງ ອາຍຸ 43 ປີ​ຢູ່​ບ້ານ​ປາກ​ທວຍ ເມືອງ​ທ່າ​ພະ​ບາດ,​ ແຂວງ​ບໍລິ​ຄຳ​ໄຊ​ ເສຍ​ຊີວິດ​ຄາ​ທີ່ ​ແລະ ອີກ​ກໍລະນີ້ໜຶ່ງ​ເກີດຂຶ້ນ ເວລາປະມານ 16:50 ​ໂມງຂອງ​ວັນ​ທີ 14 ກັນຍາ 2014,​ ມີ​ລົດ​ຈັກ​ໜຶ່ງຄັນ​ເສຍ​ຫລັກ​ເຈືອກ​ເຂົ້າ​ເຮືອນປະຊາຊົນຢູ່ເຂດບ້ານໜອງດາ ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ​ເຮັດ​ໃຫ້​ຜູ້​ຂັບ​ຂີ່​ລົດຈັກ​ເສຍ​ຊີວິດຄາ​ທີ່ ​ແລະ ມາຮອດປັດຈຸບັນຍັງບໍ່​ຮູ້​ວ່າ​ຜູ້​ຕາຍຊື່​ຫຍັງ ​ແລະ ຢູ່​ບ້ານ​ໃດ, ​ເນື່ອງ​ຈາກ​ບໍ່​ມີ​ເອກ​ກະສາ​ນ​ໃດໆ​ຕິດ​ຕົວ.

No comments:

Post a Comment