Ad

Ad

16 September 2014

ປິດການ​ສັນຈອນ​ເສັ້ນທາງ​ແຄ​ມຂອງຊົ່ວຄາວ



     ທ່ານ​ພັນ​ຕີ ຍຸດ​ຕະພົງ ສຸວັນນະ​ສິງ ຫົວໜ້າ​ພະ​ແນ​ກຈະລາຈອນ​ນະຄອນຫລວງ​ວຽງ​ຈັນ ໃຫ້​ຮູ້​ວ່າ:​ ໃນ​​ໄລຍະດຳ​ເນີນ​ກອງ​ປະຊຸມ​ສະມັດຊາລັດຖະສະພາລະ​ຫວ່າງ​ຊາດ​ອາ​ຊຽນ (AIPA) ຄັ້ງ ທີ 35 ທີ່​ຈັດ​ຂຶ້ນຢູ່​ນະຄອນຫລວງ​ວຽງ​ຈັນ​​ ໃນ​ລະ ຫວ່າງ​ວັນ​ທີ 14 - 20 ກັນຍາ​ນີ້, ​ເຈົ້າໜ້າ​ທີ່​ພວກ​ເຮົາຈະ​ໄດ້​ປິດການ​ສັນຈອນ​ໃນ​ເສັ້ນທາງ​ແຄມ​ຂອງ​ນັບແຕ່​ຈຸດສີ່​ແຍກ​​ໄຟ​ແດງ​​ໂຮງຮຽນ​ການ​ຊ່າງ​ລາວ​ເຢຍລະ​ມັນມາ​ຮອດ​ຈຸດ ສາມ​ແຍກ​ແຄ​ມຂອງ​ໂຄ້ງມາ​ຕໍ່​ໃສ່​ເສັ້ນທາງ​​ໂຮງໝໍ​ມະໂຫສົດຊົ່ວຄາວ, ສະນັ້ນ, ຈຶ່ງຂໍ​ການ​ຮ່ວມ​ມື​ນຳ​​ຜູ້​ໃຊ້​ລົດ​​ໃຊ້​ຖະໜົນ​ໃຫ້​ຫລີກ​ລຽງ​ກາ​ນ​ສັນຈອນບົນ​ເສັ້ນທາງ ດັ່ງກ່າວ ​ແລະ ​ໄປ​ນຳ​ໃຊ້​ເສັ້ນ ທາງ​ອື່ນ​ແທນ​ຈົນ​ກວ່າ​ກອງ​ປະ ຊຸມ​​ສຳ​ເລັດ​ລົງ​ຈຶ່ງ​ຈະ​ເປີດ​ການ​ສັນຈອນ​​ຕາມ​ປົກກະຕິ, ທັງ​ນີ້ກໍ​ເພື່ອ​ຮັບປະກັນ​ໃຫ້ການ​ສັນຈອນ​ບົນ​ເສັ້ນທາງ​ສາຍ​ຫລັກ​ໃນ​ຕົວ​ເມືອງ​​ເວົ້າ​ລວມ,​ ເວົ້າ​ສະ​ເພາະໃນ​ເສັ້ນທາງ​ທີ່​ກ່າວ​ມານັ້ນ​ໄດ້​ອຳນວຍ​ຄວາມ​ສະດວກ​​ໃຫ້​ແກ່​​ຄະນະ​ຜູ້​
ແທນ ​ແລະ ​ແຂກ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມດັ່ງກ່າວ, ນອກຈາກ​ນີ້, ຕາມ​ເສັ້ນທາງ​ສຳຄັນ ຕ່າງໆ​ເປັນຕົ້ນ: ຖະໜົນຫລວງ​ພະ​ບາງ, ສຸພາ​ນຸວົງ, ລ້ານ​ຊ້າງ, ສາມ​ແສນ​ໄທ,​ ເສດ​ຖາ​ທິລາດ, ຟ້າ​ງຸ່ມ ​ແລະ ອື່ນໆ, ພວກ​ເຮົາ​ໄດ້​ຈັດ​ວາງກຳລັງ​ເຈົ້າໜ້າ​ທີ່​ຈຳນວນ​ຫລາຍ​ຄົນ ລົງ​ປະ​ຈຳ​ການຢູ່​ຕາມ​ຈຸ​ດສາມ​ແຍກ​-ສີ່​ແຍກເພື່ອ​ປະຕິບັດ​ໜ້າ​ທີ່​ລະບາຍ​ການສັນ ຈອນ​ໃຫ້​ມີຄວາມຄ່ອງ​ຕົວ, ພ້ອມ​ນີ້, ກໍ​ຂໍໃຫ້​ຜູ້​ຂັບ​ຂີ່​ເພີ່ມ​ສະຕິ​ລະວັງ​ຕົວ​ໃນ​ການ​ສັນຈອນ​ໄປມາ,​ ເຄົາລົບ​ລະບຽບ​ກົດໝາຍ ​ແລະ ຫລີກ​ລ້ຽງ​ການ​ຂັບ​ຂີ່​ໂດຍ​ປະ​ໝາດ, ເພື່ອ​ຮັບປະກັນ​ໃຫ້ການ​ສັນຈອນ​ໃນຕົວເມືອງມີ​ຄວາມ​ເປັນ​ລະບຽບ ​ແລະ ມີ​ຄວາມ​ປອດ​ໄພ.​

No comments:

Post a Comment