Ad

Ad

16 September 2014

ຜົນກອງປະຊຸມລັດຖະມົນຕີທ່ອງທ່ຽວປະເທດລຸ່ມນ້ຳຂອງ



     ໃນວັນທີ 12 ກັນຍາຜ່ານມານີ້, ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີ ວ່າການ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ພ້ອມຄະນະໄດ້ ເດີນທາງໄປຮ່ວມງານວາງສະແດງທ່ອງທ່ຽວສາກົນ ປີ 2014 ຢູ່ນະຄອນໂຮ່ຈິມິງ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືບັນດາລັດຖະມົນຕີ ທ່ອງທ່ຽວຂອງປະ ເທດລຸ່ມແມ່ນ້ຳຂອງເຊັ່ນ: ກຳ ປູເຈຍ, ລາວ, ມຽນມາ, ຫວຽດ ນາມ, ໄທ (CLMV+T) ແລະ ກອງປະຊຸມ ACMWCS ໃນຫົວ ຂໍ້ ” 5 ປະເທດຈຸດໝາຍ ປາຍທາງໜຶ່ງດຽວ ”.
     ກອງປະຊຸມໄດ້ທົບທວນຄືນ ກ່ຽວກັບການຈັດຕັ້ງປະຕິບັດຖະແຫລງການວຽງຈັນກ່ຽວກັບວຽກງານທ່ອງທ່ຽວ. ພ້ອມ ດຽວກັນນັ້ນກໍໄດ້ມີການຕົກລົງ ເພີ່ມທະວີການຮ່ວມມືໃນພາກ ພື້ນຫລາຍໆກວ່າເກົ່າ, ຍົກສູງປະສິດທິພາບທາງດ້ານວຽກ ງານບໍລິການທ່ອງທ່ຽວ, ສ້າງ ເງື່ອນໄຂສະດວກໃຫ້ນັກທ່ອງ ທ່ຽວເຂົ້າມາພາກພື້ນ, ເປີດກວ້າງຕາໜ່າງການຄົມມະນາ ຄົມ ໂດຍສະເພາະສາຍການບິນ ລະຫວ່າງປະເທດໄປມາຫາສູ່ ກັນ. ສ້າງຂີດຄວາມສາມາດໃຫ້ ແກ່ບຸກຄະລາກອນດ້ານວຽກງານ
ທ່ອງທ່ຽວເຮັດໃຫ້ພາກພື້ນກາຍເປັນແຫລ່ງທ່ອງທ່ຽວທີ່ ປອດໄພ ແລະ ສະອາດ. ກອງປະ ຊຸມຍັງໄດ້ເປັນເອກະພາບກັນກ່ຽວ ກັບການຮ່ວມກັນສ້າງ ກາໝາຍ (LOGO) ແລະ ຄຳ ຂວັນ (Slogan) ຂອງບັນດາປະ ເທດລຸ່ມແມ່ນ້ຳຂອງນີ້ ແລະ ສະ ເໜີ ແຕ່ລະປະເທດໃຫ້ແຕ່ງຕັ້ງຈຸດປະສານງານວຽກງານດັ່ງກ່າວ ເພື່ອເປັນການສະດວກໃນການ ຈັດຕັ້ງປະຕິບັດວຽກງານຮ່ວມ ກັນໃນຕໍ່ໜ້າ.
     ກອງປະຊຸມໄດ້ດຳເນີນໄປ ດ້ວຍໄມຕີຈິດມິດຕະພາບ ແລະ ຄວາມເຂົ້າໃຈອັນດີ ແລະ ໄດ້ເຫັນດີນຳກັນວ່າກອງປະຊຸມຄັ້ງ ຕໍ່ໄປຈະຈັດຂຶ້ນຢູ່ມຽນມາປີ 2015.

No comments:

Post a Comment