Ad

Ad

16 September 2014

ມອບ-ຮັບໜ້າທີ່ລັດຖະມົນຕີວ່າການກະຊວງຍຸຕິທຳ



     ໃນວັນທີ 12 ກັນຍານີ້, ຢູ່ກະຊວງຍຸຕິທຳໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າ ທີ່ລັດຖະມົນຕີວ່າການກະ ຊວງຍຸຕິທຳລະ ຫວ່າງ ທ່ານ ສຈ ດຣ ຈະເລີນ ເຢຍ ປາວ ເຮີ  ລັດຖະມົນຕີວ່າການກະຊວງຍຸຕິທຳຜູ້ເກົ່າໄປຮັບໜ້າທີ່ໃໝ່ຢູ່ສະຖາບັນວິທະ ຍາສາດສັງຄົມແຫ່ງຊາດ ແລະ ທ່ານ ບຸນ ເກີດ ສັງສົມສັກ ອະດີດລັດຖະມົນຕີ ຊ່ວຍວ່າການກະຊວງການຕ່າງປະເທດເປັນລັດຖະມົນຕີວ່າການກະຊວງຍຸຕິທຳ ຜູ້ໃໝ່, ໂດຍການເຂົ້າຮ່ວມຂອງ ທ່ານ ອາຊາງ ລາວລີ ຮອງນາ ຍົກລັດຖະມົນຕີ.
    ການມອບ-ຮັບໜ້າທີ່ດັ່ງກ່າວແມ່ນປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດຂອງປະ ທານປະເທດ ແລະ ໃນໂອກາດດັ່ງກ່າວທ່ານ ສຈ. ດຣ ຈະເລີນ ເຢຍປາວເຮີ ລັດຖະມົນຕີວ່າ ການກະຊວງຍຸຕິທຳຜູ້ເກົ່າໄດ້ ຂຶ້ນກ່າວຍົກໃຫ້ເຫັນເຖິງບັນດາຜົນງານທີ່ຕົນໄດ້ຊີ້ນຳ-ນຳພາຕະຫລອດໄລຍະ 8 ປີຜ່ານມາວ່າ: ຕົນພ້ອມກັບໝູ່ຄະນະໄດ້ມີ ຄວາມອົດທົນຜ່ານຜ່າປະຕິວັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງໃນການເພີ່ມທະວີວຽກງານນຳພາການ
ເມືອງແນວຄິດ, ຕິດພັນກັບການປັບປຸງການຈັດຕັ້ງ, ຊຶ່ງສາມາດເຮັດໃຫ້ຂະແໜງຍຸຕິທຳໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ ຂະຫຍາຍຕົວທາງດ້ານປະລິ ມານ ແລະ ຄຸນນະພາບ, ວຽກງານວິຊາສະເພາະແຕ່ລະດ້ານໄດ້ຮັບການປັບປຸງດ້ວຍບາດ ກ້າວທີ່ ຕັ້ງໜ້າ ແລະ ດີຂຶ້ນເປັນ ຕົ້ນ: ໄດ້ເອົາໃຈໃສ່ນຳພາວຽກ ງານໂຄສະນາ, ເຜີຍແຜ່, ສຶກສາອົບຮົມເພື່ອສ້າງສະຕິກົດໝາຍຢູ່ໃນສັງ ຄົມຕາມຂອບເຂດຄວາມຮັບຜິດຊອບຂອງຂະແໜງຍຸຕິທຳ ດ້ວຍຫລາຍຮູບ-ຫລາຍວິທີສະ ແດງອອກຄື ຈັດຕັ້ງການໂຄສະ ນາເຜີຍແຜ່ກົດໝາຍໄດ້ 13.888 ເທື່ອ, ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງ ການເຜີຍແຜ່ຈຳນວນ 2,2 ລ້ານ ກວ່າຄົນ, ໃນນັ້ນ ຍິງ 7 ແສນ ກວ່າຄົນ.
      ໂອກາດນີ້, ຮອງນາຍົກ ລັດຖະມົນຕີ ອາຊາງ ລາວລີ ກໍ ໄດ້ໃຫ້ກຽດໂອ້ລົມວ່າ: ການປັບ ປຸງກົງຈັກການຈັດຕັ້ງ, ການ ຍົກຍ້າຍ, ການຊັບຊ້ອນພະນັກງານແມ່ນວຽກງານທີ່ຈຳເປັນ ຂອງພັກ-ລັດເຮົາ ແມ່ນກົດເກນ ແຫ່ງການຄົງຕົວ ແລະ ຂະ ຫຍາຍຕົວຂອງລະບອບປະຊາທິປະໄຕປະຊາຊົນທີ່ຂຶ້ນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະທັງ ເປັນບ່ອນທົດສອບຄວາມຮູ້- ຄວາມສາມາດຂອງພະນັກງານແຕ່ລະຂັ້ນ, ເປັນບ່ອນກໍ່ສ້າງພະ ນັກງານໃນສະໜາມຮົບຕົວຈິງ ເພື່ອສ້າງໃຫ້ພະນັກງານເຮົາມີ ບົດບາດຄຸ້ມຄອງນຳພາຮອບ ດ້ານ. ສະນັ້ນ, ຂໍໃຫ້ທັງສອງສະ ຫາຍຈົ່ງມີຄວາມອຸ່ນອ່ຽງທຸ່ນ ທ່ຽງ ແລະ ເຊື່ອໝັ້ນຕໍ່ການນຳ ພາຂອງພັກ, ຕັ້ງໜ້າປະຕິບັດ ວຽກງານໃໝ່ທີ່ພັກ-ລັດມອບ ໝາຍໃຫ້ໄດ້ຮັບໄຊຊະນະໃຫຍ່ ຫລວງກວ່າເກົ່າ ແລະ ນຳຄວາມ ສົມບູນພູນສຸກມາສູ່ປະຊາຊົນ.

No comments:

Post a Comment