Ad

Ad

16 September 2014

ໄວປາ (WAIPA) ຫາ​ຫລືການ ເພີ່ມທະວີສ້າງຄວາມກ້າວໜ້າໃຫ້ເພດຍິງ



     ກອງປະຊຸມສະມາຊິກລັດຖະສະພາເພດຍິງລະຫວ່າງຊາດອາຊຽນ ຫລື ໄວປາ (WAIPA), ໄດ້ໄຂຂຶ້ນໃນວັນທີ 15 ກັນ ຍານີ້, ຢູ່ໂຮງແຮມດອນຈັນພາເລດ ນະ ຄອນຫລວງວຽງຈັນ ພາຍ ໃຕ້ການເປັນປະທານຂອງທ່ານ ສາດ ສະດາຈານ ດຣ ນາງ ບຸນ ຍົງ ບຸບຜາ ​ຮອງ​ປະທານ​ກຳ​ມະ​ທິການ​ການ​ຕ່າງປະເທດ, ປະ ທານ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດເພດຍິງຂອງລາວ, ເຊິ່ງກອງປະຊຸມໄດ້ເນັ້ນໃສ່ບັນຫາການ ຊຸກຍູ້ສົ່ງເສີມເພີ່ມທະວີ ບົດບາດ ແລະ ສ້າງຄວາມກ້າວ ໜ້າໃຫ້ເພດຍິງໃນບັນດາປະ ເທດສະມາຊິກອາຊຽນໂດຍມີຫົວ ຂໍ້ສົນທະນາປຶກສາຫາລືສຳຄັນ ຄື ເພີ່ມທະວີຄວາມພະຍາຍາມ ເພື່ອຕ້ານ ແລະ ສະກັດກັ້ນ ທຸກຮູບການຈຳແນກ ແລະ ໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນອາຊຽນ, ປັບປັງ ບົດບາດສະມາຊິກລັດຖະສະພາ ເພດຍິງໃຫ້ເຂັ້ມແຂງໃນການ ສ້າງປະຊາຄົມອາຊຽນ ແລະ ການເປັນຜູ້ນຳຂອງເພດຍິງໃນ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງ ມະ
ຕິຂອງກອງປະຊຸມດັ່ງກ່າວ, ແມ່ນ​ເນື້ອໃນພື້ນຖານ​​ໃຫ້​ແກ່​ກອງ​ປະຊຸມ​ສະມັດຊາລັດຖະສະ ພາ​ລະຫວ່າງ​ຊາດ​ອາ​ຊຽນ ຫລື ໄອປາຄັ້ງ​ທີ 35, ເພື່ອເນັ້ນເຖິງ ການເພີ່ມທະວີຄວາມພະຍາ ຍາມເພື່ອຕ້ານ, ສະກັດກັ້ນທຸກ ຮູບການຈຳແນກ ແລະ ໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນອາຊຽນ, ປັບປຸງ ບົດບາດຂອງສະມາຊິກລັດຖະ ສະພາເພດຍິງໃຫ້ເຂັ້ມແຂງໃນ ການສ້າງປະຊາຄົມອາຊຽນ ແລະ ການເປັນຜູ້ນຳຂອງເພດ ຍິງອາຊີຕາເວັນອອກສ່ຽງໃຕ້ ເພື່ອຮັບປະກັນ​ການ​ສົ່ງ​ເສີມ​ທາງ​ດ້ານ​ນິຕິ​ກຳ, ການ​ປົກ​ປ້ອງ​ສິດທິ ​ແລະ ສະຫວັດດີ​ການ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ​ທີ່​ຖືກ​ຮັບຮອງ​ເອົາ​ຢູ່​ໃນ​ຖະ​ແຫລ​ງການ ​ແລະ​ ຫລັກການ​ຂອງ​ອາ​ຊຽນ,​ ໂດຍ​ ສະ​ເພາະ​ແມ່ນ​ຖະ​ແຫລ​ງການ​ປີ 2013 ​ເຊິ່ງສະມາຊິກ​ລັດຖະສະ ພາ​ເພດ​ຍິງ​ຂອງ​ໄອ​ປາ​ໄດ້​ພາກັນ​ປະຕິບັດ​ເພື່ອ​ບັນລຸ​ເປົ້າໝາຍສະ ຫັດ​ສະ​ວັດ​ດ້ານການ​ພັດທະນາ​ໃນ​ການ​ສົ່ງ​ເສີມ​ສຸຂະພາບ​ຂອງ​ແມ່ຍິງ ​ແລະ ​ເດັກ ນ້ອຍ, ​ພິຈາລະ​ນາ​ຍຸດ​ທະ​ສາດ​ຂອງ​ສະມາ​ຊິກ ລັດຖະສະພາຜູ້​ໜຸ່ມ​ນ້ອຍ​ຢູ່​ໃນ​ອາ​ຊຽນ ແລະ ​ນຳ​ໃຊ້​ວິທີ​ການ​ທາງ​ດ້ານ​ສາທາລະ ນະ​ສຸກ​ທີ່​ມີ​ຂໍ້​ມູນ​ເປັນ​ຫລັກ​ຖານ​ພິສູດ ​ແລະ ຂະ​ບວນການ​ຢ່າງ​ເປັນ​ລະບົບ​ເຊັ່ນ: ການ​ກຳນົດ​ຂະໜາດ​ຂອງ​ການ​ໃຊ້​ຄວາມ​ຮຸນ​ແຮງ, ການ​ສຳ​ຫລວດ​ສາ​ເຫດ ​ແລະ ບັນດາ​ປັດ​ໄຈ​ສຳພັນ​, ຊອກ​ຫາ​ວິ​ທີທາງ​ເພື່ອ​ຮັບ​ມື​ກັບ​ການປ້ອງ​ກັນ​ຂັ້ນ ຕ່າງໆ, ທັງ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ ສານ​ຢ່າງ​ກວ້າງຂວາງ​ເພື​່ອສ້າງ​ຄວາມ​ເ​ຂັ້ມ​ແຂງ​ໃຫ້​ແກ່​ສັງຄົມ​ຢ່າງ​ກວ້າງຂວາງ​ຢູ່​ໃນ​ອາ​ຊຽນ, ການ​ຕອບ​ໂຕ້​ສະ​ເພາະ​ໜ້າ ​ແລະ ຍາວ​ນານ​ຕໍ່​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ​ຢູ່​ໃນ​ຄອບຄົວ​ເຊັ່ນ: ການ​ບົວລະບັດ​ຮັກ​ສາກ່ອນ​ການ​ເຂົ້າ​ປິ່ນປົວ​ຢູ່​ໃນ​ໂຮງໝໍ, ການ​ປິ່ນປົວ​ສຸກ​ເສີນ, ການ​ບໍລິການ​ຟື້ນ​ຟູ​ໜ້າ​ທີ່​ການ​ງານ ​ແລະ ການ​ປິ່ນປົວ​ພະຍາດ​ຊືມ​ເຊື້ອ​ທາງ​ເພດ​ສຳພັນ​ຈາກ​ການ​ຂົ່ມຂືນ​ປຸ້ນສະດົມ ​ແລະ​ ທາລຸນ​ທາງ​ເພດ.
     ໃນ​ກອງ​ຊຸມ​ໄດ້ຮຽກຮ້ອງ​ໃຫ້ບັນດາ​ລັດອາ​ຊຽນ​ ​ແລະ ລັດ ຖະສະພາ​ສະມາຊິກ ທ່ີ​ເປັນ​ພາຄີ​ກະ​ຕຸ້ນ​ການຈັດ​ຕັ້ງ​ປະຕິບັດ​ສົນທິສັນຍາ​ສາກົນ (ຊີ​ດໍ) ແລະ ປະຕິບັດ​ມາດ​ຕະການ​ທີ່​ເໝາະ​ສົມ​ເພື່ອ​ຫລຸດຜ່ອນ​ການ​ຈຳ​ແນ​ກ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ​ເດັກນ້ອຍ​ໃຫ້​ໄດ້​ໃນ​ລະດັບ​ສູງ​ຢູ່​ໃນ​ອາ​ຊຽນ​ໃນ​ປີ 2015.

No comments:

Post a Comment