Ad

Ad

16 September 2014

ຮອງ​ປະທານ​ປະ​ເທດ​ເຂົ້າ​ຮ່ວມ​ງານ​ວາງ​ສະແດງສິນຄ້າຈີນ-ອາຊຽນ ທີ່ໜານໜິງ ສປ ຈີນ



     ໃນ​ວັນ​ທີ 15 ​​ກັນຍານີ້, ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ​ແຫ່ງ ສປປ ລາວ,​ ໄດ້​ນຳພາ​ຄະນະ​ຜູ້​ແທນ​ຂັ້ນສູງ​ຂອງ​ລາວ​ເດີນທາງໄປ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງສິນຄ້າ​ຈີນ-ອາຊຽນ ຄັ້ງທີ 11 ໃນຫົວ​ຂໍ້​ “ ການ​ສ້າງ​ເສັ້ນທາງ​ສາຍ​ໄໝທາງ​ທະ​ເລ​ໃນ​ສັດຕະວັດ​ທີ 21” ທີ່ໜານໜິງ,​ແຂວງກວາງຊີ ສປ ຈີນ, ຕາມ​ຄຳ​​​ເຊີນ​ຂອງ​ລັດຖະບານ ສປ ຈີນ, ແຕ່ວັນທີ 16-19 ກັນຍາ 2014.
      ງານ​ວາງສະ​ແດງ​ສິນຄ້າຈີນ-ອາຊຽນ, ແມ່ນ​ເວທີໜຶ່ງທີ່​ສຳຄັນ​ໃນ​ການ​ສົ່ງ​ເສີ​ມການ​ຄ້າ-ການ​ລົງທຶນລະຫວ່າງອາຊຽນ ແລະ ສປ ຈີນ, ​ເຊິ່ງ​ໄດ້​ປະກອບສ່ວນ​ເຂົ້າ​ໃນການຈັດຕັ້ງປະຕິບັດແຜນງານຂອງ​ເຂດ​ການ​ຄ້າ​ເສລີ​ອາຊຽນ-ຈີນ ທີ່​ເລີ່ມມີ​ຜົນ​ບັງຄັບ​ໃຊ້ແຕ່​ປີ 2010 ​ເປັນຕົ້ນ​ມາ. ນອກນັ້ນ, ໄດ້​ສ້າງ​ໂອກາດ​ໃຫ້​ແກ່​ປະ​ເທດ​ສະມາຊິກ​ອາຊຽນ ​ແລະ ສປ ຈີນ ໄດ້ມີໂອກາດໂຄ ສະນາ​ສົ່ງ​ເສີມການທ່ອງທ່ຽວ, ການ​ໄປມາຫາສູ່​ລະຫວ່າງປະຊາຊົນອາຊຽນ-ຈີນ ​ແລະ ​ເຜີຍ​ແຜ່​ວັດທະນະທຳ​ອັນ​ດີງາມ​ຂອງ​ແຕ່ລະ​ປະ​ເທດ.

       ນອກຈາກ​ເຂົ້າ​ຮ່ວມ​ງານ ວາງ​ສະ​ແດງ​ຈີນ-ອາຊຽນຄັ້ງທີ 11, ທ່ານຮອງປະທານປະເທດ ບຸນ​ຍັງ ວໍລະ​ຈິດ ຍັງ​ຈະໄດ້​ພົບ​ປະ​ກັບ ທ່ານ ຈ່າງ​ ກ່າວ ​ລີ້ ຮອງ​ນາ ຍົກລັດຖະມົນຕີ​ແຫ່ງ ສປ ຈີນ ​ເພື່ອ​ປຶກສາ​ຫາລື​ກ່ຽວກັບການ​ຮັດ​ແໜ້ນສາຍພົວພັນ ແລະ ການ ຮ່ວມ​ມືລະຫວ່າງ ສປປ ລາວ ແລະ ສປ ຈີນ. ພ້ອມ​ນັ້ນກໍ​ຈະ​​ໄປ​ຢ້ຽມຢາມ​ເມືອງ​ປາຍ​ເຊີ້ ແຂວງ ກວາງຊີ, ເຊິ່ງ​ເປັນ​ເມືອງ​ທີ່​ມີ​ທ່າ​ແຮງ​ດ້ານ​ກະສິກຳ, ຢ້ຽມຊົມ​ສວນ​ເຕັກນິກ​ວິທະຍາສາດ​ກະສິ ກຳ​ປາຍ​ເຊີ້ ​ແລະ ບ້ານ​ຕົວ​ແບບ​ສ້າງສາ​ພັດທະນາ​ຊົນນະ ບົດເພື່ອ​ຖອດ​ຖອນ​ບົດຮຽນຈາກ ສປ ຈີນ ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາເສດຖະກິດ-ສັງຄົມຂອງລາວ.

No comments:

Post a Comment