Ad

Ad

17 September 2014

ເມົາຢາບ້າໃຊ້ກ່ຽວຟັນເດັກນ້ອຍ ສອງປີເສຍຊີວິດ 1 ແລະ ບາດ ເຈັບສາຫັດ 1 ຄົນ



     ເຫດການໂຫດຫ້ຽມໜ້າ ເສົ້າດັ່ງກ່າວ ໄດ້ເກີດຂຶ້ນເມື່ອ ທ້າຍອາທິດຜ່ານມານີ້ຢູ່ບ້ານງິ້ວ ເມືອງຊຳເໜືອ ແຂວຫົວພັນ ໂດຍ ຂ້າຕະກອນທີ່ລົງມືກໍເຫດຊື່ທ້າວ ຈິດ ອາຍຸ 30 ປີຢູ່ບ້ານ ດັ່ງກ່າວ, ປະຊາຊົນຜູ້ເຫັນເຫດການບອກກັບເຈົ້າໜ້າທີ່ວ່າ: ໃນມື້ ເກີດເຫດແມ່ນເປັນມື້ ທີ່ປະຊາຊົນພາຍໃນບ້ານພາກັນເອົາກ່ຽວມາຕີ ແລະ ຟົນໃໝ່ເພື່ອກະກຽມໃຊ້ກ່ຽວເຂົ້ານາປີ, ໃນຂະນະ ນັ້ນປາກົດເຫັນທ້າວ ຈິດ ໄດ້ຍ່າງມາລັກສະນະມຶນເມົາພ້ອມທັງໄດ້ເອົາກ້ອນ ຫີນຂະໜາດໃຫຍ່ທຸບໃສ່ບໍລິເວນ ງ່ອນທ້າວ ປັນ ອາຍຸ 45 ປີຢູ່ບ້ານດຽວກັນລົ້ມຟຸບລົງ ແລ້ວໃຊ້ຫີນຕີຫົວຕົນເອງຈົນລົ້ມລົງເຊັ່ນກັນ, ຈາກນັ້ນກໍຈັບເອົາກ່ຽວດວງໜຶ່ງແລ່ນປ່ວງ ບ້າອອກໄປກາງບ້ານແລ້ວຟັນເຂົ້າບໍລິເວນຫົວ ແລະ ຮ່າງກາຍຂອງເດັກນ້ອຍຊາຍ ຄົນໜຶ່ງ ອາຍຸພຽງ 2 ປີ, ທີ່ພວມຫລິ້ນຢູ່ກາງ ບ້ານຫລາຍບາດຈົນເສຍຊີວິດ ແລະ ຟັນໃສ່ເດັກຍິງອາຍຸ 2 ປີຄົນໜຶ່ງຈົນໄດ້ຮັບບາດເຈັບສາຫັດ, ກ່ອນມີປະຊາຊົນພາກັນມາ ຊ່ວຍຈັບກຸມຕົວໄວ້ໄດ້, ເຊິ່ງໃນຂະນະເຈົ້າໜ້າທີ່ສືບ ສວນ-ສອບສວນຜູ້ກ່ຽວຍັງຢູ່ໃນອາການມຶນເມົາ ແລະ ປະສາດຫລອນ, ພ້ອມທັງ ໃຫ້ການກັບໄປມາ, ແຕ່ຮັບສາລະພາບ ວ່າໄດ້ເສບຢາບ້າມາ ຫລາຍເມັດ, ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວໄປດຳເນີນຄະດີຕາມ ລະບຽບກົດໝາຍ.

No comments:

Post a Comment