Ad

Ad

17 September 2014

ລະວັງໂຈນງັດເຂົ້າເຮືອນເອົາຊັບ



     ໃນຕອນເຊົ້າວັນທີ 16 ກັນຍານີ້, ໄດ້ມີຄົນຮ້າຍບໍ່ຮູ້ຈຳນວນງັດເຂົ້າເຮືອນປະ ຊາຊົນຫລັງໜຶ່ງຢູ່ບ້ານໜອງທາໃຕ້ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ກວາດເອົາຊັບສີນໄປຄື ໂທລະສັບມືຖືຫລາຍໜ່ວຍ ແລະ ເງິນ ຈຳນວນໜຶ່ງ, ໂດຍເຈົ້າຂອງ ເຮືອນເລົ່າໃຫ້ນັກຂ່າວພວກເຮົາຮູ້ວ່າ: ພາຍຫລັງຕື່ນນອນຕອນ ເຊົ້າເວລາປະມານ 5:00 ໂມງ ຂອງວັນດັ່ງກ່າວ, ປາກົດເຫັນເຄື່ອງຂອງພາຍ ໃນເຮືອນຖືກຮື້ ຄົ້ນຊະຊາຍ ແລະ ເຊື່ອວ່າມີຄົນຮ້າຍງັດເຂົ້າເຮືອນແນ່ນອນຈຶ່ງ ເອີ້ນທຸກຄົນລຸກມາກວດກາ ແລະ ພົບເຫັນຮ່ອງຮອຍຂອງຄົນຮ້າຍງັດເຂົ້າປະຕູ ດ້ານຫລັງ ແລະ ໄດ້ຄົ້ນເອົາວັດຖຸ ແລະ ຊັບສິນ ຈຳນວນໜຶ່ງໄປຄື ໂທລະ ສັບມືຖື 5 ໜ່ວຍ ແລະ ເງິນໃນກະເປົາເງິນຂອງ ແຕ່ລະຄົນໄປຈົນກ້ຽງ ແລະ ປະຖິ້ມກະເປົາໄວ້ຢູ່ເດີ່ນນອກເຮືອນ, ຫລັງຈາກນັ້ນ, ຈຶ່ງໄດ້ໄປແຈ້ງຄວາມຕໍ່ອຳນາດການ ປົກຄອງບ້ານ ແລະ ເຈົ້າໜ້າທີ່ກອງຫລອນເພື່ອຊ່ວຍຕິດຕາມຈັບໂຈນອັນຕະລາຍດັ່ງ ກ່າວມາດຳເນີນຄະດີຕາມລະບຽບກົດ ໝາຍໃຫ້ໄດ້ໂດຍໄວ, ເພື່ອບໍ່ໃຫ້ພວກມັນໄປກໍເຫດໄດ້ອີກ.

     ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ, ກໍໄດ້ຝາກເຕືອນໃຫ້ປະຊາຊົນເພີ່ມສະຕິລະວັງຕົວໃຫ້ສູງໃນ ການກວດກາປະຕູປ່ອງຢ້ຽມ ເຮືອນຊານຕ້ອງອັດໃຫ້ແໜ້ນ ໜາກ່ອນຫລັບນອນ, ຊັບສີນທີ່ມີຄ່າກໍຄວນເກັບຮັກສາໄວ້ບ່ອນ ທີ່ຮັບປະກັນຄວາມປອດໄພ, ເນື່ອງຈາກໃນໄລຍະຫລາຍ ເດືອນມານີ້ມີສະພາບງັດແງະ ເຮືອນຊານ, ສຳນັກງານອົງການ, ໂຮງ ຈັກໂຮງງານ ແລະ ບໍລິສັດຫ້າງຮ້ານຕ່າງໆເປັນຈຳນວນຫລາຍເຊິ່ງໄດ້ສ້າງຄວາມ ເສຍຫາຍຕໍ່ວັດຖຸ ແລະ ຊັບສິນຂອງປະຊາ ຊົນເປັນຈຳນວນບໍ່ໜ້ອຍຄືດັ່ງໄດ້ເປັນຂ່າວອອກ ຜ່ານສື່ຕ່າງໆຜ່ານມາ.

No comments:

Post a Comment