Ad

Ad

17 September 2014

ການແຂ່ງຂັນເຕັ້ນເຊຍຊິງຂັນປະທານຄະນະກຳມະການກິລາໂອແລມປິກຈະຈັດຂຶ້ນທ້າຍປີ



     ບໍລິສັດ ເບຍລາວ ຈຳກັດ ກໍຄື ເຄື່ອງດື່ມເປບຊີໃນນາມຜູ້ອຸປະຖຳຫລັກໄດ້ເປັນ ເຈົ້າພາບຈັດ ການແຂ່ງຂັນເຕັ້ນເຊຍ ຫລື ເປບຊີ ເຊຍລີດດິງ ຄອນເທດ 2014 (Pepsi Cheerleading Con test 2014), ເຊິ່ງຄາດວ່າຈະມີຂຶ້ນໃນກາງ ເດືອນພະຈິກ 2014ນີ້, ເພື່ອຊີງຂັນປະທານຄະນະກຳມະການກິລາໂອແລມປິກ ແຫ່ງຊາດລາວ, ໂດຍຜູ້ຊະນະເລີດຈະໄດ້ ຮັບເງິນລາງ ວັນ 20 ລ້ານກີບ ພ້ອມຂັນ ປະທານຄະນະກຳມະການກິລາໂອແລມປິກແຫ່ງຊາດລາວ 1 ໜ່ວຍ.
     ໃນງານຖະແຫລງຂ່າວກ່ຽວ ກັບການກະກຽມການແຂ່ງຂັນ ດັ່ງກ່າວ ທ່ານ ສົມພູ ພົງສາ ຮອງປະທານທັງເປັນເລຂາທິ ການຄະນະກຳມະການກິລາໂອ ແລມປິກແຫ່ງຊາດລາວ, ຜູ້ຊ່ວຍ ລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ ໄດ້ກ່າວວ່າ: ຄວາມໝາຍຂອງການເຕັ້ນເຊຍ ຫລືເອີ້ນກັນໃນຄຳສັບສາກົນ ແມ່ນເຊຍລິດດິງນີ້ກໍຖືວ່າເປັນກິ ລາປະເພດໜຶ່ງທີ່ຄ້າຍຄືກັບ ກາ ຍະສິນແຕ່ຈະເນັ້ນໜັກການ ໃຊ້ທັກສະການເຕັ້ນເປັນກຸ່ມແບບພ້ອມພຽງ, ການເຕັ້ນຕໍ່ໂຕ, ການ ໂຍນໂຕ ແລະ ອື່ນໆ, ໂດຍ
ຈຸດປະສົງຫລັກໆຂອງການສ້າງສີສັນກິລາແບບໃໝ່ເພື່ອສົ່ງເສີມໃຫ້ກິລາປະເພດນີ້ ມີການພັດທະນາ ແລະ ໃຫ້ສະຖາບັນ ການ ສຶກສາໄດ້ນຳ ໄປໃຊ້ເວລາມີງານແຂ່ງຂັນກິລາປະເພດຕ່າງໆທັງໃນລະດັບຊາດ ແລະ ລະດັບສາກົນ ເພື່ອສ້າງ ບັນຍາກາດ ອັນ ເບີກບານມ່ວນ ຊື່ນ ແລະ ຄຶກຄື້ນຄືດັ່ງທີ່ໄດ້ມີມາແລ້ວພິເສດແມ່ນຍັງເປັນການເສີມສ້າງຄວາມສາມັກຄີ, ຄວາມເຂົ້າໃຈເຊິ່ງ ກັນ ແລະ ກັນລະຫວ່າງໝູ່ນັກຮຽນນັກສຶກສາດ້ວຍກັນຕາມ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ.
     ການແຂ່ງຂັນເຕັ້ນເຊຍທາງ ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ການສະໜັບສະໜູນຈັດຂຶ້ນເປັນປີທີ 3 ແລະ ໄດ້ເຄີຍໄປ ແຂ່ງຂັນຢູ່ຕ່າງປະເທດຈຳນວນໜຶ່ງສຳລັບປີນີ້ໄດ້ມີນັກກິລາເຕັ້ນເຊຍລາວຈາກສະຖາບັນຕ່າງໆສະເໜີເຂົ້າແຂ່ງຂັນແລ້ວ 14 ທີມ, ການແຂ່ງ ຂັນຮອບຊິງຊະນະເລີດຈະຈັດ ຂຶ້ນໃນວັນທີ 12 ພະຈິກ 2014, ແຕ່ລະທີມທີ່ເຂົ້າຮ່ວມແຂ່ງຂັນ ຕ້ອງມີຈຳ ນວນ 16-18 ຄົນ ເປັນ ທີມປະສົມລະຫວ່າງຍິງ-ຊາຍ, ໂດຍຄັດເລືອກເອົາກຸ່ມນັກສຶກສາມະຫາວິທະຍາໄລ ແລະ ວິທະຍາ ໄລພາກລັດ ແລະ ເອກະຊົນ ຂອງລາວເທົ່ານັ້ນ, ຊຶ່ງແຕ່ລະ ທີມຈະຕ້ອງແຂ່ງຂັນກັນດ້ວຍ ຄວາມສາມາດ ແລະ ນຳໃຊ້ທັກ ສະທີ່ຕົນໄດ້ຮຽນມາເພື່ອນຳທີມຂອງຕົນຍາດເອົາລາງວັນຊະນະເລີດຈະໄດ້ຮັບທຶນການສຶກສາ 20 ລ້ານກີບ ພ້ອມຂັນປະທານ 1 ໜ່ວຍ, ລາງວັນທີ 2 ທຶນການສຶກ ສາ 15 ລ້ານກີບ ພ້ອມໂລ້ກຽດຕິ ຍົດ 1 ໜ່ວຍ, ລາງວັນທີ 3 ທຶນ ການສຶກສາ 12 ລ້ານ ກີບ ພ້ອມ ໂລ້ 1 ໜ່ວຍ, ລາງວັນທີ 4 ທຶນ ການສຶກສາ 10 ລ້ານກີບ ພ້ອມ ໂລ້ 1 ໜ່ວຍ ແລະ ລາງວັນຊົມ ເຊີຍທີມລະ 4 ແສນກີບ, ພິເສດ ທາງບໍລິສັດ ເບຍລາວ ຈຳກັດ ຍັງ ໄດ້ມີລາງວັນຄູຝຶກດີເດັ່ນ ຈຳ ນວນ 5 ລ້ານກີບ ພ້ອມໃບຢັ້ງຢືນ ລວມ ມູນຄ່າທັງໝົດ 118 ລ້ານ ກີບ.

No comments:

Post a Comment