Ad

Ad

17 September 2014

ອິດທິພົນຂອງພະຍຸແຄວແມກິຈະເຂົ້າມາລາວໃນມື້ນີ້



     ກົມອຸຕຸນິຍົມ ແລະ ອຸທົກກະ ສາດໃຫ້ຮູ້ວ່າ: ພາຍຸ ແຄວແມກິ (KALMAE GI) ຫົວທີ 15, ໃນ ຕອນເຊົ້າຂອງມື້ວານນີ້, ຈຸດທີ່ ຕັ້ງຢູ່ເສັ້ນຂະໜານທີ 20,2 ອົງ ສາເໜືອ, ເສັ້ນແວງ 111,6 ອົງ ສາຕາເວັນອອກ, ເຄື່ອນທີ່ໄປທາງທິດຕາເວັນຕົກ -ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 30 ກິ ໂລແມັດ/ຊົ່ວໂມງ ແລະ ຄາດວ່າ ໃນຕອນເຊົ້າມື້ນີ້ວັນທີ 17 ກັນຍາ 2014,  ຈະເຄື່ອນເຂົ້າໃກ້ຝັ່ງຕອນເໜືອ ຂອງປະເທດຫວຽດນາມ, ວົງລັດສະໜີຂອງພາຍຸຈະກວມເອົາບັນດາ ແຂວງໄຊ ສົມບູນ, ຊຽງຂວາງ, ຫົວພັນ, ຜົ້ງສາ ລີ, ອຸດົມໄຊ, ຫລວງນ້ຳທາ ແລະ ຫລວງ ພະບາງ, ສ່ວນແຂວງຄຳ ມ່ວນ, ບໍລິຄຳໄຊ, ນະຄອນ ຫລວງວຽງຈັນ, ແຂວງວຽງຈັນ ແລະ ບັນດາແຂວງພາກໃຕ້ຈະ ມີຝົນ ຕົກຟ້າຄະນອງໃນລະດັບ ຄ່ອຍຫາປານກາງ. ດັ່ງນັ້ນ ຈຶ່ງແຈ້ງເຕືອນອຳ ນາດການປົກຄອງ, ອົງການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນທີ່ອາໄສຢູ່ແຂວງດັ່ງກ່າວຈົ່ງມີສະຕິລະວັງຕົວຕໍ່ສະພາບຝົນ ຕົກໜັກ, ລົມ ແຮງອາດຈະເຮັດໃຫ້ມີດິນເຈື່ອນ ແລະ ຮຽກຮ້ອງໃຫ້ກຽມພ້ອມມ້ຽນມັດວັດຖຸສິ່ງຂອງ, ສັດລ້ຽງໄປໄວ້ທີ່ປອດ ໄພ ແລະ ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນ ອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳໃນແຕ່ລະ ວັນ.

No comments:

Post a Comment