Ad

Ad

17 September 2014

ວິໄສທັດຂອງໄຟຟ້າລາວ



          ຮອງຜູ້ອຳນວຍການໃຫຍ່ໄຟຟ້າລາວຖະແໜ່ງຕໍ່ນັກຂ່າວພວກເຮົາເມື່ອບໍ່ດົນມານີ້ວ່າ: ລັດວິສາຫະກິດໄຟຟ້າລາວເປັນ ວິສາຫະກິດໜຶ່ງທີ່ນຳໜ້າໃນ ການສົ່ງເສີມການພັດທະນາເສດຖະກິດສັງຄົມຂອງຊາດ, ດ້ວຍ ການສະໜອງພະລັງງານໄຟຟ້າ, ຮັບປະກັນຕົ້ນທຶນຢ່າງສົມເຫດ ສົມຜົນ ແລະ ເຮັດໃຫ້ປະເທດ ເຮົາເປັນແຫຼ່ງຜະລິດໄຟຟ້າລາຍ ໃຫຍ່ໃນລະບົບໄຟຟ້າອາຊຽນ, ຮັບປະກັນການຕອບສະໜອງໄຟຟ້າໃຫ້ສັງຄົມໄດ້ພຽງພໍທົ່ວເຖິງ, ທັງສົ່ງຂາຍເປັນສິນຄ້າປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ, ແຕ່ຢາກໄດ້ແນວນັ້ນໄຟຟ້າລາວຕ້ອງຮັບປະກັນ 3 ຢ່າງຄື (1): ສົ່ງເສີມລະບົບຕາໜ່າງໄຟຟ້າ ພາຍໃນປະເທດໂດຍຄຳນຶງເຖິງສະພາບແວດລ້ອມ ແລະ ສັງຄົມເປັນປັດໄຈທີ່ສຳຄັນ, (2): ຕອບສະໜອງນະໂຍບາຍຂອງ ພັກ- ລັດຖະບານ, ໂດຍສະເພາະແມ່ນນະໂຍບາຍຫັນເປັນອຸດສາຫະກຳ ທີ່ທັນສະໄໝ່ ແລະ (3): ເປັນວິສາຫະກິດແບບ ຢ່າງ, ມີປະສິດທິຜົນ ແລະ ມີກຳລັງສາມາດດັດ ສົມພາກສ່ວນເສດຖະກິດອື່ນໆ.

        ທ່ານ ຮອງຜູ້ອຳນວຍການ ໃຫຍ່ໄຟຟ້າລາວກ່າວວ່າ: ໂດຍລວມແລ້ວການຂະຫຍາຍໄຟຟ້າແມ່ນມີທ່າຂະຫຍາຍ ຕົວໄວ ສົມຄວນ, ຕາມແຜນການແລ້ວແມ່ນ ໃຫ້ບັນລຸ 90%ໃນປີ 2020 ແຕ່ ຮອດປັດຈຸບັນສາມາດບັນລຸໄດ້ ແລ້ວ 87% ຖືວ່າໂອ ກາດທີ່ຈະບັນລຸຕາມຄາດໝາຍນັ້ນມີສູງຫຼາຍ, ໃນນີ້ສະເພາະຢູ່ນະຄອນ ຫຼວງວຽງຈັນທຸກບ້ານມີໄຟຟ້າ ໃຊ້ແລ້ວ 100%, ໃນປີ 2013 ອັດ ຕາການຊົມໃຊ້ໄຟຟ້າຢູ່ນະຄອນຫຼວງວຽງຈັນແມ່ນຕົກຢູ່ 460 ກວ່າເມັກ ແລະ ຮອດປີ 2014 ເພີ່ມຂຶ້ນເປັນ 480 ກວ່າເມັກ, ມັນ ແດງໃຫ້ເຫັນເຖິງການຂະຫຍາຍຕົວໄດ້ຢ່າງຊັດເຈນ ແລະ ຄາດ ວ່າຮອດປີ 2015 ນີ້, ການຂະຫຍາຍ ຕົວຂອງໄຟຟ້າຈະເພີ່ມຂຶ້ນຫຼາຍສົມຄວນ, ເພື່ອສາມາດ ຕອບສະໜອງການຂະຫຍາຍຕົວຂອງເສດຖະກິດ-ສັງຄົມຂອງ ປະເທດຄື ສຳ ນັກງານ, ອົງການ, ໂຮມແຮມ, ຮ້ານອານ ຫານ ແລະ ໂຄງການພັດທະນາ ຕ່າງໆທີ່ມີຈຳນວນເພີ່ມຂຶ້ນໃນ ແຕ່ລະປີ ແລະ ພ້ອມ ນີ້ລັດວິສາ ຫະກິດໄຟຟ້າລາວ ກໍບໍ່ຫລຸດລະ ໃນການຮັບປະກັນການສະໜອງໄຟຟ້າໃຫ້ທ້ອງຖິ່ນຕ່າງໆ, ເພື່ອເຮັດແນວໃດໃຫ້ ຮັບປະກັນການ ຊົມໃຊ້ໄຟຟ້າຂອງປະຊາຊົນໄດ້ພຽງພໍ, ຊ່ວຍເຂົາເຈົ້າພັດທະນາ ຕົນເອງໃຫ້ຫຼຸດພົ້ນອອກຈາກ ຄວາມທຸກຍາກ ໄດ້ໂດຍໄວ.

No comments:

Post a Comment