Ad

Ad

17 September 2014

ກະສິກຳຕີ​ລາຄາການຜະລິດລະດູຝົນ ແລະ ວາງແຜນການຜະລິດລະດູແລ້ງ



         ວັນທີ 16 ກັນຍານີ້, ກະຊວງກະສິກຳ ແລະ ປ່າ​ໄມ້ໄດ້ຈັດກອງປະຊຸມສະ ຫຼຸບຕີລາຄາການ​ຜະລິດລະດູຝົນ ປະຈຳປີ 2014 ແລະ ກະກຽມການຜະລິດລະດູ ແລ້ງສົກປີ 2014-2015 ຂຶ້ນຢູ່ສູນ ວິໄຈກະສິກຳແຫ່ງຊາດ, ໃນນະຄອນຫຼວງວຽງ ຈັນ, ພາຍໃຕ້ການເປັນປະທານຂອງທ່ານ ວິ ໄລວັນ ພົມເຂ ລັດຖະມົນຕີວ່າການກະ ຊວງກະສິກຳ ແລະ ປ່າໄມ້, ມີບັນດາຫົວໜ້າກົມ, ຮອງກົມ ແລະ ຫົວໜ້າພະແນກ ກະສິກຳທົ່ວປະເທດເຂົ້າຮ່ວມ.
          ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ກ່າວ ໃນທີ່ປະຊຸມວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອປຶກສາຫາລືທີ່ ມີລັກຊະນະວິຊາການ, ເພື່ອຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຕີລາຄາຄືນການຈັດຕັ້ງປະຕິບັດຕົວເລກ ຄາດໝາຍສູ້ຊົນການຜະລິດ ໃນລະດູຝົນທີ່ຜ່ານມາ, ບົນຈິດໃຈ 4 ບຸກທະລຸທີ່ຂະແໜງກະສິກຳ ແລະ ປ່າໄມ້ຕ້ອງໄດ້ສູ້ຊົນເຮັດ ໃຫ້ຂະແໜງການຂອງຕົ ນຂະຫຍາຍຕົວໃນລະດັບບໍ່ຫຼຸດ 3,3%, ປະກອບສ່ວນເຂົ້າໃນໂຄງປະ ກອບເສດຖະກິດແຫ່ງຊາດ, (GDP) ຢ່າງ​ຕ່ຳ​ໃຫ້​ໄດ້
24,6% ແລະ ສູ້​ຊົນ​ຜະລິດ​ເຂົ້າ​ໃຫ້​ໄດ້ 4 ລ້ານ​ໂຕນໃນປີ​ນີ້​ ແລະ ສະເພາະ ນາ​ແຊງ​ບໍ່​ໃຫ້​ຫຼຸດ 650 ພັນ​ໂຕນ, ນາປີ​ບໍ່​ໃຫ້​ຫຼຸດ 3,2 ລ້ານ​ໂຕນ, ຄາດໝາຍ​ດັ່ງກ່າວ​ຖື​ເປັນ​ໄມ້​ຫຼາ ວັດ​ແທກ​ທີ່​ຈະ​ຕ້ອງ​ໄດ້​ສູ້​ຊົນ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ປະສົບ​ຜົນສຳ​ ເລັດ​, ພ້ອມ​ນັ້ນ​ກໍ​ຈະ​ໄດ້ພ້ອມ​ກັນ ຕີ​ລາຄາ​ຄືນ​ກ່ຽວ​ກັບ​ການ​ເຮັດ​ທົດລອງ​ວຽກ​ງານ 3 ສ້າງ​ໃນ​ຂະ​ແໜງ​ກະສິກຳ ​ແລະ ປ່າ​​ໄມ້, ​ເພື່ອ ພ້ອມ​ກັນ​ປຶກສາ​ຫາລື​ແລກປ່ຽນ​ຄຳ​ຄິດ​​ເຫັນ​ເ ແລະ ຊອກຮູ້ດ້ານ​ຕັ້ງໜ້າເພື່ອເສີມຂະຫຍາຍ ​ແລະ ດ້ານຄົງ​ຄ້າງ,​ ໃນ​ວຽກ​ງານ​ດັ່ງ ກ່າວ, ເພື່ອປັບປຸຸງແກ້​ໄຂ​ໃຫ້​ດີ​ຂຶ້ນ.

        ລັດຖະມົນຕີ​ກ່າວ​ວ່າ: ພາຍ ຫຼັງ​ສຳເລັດກອງປະຊຸມຄັ້ງນີ້ ແລ້ວ​ແມ່ນ​ສະ​ເໜີໃຫ້​ບັນດາ​ກົມ, ສະ​ຖາ​ບັນ ແລະ ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ນະຄອນຫຼວງ,​ແຂວງ​​ເປັນ​ເອກະ​ພາບກັນ​ນຳ ເອົາ​ຜົນ​ສຳ​ເລັດ​ດັ່ງກ່າວໄປ​ຜັນ​ຂະຫຍາຍ ​ແລະ ສູ້​ຊົນ​ຈັດ​ຕັ້ງ​ປະ ຕິບັດ, ດ້ວຍ​ຈິດ​​ໃຈເຄັ່ງຮ້ອນ ແລະ ມີຄວາ​ມຮັບຜິດຊອບ​,​ ເພື່ອ​ໃຫ້​ຂະແໜງການຂອງຕົນມີ​ການ​ຫັນປ່ຽນ​ທີ່ຕັ້ງໜ້າ ​ແລະ ສ້າງ​ໃຫ້​ມີ​ປັດ​ໃຈ​ໃໝ່​ເກີດ​ຂຶ້ນ, ເຮັດ​ໃຫ້​ຂະ​ແໜງ​ກະ​ສິກຳ-ປ່າ​ໄມ້ກາຍ​ເປັນ​ສະໝາ​ມຮົບ​​ແຫ່ງ​ການ​ຜະລິດ ແລະ ຫັນ​ການ​ຜະລິດ​ໃຫ້​ເປັນ​ອຸດ ສາຫະກຳ ​ແລະ ​ທັນ​ສະ​ໄໝ​ເທື່ອ ລະ​ກ້າວ, ​ໂດຍ​ສະ​ເພາະ​​ແມ່ນ ຕ້ອງ​ສ້າງ​ໃຫ້​ໄດ້​ “ ບ້ານ​ພັດທະ ນາ​ກະສິກຳ ​ແ​ລະ ປ່າ​ໄມ້  ​ແລະ ຄອບຄົວ​ຕົວ​ແບບ​ດ້ານ​ກະສິກຳ ” ໃຫ້ນັບມື້ຫຼາຍຂຶ້ນ.    

No comments:

Post a Comment