Ad

Ad

17 September 2014

ຫ້ອງການລັດຖະບານຈັດປະຊຸມກະກຽມການສະເຫລີມສະຫລອງສອງວັນປະຫວັດສາດສຳຄັນຂອງຊາດ



     ໃນຕອນແລງຂອງວັນທີ 16 ກັນຍາ 2014, ຫ້ອງວ່າການລັດຖະບານໄດ້ຈັດ ກອງປະຊຸມກະກຽມການສະເຫລີມສະ ຫລອງວັນປະຫວັດສາດສຳຄັນຂອງ ຊາດ ຄືວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ຄົບຮອບ 60 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ, ພາຍໃຕ້ ການເປັນປະທານຂອງທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາ ຍົກລັດຖະມົນຕີຜູ້ຊີ້ ນຳວຽກງານເສດຖະກິດມະຫາພາກ ແລະ ບໍລິການ, ໂດຍມີບັນດາລັດຖະມົນຕີວ່າການ, ຊ່ວຍວ່າການ ແລະ ພາກສ່ວນ ກ່ຽວຂ້ອງຈາກຂະແໜງຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
     ກອງປະຊຸມຄັ້ງນີ້ ແມ່ນເພື່ອ ສືບຕໍ່ວຽກງານກະກຽມການ ສວນສະໜາມ ແລະ ລາຍງານຄືນຜົນຄືບໜ້າຂອງການກະ ກຽມໃຫ້ແກ່ວຽກງານດັ່ງກ່າວໃນໄລຍະຜ່ານມາ, ຈາກທ່ານ ສອນໄຊ ສີພັນດອນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະ ບານຊຶ່ງເຫັນວ່າທາງຄະນະອະນຸກຳມະການສວນສະໜາມ ກໍໄດ້ມີການ ຈັດກອງປະຊຸມປຶກສາຫາລືຫຼາຍຄັ້ງ ແລະ ກໍໄດ້ມີການ ກຳນົດດ້ານເນື້ອໃນ, ຈຸດປະສົງ ແລະ ລະດັບຄາດໝາຍໂດຍມີການ ສ້າງເປັນແຜນການ, ແຜນຄົນ ແລະ ແຜນງົບປະມານເປັນ ອັນລະອຽດພໍສົມຄວນແລ້ວ. ຈາກນັ້ນບັນດາອະນຸກຳມະການສວນສະໜາມທີ່ເຂົ້າຮ່ວມກໍໄດ້ສຸມໃສ່ຄົ້ນຄວ້າ ແລະ ສ້າງແຜນ
ລະອຽດຕື່ມໃນການກຳນົດເນື້ອໃນ ແລະ ຮູບການສວນສະໜາມທີ່ ແບ່ງອອກເປັນ 2 ຮູບການຄື: ເນື້ອໃນ ແລະ ຮູບການ ສວນສະໜາມຂອງກຳລັງ ປກຊ-ປກສ ແລະ ກ້ອນກຳລັງຂອງຂະບວນ ມວນຊົນ. ຄາດຈະມີປະມານ 40 ກ້ອນ, ຊຶ່ງແຕ່ລະ ກ້ອນຈະບັນຈຸ ຢ່າງໜ້ອຍ 400 ຄົນ, ສຳລອງ 20 ຄົນ (ຄາດຄະເນເບື້ອງຕົ້ນຈະນຳໃຊ້ຈຳນວນພົນທັງໝົດ: 14.250 ຄົນ), ສ້າງແຜນຈັດວາງກ້ອນ ກຳລັງໂດຍເລີ່ມຕົ້ນຈາກກ້ອນທຸງໄຊ (ຂອງກຳລັງ ປກຊ) ລຽງຕາມລຳດັບຈົນຮອດກ້ອນທີ 40. ປິດ ທ້າຍດ້ວຍການໂດດຈ້ອງ (ຂອງກອງທັບ ຈຳນວນ 50 ຄົນ). ແລະ ກອງປະຊຸມໄດ້ຕົກລົງເຫັນດີຕາມການສະເໜີປ່ຽນຊື່ເອີ້ນ ຄຳວ່າ: “ກ້ອນຂະແໜງການຈາກກະຊວງມາເປັນກ້ອນກະຊວງ, ການກຳນົດເວລາສະແດງກ້ອນກຳລັງ ແລະ ງົບປະມານຄືນ ໃໝ່. ພ້ອມຍັງໄດ້ຕົກລົງເຫັນ ດີສ້າງແຜນຝຶກແອບ 6 ເດືອນຕົ້ນ ປີ 2015 ກ່ອນຈະເຖິງການສະ ເຫລີມສະຫລອງຕົວຈິງ, ໂດຍໄດ້ ກຳນົດເອົາທຸກໆວັນເສົາເປັນວັນຝຶກຊ້ອມຢູ່ຕາມສະຖານທີ່ໃຜ ລາວ ແລະ ຮອດກາງປີ 2015 ແຕ່ລະກ້ອນຈະໄດ້ສ້າງ ຄວາມ ລື້ງເຄີຍກັບສະໜາມຫລວງ (ເດີ່ນພະທາດຫລວງ) ແຕ່ເດືອນ 9 ພະຈິກ 2015, ທຸກກ້ອນກຳລັງແມ່ນຈະໄດ້ມີການ ຝຶກໃຫຍ່ ຢ່າງໜ້ອຍ 3 ຄັ້ງ ຫລັງຈາກນັ້ນກວດກາຄວາມພ້ອມໃນແຕ່ລະດ້ານໃຫ້ຮັບປະກັນ ແລະ ມີຄວາມຮຽບຮ້ອຍດີ.

No comments:

Post a Comment