Ad

Ad

17 September 2014

ຮອງປະທານປະເທດພົບປະກັບການນຳຂັ້ນສູງຂອງ ສປ ຈີນ



     ໃນຕອນແລງຂອງວັນທີ 15 ກັນຍາ 2014, ຢູ່ໜານໜິງ ສາທາລະນະລັດ ປະຊາຊົນຈີນ, ທ່ານ ບຸນຍັງ ວໍລະຈິດ ກຳມະ ການກົມການເມືອງສູນກາງພັກຮອງປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະທ່ານ ຈ່າງ ກ່າວ ລີ້ ກຳມະການປະຈຳກົມ ການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີແຫ່ງ ສປ ຈີນ, ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາ ຊຽນ ຄັ້ງທີ 11 ຢູ່ໜານໜິງ, ເຂດປົກຄອງຕົນເອງຊົນເຜົ່າຈວ້າງ ກວາງຊີ, ສປ ຈີນ.
     ໃນການພົບປະກັນຄັ້ງນີ້, ທັງສອງຝ່າຍໄດ້ແລກປ່ຽນຄວາມ ຄິດເຫັນກ່ຽວກັບການພົວພັນ ແລະ ການຮ່ວມມືສອງຝ່າຍ ໃນໄລຍະຜ່ານ. ທ່ານຮອງປະທານ ປະເທດແຫ່ງ ສປປ ລາວ ໄດ້ຕີລາຄາສູງ ແລະ ສະແດງຄວາມພາກພູມໃຈທີ່ເຫັນວ່າ ການພົວ ພັນຮ່ວມມືລາວ-ຈີນ, ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ, ອັນໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດລາວ-ຈີນ.
     ສອງຝ່າຍໄດ້ຕີລາສູງຕໍ່ການ ແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນຂອງການນຳຂັ້ນສູງຂອງພັກ ແລະ ລັດຢ່າງເປັນ ປົກະຕິລວມທັງບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ມີການແລກປ່ຽນບົດຮຽນນຳກັນ, ຊ່ວຍເຫລືອຊຶ່ງກັນ ແລະ ກັນ ໃນການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານວ່າດ້ວຍການເສີມຂະຫຍາຍສາຍ ພົວພັນແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງສອງປະເທດ. ຝ່າຍຈີນຍາມໃດກໍຖືວ່າ ສປປ ລາວ ເປັນເພື່ອນບ້ານທີ່ດີ, ສະຫາຍທີ່ດີ, ເພື່ອນມິດທີ່ດີ ແລະ ຄູ່ຮ່ວມງານທີ່ດີ ແລະ ມີການຊ່ວຍເຫລືອຊຶ່ງກັນ ແລະ ກັນມາໂດຍຕະຫລອດ.

     ສອງຝ່າຍເຫັນເປັນເອກະພາບກັນວ່າການຮ່ວມມືທາງ ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນລະຫວ່າງສອງປະ ເທດ, ໄດ້ມີການຂະຫຍາຍຕົວ ນັບມື້ນັບເພີ່ມຂຶ້ນ. ມາເຖິງປັດຈຸບັນຈີນເປັນປະເທດນຳ​ໜ້າໃນການລົງທຶນຂອງຕ່າງປະເທດຢູ່ ລາວໃນບັນດາຂະແໜງການ ຕ່າງທີ່ມີທ່າແຮງ. ໃນປີ 2013 ການຄ້າສອງຝ່າຍບັນລຸ 2,74 ຕື້ໂດລາ. ສະເພາະ 6 ເດືອນຕົ້ນປີ 2014 ບັນລຸ 2,3 ຕື້ໂດລາ. ການແລກປ່ຽນການໄປມາຫາສູ່ກັນ ລະຫວ່າງປະຊາຊົນຂອງສອງປະເທດກໍມີຈຳນວນເພີ່ມຂຶ້ນ ທຸກປີ.
     ຈາກນັ້ນ, ທ່ານຮອງປະທານ ປະເທດຍັງໄດ້ຮັບການເຂົ້າຢ້ຽມຢາມຂຳນັບຂອງທ່ານ ເສີນອູ ເຈົ້າແຂວງກວາງຊີ. ໃນການ ພົບປະກັນນີ້, ທ່ານຮອງປະທານປະເທດ, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການພັດທະນາເສດຖະກິດ-ສັງ ຄົມຂອງ ແຂວງກວາງຊີ, ເຊິ່ງເຫັນວ່າມີທ່ວງທ່າຂະຫຍາຍຕົວຢ່າງວ່ອງໄວການຈັດງານວາງສະແດງສິນຄ້າປະຈຳປີຈີນ-ອາຊຽນ, ໄດ້ປະ ກອບສ່ວນສຳຄັນ ໃນການສົ່ງເສີມການພົວພັນການຄ້າຈີນ-ອາຊຽນໃຫ້ນັບມື້ມີ ການຂະຫຍາຍຕົວຍິ່ງຂຶ້ນ.
     ສຳລັບການພົວພັນສອງຝ່າຍລະຫວ່າງແຂວງກວາງຊີ ກັບ ສປປ ລາວ, ນັ້ນແມ່ນມີປະວັດທີ່ຍາວນານໂດຍສະເພາະ ແມ່ນ ໂຮງຮຽນ 67. ໃນສະໄໝຕໍ່ສູ້ກູ້ຊາດ, ນັກປະຕິວັດ ແລະ ປະ ຊາຊົນລາວໄດ້ເອົາລູກຫລານ ຂອງຕົນມາຝາກນຳປະຊາຊົນ ແຂວງກວາງຊີຊ່ວຍສິດສອນ, ເບິ່ງແຍງ. ລູກຫລານຈຳນວນ ດັ່ງກ່າວສ່ວນໜຶ່ງໄດ້ປະກອບ ສ່ວນເປັນການນຳຂອງພັກລັດ ຂອງສປປ ລາວ ໃນປັດຈຸບັນ. ປັດຈຸບັນແຂວງກວາງຊີກໍຍັງໄດ້ສືບຕໍ່ໃຫ້ການຊ່ວຍເຫລືອດ້ານທຶນການສຶກສາໃຫ້ແກ່ ສປປ ລາວ ຕະຫລອດມາ.

No comments:

Post a Comment