Ad

Ad

17 September 2014

ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 35 ໄຂຂຶ້ນຢ່າງ ເປັນທາງການຢູ່ນະຄອນຫລວງວຽງຈັນ



ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 35​ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 16 ກັນຍານີ້, ຢູ່ໂຮງແຮມດອນຈັນພາເລດ ນະ ຄອນຫລວງວຽງຈັນ ພາຍໃຕ້ການ ເປັນປະ ທານຂອງທ່ານ ນາງ ປານີ ຢາທໍຕູ້ ປະທານສະພາ ແຫ່ງຊາດລາວ, ໂດຍການ ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດ ກອງປະຊຸມດັ່ງກ່າວຂອງ ທ່ານ ທອງສິງ ທຳມະວົງ ນາຍົກລັດ ຖະມົນຕີແຫ່ງສ ປປ ລາວ, ມີບັນດາປະທານ, ຮອງປະທານ,  ມີ ຄະນະຜູ້ແທນລັດຖະສະພາບັນດາປະເທດ ສະມາຊິກອາຊຽນ, ຄະນະຜູ້ແທນ ສັງເກດການ, ອົງ ການຈັດຕັ້ງສາກົນກ່ຽວຂ້ອງ ເຂົ້າຮ່ວມເປັນຈຳນວນຫລາຍ ແລະ ກອງ ປະຊຸມສຳຄັນຄັ້ງ ນີ້ໄດ້ມີຫົວຂໍ້ວ່າ :“ປັບປຸງການ ຮ່ວມມືລັດຖະສະພາໃຫ້ເຂັ້ມແຂງເພື່ອສ້າງປະຊາຄົມອາຊຽນ ”.

    ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ກ່າວປາ ໄສເປີດກອງປະຊຸມສຳຄັນຄັ້ງນີ້ວ່າ: ກອງປະຊຸມໄດ້ໄຂຂຶ້ນທ່າມ ກາງສະພາບການພາກພື້ນ ແລະ ສາກົນສືບຕໍ່ຜັນແປໄປຢ່າງໄວ ວາ ແລະ ສັບສົນ, ຢູ່ຫລາຍ ພາກພື້ນໃນໂລກຍັງມີສິ່ງທ້າທາຍ ຫລາຍປະການເຊັ່ນ: ຄວາມ ບໍ່ສະຫງົບດ້ານການເມືອງ, ຂໍ້ຂັດ ແຍ່ງດ້ານດິນແດນ, ການປ່ຽນ ແປງດິນຟ້າອາກາດ, ໄພພິບັດ ທຳມະຊາດ, ພະຍາດລະບາດ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ການຟື້ນໂຕຂອງເສດຖະກິດໂລກຍັງບໍ່ ທັນໝັ້ນທ່ຽງ, ແຕ່ອັນສຳຄັນ, ທ່າອ່ຽງລວມຂອງສັງຄົມຍັງແມ່ນ ການຮ່ວມມືເພື່ອພັດທະນາເສດຖະກິດ-ສັງຄົມຂອງແຕ່ລະ ປະເທດ. ອາຊຽນເປັນພາກພື້ນໜຶ່ງ ໂດຍລວມແມ່ນມີສັນຕິພາບ ແລະ ສະຖຽນລະພາບຊຶ່ງເປັນໝາກ ຜົນຂອງການຮ່ວມມື ກັນພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບຄູ່ຮ່ວມມືພາຍນອກບົນພື້ນຖານຫລັກການທີ່ອາຊຽນສ້າງ ຂຶ້ນຊຶ່ງບໍ່ສະເພາະ ເປັນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຮ່ວມມືກັນໃນ ຂົງເຂດເສດຖະກິດ ແລະ ວັດທະນະທຳ-ສັງຄົມ ຂອງອາຊຽນເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນສຳຄັນເຂົ້າໃນການ ປົກປັກຮັກສາ  ແລະ ສົ່ງເສີມສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກນຳອີກ. ໄອປາ, ໃນຖານະເປັນອົງການຮ່ວມມືລະ ຫວ່າງລັດຖະສະພາ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນຂອງບັນດາປະເທດສະມາຊິກອາຊຽນ, ໄດ້ປະ ກອບສ່ວນອັນສຳ ຄັນເຂົ້າໃນຜົນສຳເລັດດັ່ງກ່າວ ແລະ ໃນລະຫວ່າງການພົບປະລະຫວ່າງຜູ້ນຳອາຊຽນ ແລະ ໄອປາທີ່ເນປີດໍ ປະເທດມຽນມາໃນເດືອນພຶດສະພາ 2014 ຜ່ານມານີ້, ບັນດາຜູ້ນຳອາຊຽນໄດ້ຊຸກຍູ້ໃຫ້ໄອປາເພີ່ມທະວີບົດບາດຂອງຕົນໃນ ຂະນະທີ່ອາຊຽນພວມເພີ່ມທະວີຄວາມພະຍາຍາມ ເພື່ອສ້າງປະຊາຄົມອາຊຽນໃຫ້ສຳເລັດໃນວັນທີ 31 ທັນວາ 2015.
    ທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດລາວ, ປະທານກອງປະຊຸມໄອປາຄັ້ງນີ້ ກ່າວວ່າ: ພາຍໃຕ້ຄຳຂວັນດັ່ງ ກ່າວ, ກອງປະຊຸມກຳມະການສະມາຊິກລັດຖະສະພາເພດຍິງ ລະຫວ່າງຊາດອາຊຽນ (WAI PA), ຈະໄດ້ປຶກສາຫາລືກ່ຽວ ກັບ ການປັບປຸງບົດບາດຂອງສະມາຊິກລັດຖະສະພາເພດຍິງລະຫວ່າງຊາດອາຊຽນໃຫ້ເຂັ້ມແຂງ ເພື່ອປະກອບສ່ວນສ້າງປະຊາຄົມ ອາຊຽນ, ເພີ່ມທະວີຄວາມພະຍາຍາມສະກັດກັ້ນທຸກຮູບການຈຳແນກ ແລະ ໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນ ອາຊຽນ ແລະ ແມ່ຍິງມີພາວະຄວາມເປັນຜູ້ນຳຢູ່ໃນອາຊີຕາເວັນອອກສ່ຽງໃຕ້. ນອກຈາກນີ້, ບັນຫາທີ່ຈະຍົກຂຶ້ນມາປຶກສາ ຫາ ລືໃນກຳມາທິການຕ່າງໆນັ້ນລ້ວນແຕ່ກ່ຽວພັນກັບການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືດ້ານເສດຖະ ກິດ-ສັງຄົມ ທີ່ມີປະສິດທິພາບ ເພື່ອຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາໃນອາຊຽນໂດຍຜ່ານການຍົກລະດັບ ຄວາມຮູ້ຄວາມສາມາດຂອງຜູ້ປະກອບການ,  ສົ່ງເສີມການເຕີບໂຕສີຂຽວເພື່ອການພັດທະນາແບບຢືນຍົງ, ກໍຄືການພັດທະ  ນາສີມືແຮງງານຂອງປະຊາຄົມອາ ຊຽນ ແລະ ການຄວບຄຸມພະຍາດລະບາດຕ່າງໆລ້ວນແຕ່ເປັນບັນຫາສຳຄັນເພື່ອສ້າງກຳລັງ ແຮງງານທີ່ມີຄຸນນະພາບ ແລະ ຮັບປະກັນໃຫ້ປະຊາຊົນມີພະລານາໄມແຂງແຮງເພື່ອຮັບປະກັນການປະກອບສ່ວນເຂົ້າໃນ ວຽກງານລວມຂອງປະຊາຄົມອາ ຊຽນພາຍໃຕ້ຄຳຂວັນ  “ວິໄສທັດໜຶ່ງດຽວ, ເອກກະລັກໜຶ່ງດຽວ ແລະ ປະຊາຄົມໜຶ່ງ ດຽວ”.

No comments:

Post a Comment