Ad

Ad

18 September 2014

ຜົນຜະລິດເຂົ້າສົກປີນີ້ບັນລຸໄດ້ຕາມຄາດໝາຍວາງໄວ້



     ຕາມການລາຍງານຂອງ ທ່ານຫົວໜ້າກົມແຜນການກະ ຊວງກະສິກຳ-ປ່າໄມ້ຕໍ່ກອງປະ ຊຸມສະຫຼຸບຕີລາຄາການຜະລິດລະ ດູຝົນ ແລະ ກຽມໃສ່ການຜະ ລິດລະດູແລ້ງ 2015 ທີ່ໄດ້ຈັດຂຶ້ນ ໃນວັນທີ 16 ກັນຍານີ້ ວ່າ: ການ ຜະລິດເຂົ້າໃນສົກປີ 2013-2014 ໄດ້ມີການພັດທະນາໄປສູ່ອັນໃໝ່ຫຼາຍຂຶ້ນ, ໂດຍສະເພາະໄດ້ຫັນປ່ຽນໄປສູ່ການຜະລິດແບບມີຈຸດສຸມ, ແບບ ເປັນກຸ່ມ, ຕິດພັນກັບກຸ່ມໂຮງສີເຂົ້າ ແລະ ຫັນໄປນຳ ໃຊ້ກົນຈັກໃນການຜະລິດຫຼາຍຂຶ້ນ, ເປັນຕົ້ນແມ່ນການກະ ກຽມດິນ, ການນຳໃຊ້ ແນວພັນປັບປຸງ, ເຕັກນິກໃນການຜະລິດ ແລະ ການບົວລະບັດຮັກສາຕ່າງໆ, ຊຶ່ງທັງໝົດນັ້ນມັນໄດ້ເຮັດໃຫ້ການ ຜະລິດຂອງ ກະສິກອນເປັນລະບົບຕ່ອງໂສ້, ສ້າງເງື່ອນໄຂໃຫ້ແກ່ກະສິກອນສາມາດເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດ, ມີການ ຊຸກຍູ້ສົ່ງເສີມ ຢ່າງເປັນລະບົບ, ພົ້ນເດັ່ນກວ່າໝູ່ແມ່ນເຂດພາກກາງ ແລະ ພາກໃຕ້ຄືການຜະລິດເຂົ້ານາແຊງໃນສົກປີ 2013- 2014 ສາມາດ ປັກດຳໄດ້ທັງໝົດ 102.505 ເຮັກຕາ, ເທົ່າກັບ 81% ຂອງແຜນການ (126.600 ເຮັກຕາ), ຖ້າທຽບໃສ່ ປີຜ່ານມາເພີ່ມຂຶ້ນ 10,160 ກວ່າເຮັກຕາ, ສ່ວນຜົນຜະລິດບັນລຸໄດ້ 550  ພັນກວ່າໂຕນ, ເທົ່າກັບ 100% ຂອງແຜນການ
ແລະ ເພີ່ມ ຂຶ້ນຈາກປີ ຜ່ານມາ 24 %, ສ່ວນ ການຜະລິດເຂົ້ານາປີໄດ້ວາງຄາດໝາຍສູ້ຊົນ 772.600 ເຮັກ ຕາ, ຜົນຜະ ລິດໃຫ້ໄດ້ 3,2 ລ້ານ ໂຕນ, ໃນນັ້ນເນື້ອທີ່ປູກເຂົ້າຈຸດ ສຸມມີ 68 ພັນເຮັກຕາ, ຄາດຄະເນຜົນຜະລິດ 350 ພັນໂຕນ, ດ້ວຍ ສະມັດຖະພາບ 5,14 ໂຕນ/ ເຮັກຕາ, ສ່ວນໃຫຍ່ແມ່ນຢູ່ ແຂວງພາກກາງ ແລະ ພາກໃຕ້ (ເປັນຕົ້ນແຂວງວຽງຈັນ, ຄຳ ມ່ວນ, ສະຫວັນນະເຂດ, ສາລະ ວັນ, ຈຳປາສັກ ແລະ ອັດຕະປື), ຄາດຄະເນຜົນຜະລິດເຂົ້ານາປີ ປີນີ້ຈະບັນລຸໄດ້ປະມານ 2.350.000 ໂຕນ, ດ້ວຍສະມັດ ຖະພາບ 4,18 ໂຕນ/ເຮັກຕາ.
   ທ່ານຫົວໜ້າກົມແຜນການໃຫ້ຮູ້ອີກວ່າ: ສັງລວມແລ້ວຜົນຜະລິດເຂົ້ານາປີ 2014 ທັງໝົດມີ ປະມານ 3.3 ແສນໂຕນ, ແຕ່ ເນື່ອງຈາກມີເນື້ອທີ່ນາສ່ວນໜຶ່ງໄດ້ຮັບຜົນກະທຳຈາກໄພທຳມະຊາດ, ຈຶ່ງເຮັດໃຫ້ຜົນຜະລິດຫຼຸດ ລົງ, ສຳລັບການຜະລິດເຂົ້າ ໄຮ່ປະຕິດໄດ້ 116.690 ເຮັກຕາ, ມີ ເນື້ອທີ່ຖືກເສຍຫາຍຈາກໄພທຳ ມະຊາດປະມານ 490 ເຮັກຕາ, ສະນັ້ນຄາດຄະເນເນື່ອ ທີ່ເກັບກ່ຽວປະມານ 116.200 ເຮັກຕາ, ຜົນຜະລິດປະມານ 228.900 ໂຕນ, ສັງລວມແລ້ວໃນສົກປີ 2013-2014 ນີ້ທົວ ປະເທດສາມາດປູກເຂົ້າໄດ້ທັງໝົດ 991.800 ເຮັກຕາ, ຈະມີຜົນຜະລິດປະມານ 4,0 ລ້ານໂຕນ, ດັ່ງຕົວເລກຄາດໝາຍ ວາງໄວ້.

No comments:

Post a Comment