Ad

Ad

18 September 2014

ອຸຕຸແຈ້ງໃນຕົ້ນອາທິດໜ້າຈະມີຝົນຕົກຫລາຍຂຶ້ນ



     ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ສະພາບອາກາດແຕ່ວັນທີ 17-23 ກັນຍານີ້, ບໍລິເວນຄວາມກົດດັນອາກາດ ຕ່ຳຍັງຈະມີກຳລັງປານກາງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງລັກ ສະນະເຊັ່ນນີ້ຍັງຈະເຮັດໃຫ້ມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກ ໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ອຸນຫະພູມອາກາດຈະເຢັນລົງເລັກຫນ້ອຍ. ຈາກນັ້ນກາງທ້າຍອາທິດນີ້ສະພາບຝົນ ຈະເບົາບາງລົງ ແລະ ໃນຕົ້ນອາທິດໜ້າຈະມີຝົນຕົກຟ້າຄະນອງກະຈາຍຫລາຍຂຶ້ນຢູ່ແຕ່ລະພາກ, ພ້ອມມີລົມພັດແຮງເປັນບາງ ໂອກາດນັບທັງນະຄອນຫລວງວຽງຈັນ.
     ສຳລັບອຸນຫະພູມໃນອາທິດຕໍ່ໜ້າໂດຍທົ່ວໄປຈະເຢັນລົງເລັກນ້ອຍ, ໂດຍສະເພາະຢູ່ພາກເໜືອດ້ານຕາເວັນອອກ, ພູພຽງ ບໍລິເວນປາກຊ່ອງ, ທ່າແຕງ ແລະ ນິຄົມ 34. ສ່ວນສະພາຝົນແຕ່ ວັນທີ 17-18 ກັນຍານີ້ ຈະມີຝົນຕົກຟ້າຄະນອງໃນລະດັບ ຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກເໜືອ ແລະ ໃນວັນທີ 19-20 ກັນ ຍາ 2014 ຝົນຈະຫລຸດລົງ. ຈາກນັ້ນ ໃນວັນທີ 21-23 ກັນຍາ ຈະມີຝົນຕົກຟ້າຄະນອງຫລາຍຂຶ້ນໃນລະດັບຄ່ອຍຫາປານ
ກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ນັບທັງນະຄອນຫລວງວຽງຈັນ, ພ້ອມມີລົມພັດແຮງເປັນບາງໂອກາດຍ້ອນລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ມີທ່າອ່ຽງຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມຢູ່ທົ່ວທຸກພາກຂອງລາວ.
     ສຳລັບສະພາບຝົນໃນຕົ້ນອາທິດທີ່ຜ່ານມາມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງຢູ່ ບາງທ້ອງຖິ່ນໃນແຕ່ລະພາກ. ຈາກນັ້ນທ້າຍອາທິດໄດ້ມີຝົນຕົກຟ້າຄະນອງຫລາຍຂຶ້ນໃນລະດັບຄ່ອຍຫາປານກາງເປັນບໍລິເວນ ກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ເຊິ່ງປະລິມານນ້ຳຝົນ ໄລຍະ 24 ຊົ່ວໂມງຂອງວັນທີ 14 ກັນຍານີ້, ທີ່ສະ ຖານນີປາກຊັນແທກໄດ້ 135,4 ມິນລິແມັດ.

No comments:

Post a Comment