ຄະນະກຳມະການຄຸ້ມອງຕະຫຼາດຫຼັກຊັບໃຫ້ຮູ້ວ່າ:
ປັດຈຸບັນລາວເຮົາຍັງມີຄວາມຕ້ອງ ການທືນຫຼາຍເພື່ອນຳໄປພັດທະ ນາພື້ນຖານໂຄງລ່າງ, ລວມເຖິງການລົງທືນໃສ່ການຜະລິດໃນຫຼາຍຂະແໜງການນັບແຕ່ຂະແໜງພະລັງງານ,
ບໍ່ແຮ່, ອຸດ ສາຫະກຳ, ກຳສິກຳ, ການເງິນການທະນາຄານ ແລະ ການທ່ອງທ່ຽວ, ຂະນະທີ່ການສະໜອງທຶນຍັງມີຄວາມຈຳກັດ,
ໂດຍສະ ເພາະແມ່ນທຶນໄລຍະຍາວ, ດັ່ງນັ້ນການພັດທະນາຕະຫຼາດທຶນຈະເປັນໂອກາດ ແລະ ສິ່ງອຳນວຍຄວາມສະດວກຫຼາຍດ້ານໃຫ້
ແກ່ແຫຼ່ງທຶນຂອງລາວເຮົາຄື (1) ຈະຊ່ວຍກະຕຸກຊຸກຍູ້ການຜະລິດສິ້ນຄ້າ ແລະ ການບໍລິການໄດ້ຫຼາຍ
ແລະ ກວ້າງຂວາງ, (2) ເປັນໂອກາດໃຫ້ແກ່ອົງການຄຸ້ມຄອງຫຼັກຊັບ ແລະ ອົງການຄຸມຄອງມະຫາພາກອື່ນທີ່ກ່ຽວຂ້ອງ
ແລະ ບັນດາຫົວໜ່ວຍທຸລະ ກິດທີ່ມີສ່ວນຮ່ວມໃນຕະຫຼາດທືນຂອງລາວພ້ອມສາມາດຖອດຖອນບົດຮຽນ ແລະ ຍາດແຍ່ງການຊ່ວຍເຫຼືອທາງດ້ານເຕັກ ນິກວິຊາການໄດ້ຫຼາຍຂຶ້ນກວ່າເກົ່າ,
(3) ເປັນໂອກາດຂະຫຍາຍຖານແຫຼ່ງທຶນໃຫ້ກວ້າງອອກ ແລະ (4) ເປັນໂອ ກາດທີ່ຈະຍົກ ສະຖານະພາບຕະຫຼາດການເງິນຂອງລາວສູງຂຶ້ນໃນເວທີທຶນສາກົນ,
ທັງສ້າງເງື່ອນໄຂໃຫ້ການເຊື່ອມໂຍງເສດຖະກິດ-ການເງິນ ກັບສາກົນ, ແຕ່ຄຽງຄູ່ກັບສິ່ງດັ່ງກ່າວກໍມີສິ່ງທ້າທາຍຫຼາຍດ້ານທີ່ຈະຕ້ອງໄດ້
ເອົາໃຈໃສ່ຄື: ການຄຸ້ມຄອງຂະບວນການເຄື່ອນ
ໄຫວໃນຕະຫຼາດຫຼັກຊັບ ແລະ ຕະຫຼາດທຶນຖ້າບໍ່ມີຄວາມຮັດກຸມພຽງພໍອາດຈະພາໃຫ້ເກີດຄວາມສ່ຽງຕໍ່ລະບົບການເງິນ
ແລະ ເສດຖະກິດໂດຍລວມໄດ້, ສະນັ້ນຕ້ອງເອົາໃຈໃສ່ສ້າງຄວາມອາດສະມາດໃນການຄຸ້ມຄອງວຽກງານຕະຫຼາດທຶນຢ່າງຮັດກຸມ
ແລະ ສອດຄ່ອງກົມກ່ຽວກັນ, ຂະຫຍາຍຖານແຫຼ່ງທຶນຈາກພາຍໃນໄປສູ່ຕ່າງປະເທດໄດ້ດ້ວຍຫຼາຍວິທີການຊຶ່ງແຕ່ລະວິທີຈະ
ສ້າງຜົນໄດ້ຮັບ ແລະ ຄວາມສ່ຽງທີ່ແຕກຕ່າງກັນສະນັ້ນ, ຈຶ່ງຈຳເປັນຕ້ອງມີການຄົ້ນຄວ້າຢ່າງເລິກເຊິ່ງລະຫວ່າງວິທີການຂະ
ຫຍາຍຖານແຫຼ່ງທຶນສາກົນຈາກທາງໃນອອກສູ່ທາງນອກ. ກັບການຂະຫຼາຍແຫຼ່ງທຶນສາກົນຈາກທາງນອກສູ່ທາງໃນ
ແລະ ສ້າງ ບຸກຄະລາກອນພາຍໃນໃຫ້ທັນກັບຄວາມຮຽກຮ້ອງຕ້ອງການ ແລະ ອັນສຳຄັນອີກຢ່າງໜຶ່ງທີ່ຈະຕ້ອງປະສານສົມທົບຫຼາຍວິທີ
ການກໍ່ສ້າງ, ແຕ່ບັນດາໂອກາດ ແລະ ສິ່ງທ້າຍທາຍດັ່ງກ່າວເຫຼົ່ານີ້ມັນຈະເຮັດປະເທດເຮົາມີຖານແຫຼ່ງທຶນທີ່ໝັ້ນຄົງຫຼາຍຂຶ້ນ.
No comments:
Post a Comment