ໃນວັນທີ 16 ກັນຍາຜ່ານມາ ນີ ທ່ານ ສະໝານ ອະເນກາ
ຜູ້ອຳນວຍການ ຂອງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງ ເຊໂປນ (LXML Sepon ) ໄດ້
ມອບທອງຫນຶ່ງໂຕນໃຫ້ແກ່ທ່ານ ນາງ ບຸນກອງມະນີ ເລັ່ງສະຫວັດ ເພື່ອນຳ ໄປຫລໍ່ພະພຸດທະຮູບໃຫ້
ວັດຢູ່ແຂວງບໍລິຄຳໄຊ ແລະ ອຸ ດົມໄຊ. ນັບແຕ່ປີ 2008 ເປັນຕົ້ນ ມາ ບໍລິສັດ LXML
Sepon ໄດ້ ປະກອບສ່ວນທອງຫລາຍກວ່າ 18 ໂຕນ ເພື່ອນຳໃຊ້ເຂົ້າໃນຫຼາຍ
ຈຸດປະສົງແຕກຕ່າງກັນລວມມີພະພຸດທະຮູບ, ເຄື່ອງ ໝາຍກາຊາດ ແລະ ຮຸ່ນຈຳລອງບຸກຄົນທີ່ສຳຄັນຂອງຊາດ
ເຊັ່ນ : ຮຸ່ນຈຳ ລອງຂອງເຈົ້າອານຸວົງທີ່ປະດິດສະຖານໄວ້ຢູ່ສວນ ເຈົ້າອານຸວົງໃນນະຄອນຫລວງວຽງຈັນ.
ການປະກອບສ່ວນທັງຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງຫມັ້ນຕໍ່ເນືື່ອງຂອງບໍລິສັດໃນການປົກປັກຮັກສາມໍລະດົກ
ວັດທະນະທຳອັນດີງາມຂອງຊາດລາວ.

No comments:
Post a Comment