ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນ,
ໄດ້ຕັດສີນລົງໂທດທ້າວດາລາວອນ ອາຍຸ 35 ປີ, ທ້າວ ຈັນທະ ຈອນ ອາຍຸ 31 ປີ, ນາງ ສາຍສິລິ ອາຍຸ
29 ປີ, ທ້າວ ຄຳສອນ ອາຍຸ 37 ປີຢູ່ບ້ານໄຊສະຫວ່າງ, ເມືອງ ໄຊທານີ ແລະ ນາງ ປາດຖະໜາ ອາຍຸ
29 ປີຢູ່ບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ໃຫ້ຈຳຄຸກເປັນເວລາ 5 ປີເຄິ່ງ ພ້ອມປັບ
ໃໝເງິນ 10 ລ້ານ ກີບ ເຊິ່ງພວກກ່ຽວຖືກເຈົ້າໜ້າ ທີ່ຈັບໂຕເມື່ອຕົ້ນເດືອນກຸມພາ 2012 ໃນຂໍ້ຫາມົ້ວສຸມ
ແລະ ຄ້າຂາຍຢາ ເສບຕິດ, ພາຍຫລັງເຂົ້າກວດຄົ້ນເຮືອນນາງສາຍສິລິ ແລະ ພົບຢາບ້າຮ້ອຍກວ່າເມັດ
ແລະ ເຮໂຣອິນຈຳນວນໜຶ່ງທີ່ຊຸກເຊື່ອງ ໄວ້ຢູ່ໃນລົດເກງຂອງ ນາງສາຍສິລິ ແລະ ຜູ້ກ່ຽວຈຶ່ງໄດ້ໃຫ້ການຊັກທອດເຖິງຜູ້ຮ່ວມຂະບວນການຄືດັ່ງກ່າວຈຶ່ງຖືກເຈົ້າໜ້າ
ທີ່ນຳຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.
No comments:
Post a Comment