Ad

Ad

18 September 2014

ປກສ ເມືອງເງິນມ້າງຂະບວນລັກລົດຈັກໂຕອັນຕະລາຍ



    ເຈົ້າໜ້າທີ່ ປກສ ເມືອງເງິນ, ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງ ຈາກປະຊາຊົນເປັນຈຳນວນຫລາຍວ່າຖືກ ຄົນຮ້າຍລັກລົດຈັກນັບແຕ່ກາງປີ 2014 ເປັນຕົ້ນມາ, ຈຶ່ງໄດ້ຕັ້ງກຳລັງສະເພາະກິດໃນການຕິດຕາມຄົນຮ້າຍ ແລະ ຕົກມາ ຮອດເດືອນກໍລະກົດ 2014 ຈຶ່ງສາມາດມ້າງຂະບວນການລັກລົດຈຳນວນໜຶ່ງ ເນີນຄະດີຕາມລະບຽບກົດໝາຍ ປະກອບມີ: ທ້າວ ໝີນ້ອຍ ແກ້ວວົງໄຊ ອາຍຸ 36 ປີຢູ່ບ້ານສະພານທອງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ທ້າວ ວັນໄຊຊົງ ອາຍຸ 38 ປີ, ທ້າວ ກາເຟ ພອນມະນີ ອາຍຸ 26 ປີ ແລະ ທ້າວ ກອນ ພົມມະຈິດ ອາຍຸ 26 ປີຢູ່ບ້ານປາກເງິນ ເມືອງປາກແບງ ແຂວງ ອຸດົມໄຊ ເຊິ່ງພວກກ່ຽວແມ່ນຂະບວນການເຄື່ອນໄຫວລັກລົດຈັກໂຕອັນຕະລາຍຢູ່ເມືອງເງິນ ແລະ ເມືອງອ້ອມຂ້າງ
ແຂວງອຸດົມໄຊເປັນຈຳນວນຫລາຍຄັນໃນໄລຍະຜ່ານມາ ແລະ ລົດທີ່ພວກເຂົາລັກໄປນັ້ນ, ເຈົ້າໜ້າທີ່ສາມາດນຳກູ້ຄືນມາໄດ້ຈຳ ນວນໜຶ່ງ ແລະ ເມື່ອຕົ້ນເດືອນກັນຍາຜ່ານມານີ້, ທ່ານພັນໂທ ສົມເພັດ ປັນແກ້ວ ຫົວໜ້າກອງບັນຊາການ ປກສ ເມືອງເງິນ, ກໍໄດ້ໃຫ້ ກຽດມອບລົດຈັກທີ່ກູ້ຄືນໄດ້ໃຫ້ເຈົ້າຂອງເດີມເຊິ່ງມີຈຳນວນ 15 ຄັນ.

No comments:

Post a Comment