Ad

Ad

18 September 2014

ອາເມລິກາເຝິກອົບຮົມການສືບສວນ-ສອບສວນຄະດີສິນຄ້າລະເມີດຊັບສິນທາງປັນຍາໃຫ້ເຈົ້າຫນ້າທີ່ພາສີລາວ



     ໃນວັນທີ 17 - 19 ກັນຍານີ້, ຢູ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໄດ້ໄຂຊຸດອົບຮົມກ່ຽວກັບການສືບສວນ- ສອບສວນຊັບສີນທາງປັນຍາໃຫ້ເຈົ້າໜ້າທີ່ພາສີລາວ, ເຊິ່ງແມ່ນສະຖານທູດອາເມລິກາປະຈຳລາວ ແລະ ອົງການບັງຄັບໃຊ້ ດ້ານກົດໝາຍກວດຄົນເຂົ້າ- ອອກເມືອງ ແລະ ພາສີສະຫະລັດ ໃຫ້ການສະໜັບສະໜູນການເຝິກອົບຮົມດັ່ງກ່າວ, ໂດຍການ ເຂົ້າຮ່ວມຂອງທ່ານ ພອລ ເມເຍີ ເອກອັກຄະລັດຖະທູດສະຫະລັດ ອາ ເມລິກາປະຈຳລາວ ແລະ ທ່ານ ບຸນປະເສີດ ສີກຸນລະ ບຸດ ຮອງຫົວໜ້າກົມພາສີ, ກະຊວງການເງິນລາວ.
     ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳລາວກ່າວເປີດຊຸດອົບຮົມຄັ້ງນີ້ວ່າ: ກົມພາສີມີບົດບາດສຳຄັນໃນ ວຽກງານສະກັດກັ້ນການຮົ່ວໄຫລຂອງສີນຄ້າເຖື່ອນທີ່ເຂົ້າ-ອອກປະເທດລາວກໍຄືໃນພາກພື້ນ, ສະນັ້ນພວກເຮົາມີຄວາມຈຳ ເປັນຕ້ອງຖືວຽກງານປົກ ປ້ອງສິດຊັບສີນທາງປັນຍາເປັນບູລີມະສິດສຳຄັນ, ເນື່ອງຈາກ ສປປ ລາວ ພວມກ້າວເຂົ້າສູ່ການເປັນ ປະຊາຄົມອາຊຽນ (AEC) ໃນປີ 2015 ເຊິ່ງການເຄົາລົບຕໍ່ຊັບສີນທາງປັນຍາແມ່ນມີບົດບາດສຳຄັນໃນການຂະຫຍາຍຕົວ ທາງດ້ານເສດຖະກິດ, ເປັນການຊ່ວຍສ້າງອາຊີບ, ສົ່ງເສີມການພັດທະນາຜະລິດຕະພັນ ແລະ ການບໍລິການອື່ນໆ, ທັງເປັນ
ການຊ່ວຍຜູ້ບໍລິໂພກສາມາດຕັດສີນໃຈເລືອກຊົມໃຊ້ສີນຄ້າມີຄຸນນະພາບທີ່ດີ ແລະ ຕະຫລອດໄລຍະຊຸດອົບຮົມນີ້, ເຈົ້າໜ້າທີ່ ພາສີຂອງລາວ ແລະ ຊ່ຽວຊານ ຈາກສຳນັກງານບັງຄັບໃຊ້ດ້ານກົດໝາຍກວດຄົນເຂົ້າ-ອອກ ເມືອງ ແລະ ພາສີສະຫະລັດຈະ ຮ່ວມກັນແລກປ່ຽນບົດຮຽນໃນວຽກງານສືບສວນ-ສອບສວນ ຄະດີກ່ຽວກັບການລະເມີດສິດ ຊັບສີນທາງປັນຍາ, ນອກຈາກ ນີ້, ລັດຖະບານອາເມລິກາຍີນດີຮ່ວມມືກັບລາວໃນການຊຸກຍູ້ໃຫ້ມີການຢຶດ, ການຈັບກຸມ ແລະ ດຳເນີນຄະດີຢ່າງເຂັ້ມງວດຕໍ່ ພວກລັກລອບຄ້າ-ຂາຍສີນຄ້າເຖື່ອນ ແລະ ລະເມີດສິດຊັບສີນທາງປັນຍາ.
     ຮອງຫົວໜ້າກົມພາສີ ກ່າວວ່າ: ການເຝິກອົບຮົມຄັ້ງນີ້ນັບວ່າມີຄວາມສຳຄັນໃນການຍົກລະດັບຂີດຄວາມສາມາດ ໃຫ້ແກ່ພະນັກງານພາສີລາວໃນການສືບສວນ-ສອບສວນ ແລະ ປະຕິບັດມາດຕະການຕໍ່ການນຳເຂົ້າສີນຄ້າທີ່ມີການລະເມີດ ຊັບສິນທາງປັນຍາຊຶ່ງເຈົ້າຂອງລິຂະສິດໄດ້ລົງທະບຽນໄວ້ນຳກົມຊັບສີນທາງປັນຍາ ແລະ ຈະເຮັດໃຫ້ຮູ້ເຖິງຜົນກະທົບທີ່ຈະ ຕາມມາຈາກສິນຄ້າລະເມີດຊັບສີນທາງປັນຍາປັດຈຸບັນ, ສປປ ລາວ, ພົບ ກັບບັນຫາກ່ຽວກັບສີນຄ້າລະ ເມີດລິຂະສິດ ຫລື ປອມແປງຊຶ່ງ ມີຢ່າງແຜ່ລາມຫລາຍ, ໂດຍສະເພາະແມ່ນສິນຄ້າທີ່ນຳເຂົ້າຈາກຕ່າງປະເທດທີ່ມີຄຸນນະພາບຕ່ຳ ແລະ ສົ່ງຜົນກະ ທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ, ໂດຍການສະກັດກັ້ນທີ່ຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນນີ້ເກີດຈາກການເຊື່ອມຊຶມ, ການໂຄສະ ນາບໍ່ທັນກວ້າງຂວາງ ແລະ ການປະສານງານລະຫວ່າງພາກລັດ ແລະ ເອກກະ ຊົນ ຫລື ຜູ້ຖືລິຂະສິດຖືກຕ້ອງຕາມກົດໝາຍ ຍັງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ. ປັດຈຸບັນ, ສປປ ລາວໄດ້ອິງໃສ່ບັນດານິຕິກຳຈຳນວນໜຶ່ງໃນການຈັດຕັ້ງປະຕິບັດເຊັ່ນ: ກົດໝາຍວ່າດ້ວຍຊັບສີນທາງປັນຍາ, ກົດໝາຍວ່າດ້ວຍພາສີ, ຂໍ້ຕົກລົງອາຊຽນວ່າດ້ວຍການຮ່ວມມືທາງດ້ານຊັບສີນທາງປັນ ຍາ, ສັນຍາການຄ້າທີ່ຕິດພັນກັບວຽກງານຊັບສີນທາງປັນຍາຕ່າງໆ.

No comments:

Post a Comment