Ad

Ad

18 September 2014

ຝົນຕົກໜັກນ້ຳໄຫລຖ້ວມເທສະບານເມືອງຫລວງພະບາງຫລາຍຈຸດ



      ເນື່ອງຈາກຝົນຕົກໜັກແຕ່ຄືນວັນທີ 16 ຫາເຊົ້າວັນທີ 17 ກັນຍານີ້ ສົ່ງຜົນໃຫ້ ນໍ້າໄຫລຖ້ວມຕົວເມືອງຫລວງພະບາງ ຫລາຍຈຸດ. ເປັນຜົນມາຈາກທໍ່ລະບາຍອອກບໍ່ທັນເຮັດໃຫ້ນໍ້າຍຶ່ງຂຶ້ນຖ້ວມຈຸດທີ່ຕໍ່າເຊ່ິງໜັກກວ່າ ໝູ່ແມ່ນເຂດວັດປ່າຫຍ້າທຶບ ຕີນພູໂຮງຮຽນສັນຕິພາບບ້ານວຽງໃໝ່ ແລະ ເຂດລ້ອ ງຫ້ວຍມາວບ້ານນາສ້າງເຫວີຍສົ່ງຜົນ ໃຫ້ນ້ຳໄຫລເຂົ້າຖ້ວມເຮືອນຊານ ຂອງປະຊາ ຊົນຫລາຍຫລັງໃນເຂດດັ່ງກ່າວຊັບສິນ, ສັດລ້ຽງ, ເຄື່ອງໃຊ້ຕ່າງໆໄດ້ຮັບຄວາມເສ ຫາຍ ແລະ ຮ້າຍແຮງກວ່ານັ້ນ ແມ່ນເຂດບ້ານຂົວທີໜຶ່ງເຮືອນຊານຖືກນໍ້າຊຸຫັກພັງ, ຂົວຂາດ. ເຊິ່່ງປັດຈຸບັນປະຊາຊົນບ້ານໃກ້ຄຽງໄດ້ເຂົ້າຊ່ວຍຂົນ ເຄື່ອງຂອງ ທີ່ຈໍາເປັນອອກໄວ້ບ່ອນສູງໄດ້ແລ້ວ. ນອກຈາກ ຈຸດດັ່ງກ່າວແລ້ວຍັງມີເຂດນາຫລວງ, ບ້ານພະບາດ, ບ້ານວຽງໃໝ່ກໍໄດ້ຮັບ ຜົນກະທົບເຊັ່ນດຽວກັນສ່ວນໜ່ວຍງານໄຟຟ້າ
ກໍໄດ້ເລັ່ງລົງເຂດເກີດນໍ້າຖ້ວມຕັດໄຟຟ້າເພື່ອຄວາມປອດໄພຂອງປະຊາຊົນ. ນອກນັ້ນຍັງມີຈຸດທີ່ນໍ້າຍຶ່ງຂຶ້ນຖ້ວມທາງສູງເກືອບ 50-60 ຊັງຕີແມັດ ຢູ່ໃຈກາງເມືອງຄືຈຸດເສັ້ນທາງສີສະຫວ່າງວົງຕະຫລາດ ກາງຄືນຕໍ່ໜ້າວິທະຍຸກະຈາຍສຽງຫລວງພະບາງ ແລະ ເຂດຕີນພູໂຮງຮຽນສັນຕິພາບ, ສີ່ແຍກວິທະຍາໄລຄູ, ບ້ານນາຫລວງ, ບ້ານໂພນແພງອັນໄດ້ເຮັດໃຫ້ການສັນຈອນໄປ ມາພົບຄວາມຫຍຸ້ງຍາກ, ລົດຄາຍາວຢຽດເປັນກິໂລແມັດ. ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ແລະ  ເສຍຊີວິດແຕ່ຢ່າງໃດ.

No comments:

Post a Comment