Ad

Ad

18 September 2014

ຫລາຍກຳມາທິການໄອປາຫາລືການຮ່ວມມື



    ໃນວັນທີ 17 ກັນຍານີ້, ເປັນມື້ທີສອງຂອງກອງປະຊຸມສະມັດຊາລັດຖະສະ ພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 35 ຢູ່ໂຮງແຮມດອນຈັນພາເລດ, ນະ ຄອນຫລວງວຽງຈັນ, ເຊິ່ງແມ່ນການປະຊຸມຂອງບັນດາກຳມາທິການຕ່າງໆຄື: ກອງປະຊຸມກຳ ມາທິການດ້ານການເມືອງ ແລະ ຄວາມໝັ້ນຄົງ, ແມ່ນລົງເລິກ ໃສ່ບັນຫາການຮ່ວມມືລັດຖະສະພາເພື່ອສ້າງປະຊາຄົມການ ເມືອງ ແລະ ຄວາມ ໝັ້ນຄົງອາຊຽນ ແລະ ບົດລາຍງານຂອງກອງປະຊຸມຄະນະປະສານງານໄອປາຄັ້ງທີ 6, ກອງປະຊຸມກຳມາທິ ການດ້ານເສດຖະ ກິດແມ່ນລົງເລິກການຊຸກຍູ້ການເຕີບໂຕສີຂຽວເພື່ອການພັດທະນາແບບຍືນຍົງໃນອາຊຽນ ແລະ ສົ່ງເສີມ ການພັດທະນາຜູ້ປະ ກອບການໃນຂະບວນການຮັດແຄບຄວາມແຕກໂຕນດ້ານການພັດທະນາໃນອາຊຽນ, ກອງປະຊຸມກຳມາ ທິການດ້ານສັງຄົມ ແມ່ນລົງເລິກໃສ່ບົດລາຍງານກອງປະຊຸມຄະນະກຳມະການຄົ້ນຄວ້າຫາຄວາມຈິງຂອງສະມັດຊາລັດຖະສະ ພາລະຫວ່າງຊາດ
ອາຊຽນເພື່ອສະກັດກັ້ນ ແລະ ຕ້ານກັບໄພຄຸກຄາມຂອງຢາເສບຕິດຄັ້ງທີ 11, ຫາລືກ່ຽວກັບການສ້າງຕັ້ງໜ່ວຍ ງານວິຊາການ ຂອງໄອໂຟຄອມ, ເພີ່ມທະວີການອອກແຮງຮ່ວມມືທາງດ້ານນິຕິກຳວ່າດ້ວຍການກັນ ແລະ ຄວບຄຸມພະຍາດ ບໍ່ຕິດຕໍ່ລະ ຫວ່າງລັດຖະສະພາປະເທດສະມາຊິກອາຊຽນປະກອບສ່ວນເຂົ້າໃນການສ້າງປະຊາຄົມວັດທະນາທຳ-ສັງຄົມອາ ຊຽນ, ເພີ່ມທະວີບົດບາດລັດຖະສະພາໃນການໃຫ້ບູລີມະສິດແກ່ການສຶກສາວິຊາຊີບ ແລະ ການພັດທະນາສີມືແຮງງານເພື່ອ ເຊື່ອມໂຍງເຂົ້າຕະຫລາດແຮງງານຂອງປະຊາຄົມອາຊຽນ ແລະ ຍົກສູງການຮ່ວມລັດຖະສະພາໃນການປ້ອງກັນພະຍາດ ຕິດ ຕໍ່/ອີໂບລາ, ສ່ວນກອງປະຊຸມກຳມາທິການດ້ານການຈັດ ຕັ້ງແມ່ນເນັ້ນໃສ່ຫາລືກ່ຽວກັບ ມະຕິວ່າດ້ວຍການດັດແກ້ຂໍ້ຕົກລົງ ໃນການສ້າງຕັ້ງກອງເລຂາ ໄອປາ, ມະຕິວ່າດ້ວຍການດັດ ແກ້ທຳມະນູນຂອງໄອປາ, ມະຕິ ວ່າດ້ວຍການດັດແກ້ລະບຽບການ ດ້ານການເງິນຂອງກອງເລຂາໄອປາ, ມະຕິວ່າດ້ວຍການ ດັດແກ້ລະບຽບການຂອງພະນັກງານເຮັດວຽກຂອງກອງເລຂາໄອປາ, ມະຕິວ່າດ້ວຍຄູ່ມືການປະຕິບັດຂອງພະນັກງານກອງເລຂາໄອປາ, ມະຕິວ່າດ້ວຍການ ລາຍງານດ້ານການເງິນຂອງກອງເລຂາ ໄອປານັບແຕ່ວັນທີ 1 ກໍລະກົດ ຫາວັນທີ 30 ກັນຍາ 2013, ແຕ່ວັນທີ 1 ຕຸລາ 2013 ຫາວັນທີ 30 ມີຖຸນາ 2014 ແລະ ການຄາດຄະເນລາຍຈ່າຍແຕ່ວັນທີ 1 ກໍລະກົດ 2014 ຫາວັນທີ 30 ກັນຍາ 2014, ມະຕິວ່າດ້ວຍຄາດຄະເນງົບປະມານ ຂອງກອງເລຂາໄອປາ ສຳລັບໄລຍະແຕ່ ວັນທີ 1 ຕຸລາ 2014 ຫາວັນທີ 30 ກັນຍາ 2015, ຄາດຄະເນລາຍ ຈ່າຍເພີ່ມແຕ່ວັນທີ 1 ກໍລະກົດ 2015 ຫາວັນທີ 30 ກັນຍາ 2015, ມະຕິວ່າດ້ວຍການຮັບຮອງເອົາ ແຜນງານການເຄື່ອນໄຫວປະຈຳປີ 2014 ຂອງກອງເລຂາໄອປາ, ມະຕິວ່າດ້ວຍມື້ຮັບຮອງເອົາເລຂາທິການໃຫຍ່ໄອປາ, ມະຕິວ່າ ດ້ວຍການຂຶ້ນເງິນເດືອນໃຫ້ແກ່ເລຂາ ທິການໃຫຍ່ໄອປາ, ມະຕິວ່າດ້ວຍການສ້າງຕັ້ງຄະນະ-ເຄືອຂ່າຍລັດຖະສະພາແຫ່ງຊາດໄອປາເພື່ອຕ້ານອາຊະຍາກຳສັດປ່າ, ມະຕິວ່າດ້ວຍການແຈ້ງສະຖານທີ່ ແລະ ວັນເວລາຂອງການຈັດກອງປະຊຸມໄອປາຄັ້ງທີ 36, ມະຕິວ່າດ້ວຍການສະແດງ ຄວາມຊົມເຊີຍການເປັນປະທານໄອປາ ຄັ້ງທີ 35 ຂອງພະນະ ທ່ານນາງ ປານີ ຢາທໍ່ຕູ້ ແຕ່ ເດືອນກັນຍາ 2013 ຫາເດືອນ ກັນຍາ 2014.

No comments:

Post a Comment