Ad

Ad

22 September 2014

ການຜະລິດເປັນສິນຄ້າໃນໄລຍະໜຶ່ງປີຜ່ານມາມີທ່າຂະຫຍາຍຕົວເພີ່ມຂຶ້ນ



       ທ່ານຫົວໜ້າກົມແຜນການ, ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ການຜະລິດພືດເປັນ ສິນຄ້າໃນໄລຍະໜຶ່ງ ປີຜ່ານ ມາມີທ່າຂະຫຍາຍຕົວເພີ່ມຂື້ນເປັນ, ໂດຍສະເພາະແມ່ນການປູກກາ ເຟ ປະຕິບັດໄດ້ 89.300 ໂຕນ, ສາ ລີແຂງປະຕິບັດໄດ້ 1 ລ້ານກວ່າ ໂຕນ, ເພີ່ມຂຶ້ນ 6%, ຢ່າງພາລາ ມີເນື່ອທີ່ປູກທັງໝົດ 261 ພັນ ກວ່າເຮັກຕາ ແລະ ສາມາດກີດ ຢ່າງໄດ້ແລ້ວ 30 ພັນກວ່າເຮັກຕາ, ຜົນຜະລິດປະມານ 90 ພັນ ໂຕນ, ມັນຕົ້ນປະຕິບັດໄດ້ 1,5 ລ້ານກວ່າໂຕນ, ເພີ່ມຂຶ້ນ 11%, ອ້ອຍປະຕິ ບັດ ໄດ້ 1,6 ລ້ານໂຕນ, ເພີ່ມຂຶ້ນເທົ່າຕົວ, ໝາກເດືອຍປະ ຕິບັດໄດ້ 175 ພັນກວ່າໂຕນ, ເພີ່ມ ຂຶ້ນ 28%, ນອກນັ້ນຍັງມີ ການຜະ ລິດໝາກກ້ວຍ, ໝາກນັດ, ໝາກ ໂມ, ໝາກຫຸ່ງ ແລະ ຖົ່ວຕ່າງໆ ກໍເພີ່ມຂຶ້ນເຊັ່ນກັນ, ໂດຍສະເພາະ ຢູ່ບັນດາແຂວງ ພາກ ເໜືອແມ່ນ ເປັນຂະບວນການດີກ່ວາບ່ອນ ອື່ນ ແລະ ສາມາດສົ່ງອອກໄປ ຕ່າງປະເທດເຊັ່ນ, ສປ ຈີນ. ສຳລັບການລ້ຽງສັດ ເປັນສິນຄ້າກໍ່ມີການຂະຫຍາຍຕົວ ແລະ ມີປັດ ໃຈໃໝ່ຫຼາຍຂຶ້ນ, ດ້ວຍການນຳ ໃຊ້ແນວພັນປັບປຸງ ແລະ ກ້າວ ໄປສູ່ການລ້ຽງ ແບບອຸດສາຫະ ກຳ (ແບບເປັນຟາມ), ປັດຈຸບັນ ທົ່ວປະເທດມີຟາມລ້ຽງງົວທັງ ໝົດ 195 ຟາມ, ມີງົວປະມານ 28 ພັນໂຕ, ສຳລັບຟາມລ້ຽງໝູ່ ແມ່ນມີທ່າຂະຫຍາຍຕົວດີກວ່າ ໝູ່, ປັດຈຸບັນມີ 775 ຟາມ, ມີໝູ່ 291 ພັນກວ່າໂຕ, ເດັ່ນກວ່າໝູ່ ແມ່ນ ຟາມລ້ຽງໝູ່ຢູ່ນະຄອນ ຫຼວງວຽງຈັນ, ແຂວງວຽງຈັນ ແລະແຂວງຄຳມ່ວນ, ສຳລັບ ຟາມລ້ຽງສັດປີກມີ 405 ຟາມ, ມີ
ສັດປີກ ປະມານ 2 ລ້ານກວ່າໂຕ, ໃນນີ້ຟາມລ້ຽງໄກ່ພັນໄຂ່ມີ 150 ກວ່າຟາມ, ສາມາດສະໜອງໄຂ່ ໃຫ້ສັງຄົມໄດ້ 1 ລ້ານໜ່ວຍ/ມື້, ນອກນັ້ນຍັງມີຟາມລ້ຽງໄກຊີ້ນ, ເປັດພັນໄຂ່, ນົກກະທາ ແລະ ສັດ ອື່ນໆກໍເຫັນວ່າມີທ່າຂະຫຍາຍ ຕົວດີພໍສົມຄວນ, ສ່ວນ ການລ້ຽງປາໃສ່ປະຊັງປະຈຸບັນມີປະມານ 5600 ກວ່າກະຊັງ, ສາ ມາດຕອບສະໜອງ ປາໄດ້ 28 ພັນໂຕນ/ປີ ຫຼື ປະມານ 76 ໂຕນ/ມື້, ສ່ວນການສົ່ງອອກສັດ ໃຫຍ່ສາມາດປະຕິບັດໄດ້ທັງໝົດ 119.200 ໂຕ, ໃນນັ້ນງົວ 111.700 ໂຕ, ຄວາຍ 7500 ໂຕ, ບັນລຸ 90% ຂອງແຜນການວາງ ໄວ້ໂດຍສ່ວນໃຫຍ່ແມ່ນສົ່ງໄປ ຫວຽດນາມ ແລະ ສປຈີນ.
   ທ່ານຫົວໜ້າກົມແຜນການ ກ່າວວ່າ: ອັນພົ້ນເດັ່ນຂອງຂະ ບວນຜະລິດເປັນສິນຄ້າໃນປີຜ່ານມາແມ່ນການລ້ຽງງົວທອມ, ຊຶ່ງກຳລັງໄດ້ຮັບຄວາມນິຍົມ ຢ່າງກວ້າງຂວາງ, ໂດຍສະ ເພາະແມ່ນຢູ່ເມືອງໜອງແຮດ ເມືອງຄູນ ແຂວງຊຽງຂວາງ, ເມືອງສອງ ຄອນແຂວງສະຫວັນນະເຂດ ແລະ ແຂວງວຽງຈັນ, ໂດຍໄດ້ຫັນເນື້ອທີ່ເຮັດໄຮ່ໄປປູກຫຍ້າລ້ຽງສັດ ແລະ ລູກງົວ ທອມ(ເນື່ອທີ່ ປະມານ 6 ພັນກວ່າ ເຮັກຕາ), ສັງລວມແລ້ວໃນໜຶ່ງ ປີຜ່ານມານັ້ນແມ່ນສາມາດຮັດສາເກນການຂະຫຍາຍຕົວປົກກະຕິຕາມ ແຜນການທີ່ວາງໄວ້ ຄື: ຕົວເລກການຜະລິດຊີ້ນ-ປາຂະ ຫຍາຍຕົວລະໃນລະຫວ່າງ 5-6%/ປີ, ຊຶ່ງເຫັນໄດ້ຈາກການ ຜະລິດໝູ ແລະ ປາກະຊັງແມ່ນ ເພີ່ມຂຶ້ນຢ່າງຈະແຈ້ງ, ຊຶ່ງເຫດຜົນແມ່ນຍ້ອນໂຄງສ້າງຄວາມ ຕ້ອງການ ແລະ ສະໜອງຊີ້ນຂອງປະເທດ ເຮົາມີການປັບໂຕ ແລະ ມີການລົງທຶນທັງພາຍໃນ ແລະ ພາຍນອກເປັນຈຳນວນຫຼາຍ.

No comments:

Post a Comment