Ad

Ad

12 November 2015

ມອບ​ລາງວັນ​ໃຫ້​ຜູ້​ຊະນະ​ເລີດ​ການ​​ແຂ່ງຂັນ​ຖ່າຍຮູບ​ດ້ວຍ​ມື​ຖື​

ວັນທີ 10 ພະຈິກນີ້, ທ່ານ ນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ,​ ໄດ້ມອບລາງວັນໃຫ້ຜູ້ຊະນະເລີດການ​​ແຂ່ງຂັນຖ່າຍຮູບດ້ວຍມືຖືໃນຫົວຂໍ້ນຳກັນ 2030 ”,​ ຊຶ່ງທີພິໄດ້ຈັດຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ, ​​ໂດຍມີນັກຮຽນນັກສຶກສາ, ພ້ອມສືມວນຊົນລາວເຂົ້າຮ່ວມເປັນຈຳນວນຫຼາຍ.

ຜູ້ປະສານງານອົງການສະຫະປະຊາຊາດປະຈຳລາວໃຫ້ຮູ້ວ່າ: ການແຂ່ງຂັນນີ້​​ເປັນໜຶ່ງໃນກິດຈະກຳທີ່ຈັດຂື້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງອົງການສະຫະປະຊາຊາດຄົບຮອບ 70 ປີແລະ 60 ປີແຫ່ງການເຮັດວຽກຮ່ວມກັນລະຫວ່າງລັດຖະບານລາວແລະ ອົງການສະຫະປະຊາຊາດ,​ ຊຶ່ງຮູບທີ່ສົ່ງເຂົ້າປະກວດແມ່ນຕ້ອງສະແດງເຖິງເປົ້າໝາຍເພື່ອການພັດທະນາແບບຍືນຍົງ​​,​ ຊຶ່ງ​​ເນັ້ນໃສ່ການລືບລ້າງຄວາມທຸກຍາກ, ຕ້ານຄວາມບໍ່ສະເໝີພາບ, ຄວາມບໍ່ຍຸດຕິທຳແລະ ​​​ແກ້ໄຂບັນຫາ
ການ​​ປ່ຽນແປງຂອງສະພາບດິນຟ້າອາກາດ , ຊຶ່ງມີໄວໜຸ່ນເຍົາວະຊົນ,​ນັກຮຽນນັກສຶກສາສົ່ງຮູບເຂົ້າມາແຂ່ງຂັນເປັນຈຳນວນຫຼາຍ, ສຳລັບການແຂ່ງຂັນຄັ້ງນີ້ຍັງໄດ້ຮັບການສະໜັບສະໜູນຈາກໂຮມແຮມ ຊາລານາ ( Salana Boutique ), ບໍ່ລິສັດ Trans Express Data ​com  ​ແລະ ບໍລິສັດ ບີລາຍໂດຍຂອງລາງວັນປະກອບມີ: ລາງວັນທີ 1 ​ໄດ້ຮັບປີ້ຍົນໄປກັບວຽງຈັນຫຼວງພະບາງແລະ ກ້ອງ ຖ່າຍ ຮູບ Toshiba, ລາງວັນທີ 2 ​ແພັກເກດທີ່ພັກຢູ່ໂຮງແຮມ ຊາລານາ, ອາລະບຳ​​ເພງຈາກ ອາເລັກແຊນດຣາ ບຸນຊ່ວຍ, ບັດຕື່ມເງິນ​​ບີລາຍ, ລາງວັນທີ 3 ​ໄດ້ຮັບບັດຕື່ມເງິນບີລາຍ, ອາລະບຳ​​ເພງຈາກ ອາເລັກແຊນດຣາ ບຸນຊ່ວຍ, ຊຶ່ງຜູ້ຊະນະເລີດອັນດັບໜຶ້ງໄດ້ແກ່ ທ້າວ ພອນປະສິດ ນັນທະລາດ, ອາຍຸ 23 ປີ ຈາກແຂວງ ສາລະວັນ, ດ້ວຍຮູບສະແດງ​​ເຖິງການ​​ປ່ຽນ​​ແປງຂອງສະພາບດິນຟ້າອາກາດ, ລາງວັນທີ 2 ​ໄດ້ແກ່ນາງ ພິມພາເພັດສະໝອນ ອາຍຸ 18 ປີ, ຮູບທີ່ສະແດງ​​ເຖິງການສຶກສາ, ລາງວັນທີ 3 ທ້າວ ພາກິນດາ ຂັນທະວິໄລ, ອາຍຸ 26 ປີ, ຮູບ​​ສະແດງເຖິງຄວາມບໍ່ສະເໜີພາບລະຫວ່າງຍິງ​-ຊາຍ, ນອກຈາກນັ້ນຍັງມີລາງວັນຂວັນໃຈມວນຊົນອີກດ້ວຍ.

No comments:

Post a Comment