ຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ບັນດາເຜົ່າໄດ້ຮັບການປົວແປງດີຂຶ້ນເປັນລຳດັບ, ບົດບາດອິດທິພົນຂອງ ສປປ ລາວ ຕໍ່ພາກພື້ນ ແລະ ສາກົນນັບມື້ພົ້ນເດັ່ນຂຶ້ນ, ລວມຍອດຜະລິດຕະພັນພາຍໃນ(GDP)ເພີ່ມຂຶ້ນໃນແຕ່ລະໄລຍະຄື ຈາກສະເລ່ຍ 5,5% ຕໍ່ປີໃນສົກປີ 1981-1985 ມາເປັນ 8,1% ຕໍ່ປີໃນສົກປີ 2011-2014. ໃນດ້ານ
ສັງຄົມ ແລະ
ການພັດທະນາໂດຍລວມກໍ່ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆມາ, ໃນນັ້ນອັດຕາຄວາມ ທຸກຍາກໄດ້ຫລຸດລົງເປັນກ້າວໆຈາກ 48% ໃນປີ 1992 ມາເປັນ 27,6% ໃນປີ 2008 ແລະ ມາຮອດປີ 2013 ຍັງເຫລືອພຽງ 20,5%, ເຊິ່ງຄາດວ່າໃນປີ 2015 ຈະຫລຸດລົງເຫລືອ
17%. ສ່ວນຂະແໜງການສຶກ ສາກໍໄດ້ຮັບການປັບປຸງດີຂຶ້ນບໍ່ວ່າທາງດ້ານປະລິມານ ແລະ ຄຸນນະພາບ,
ໃນນີ້ອັດຕາການເຂົ້າຮຽນ ສຸດທິຂອງລະດັບຊັ້ນປະຖົມແມ່ນບັນລຸໄດ້ເຖິງ 95% ໃນທົ່ວປະເທດ, ຂະນະທີ່ການບໍລິການດ້ານສາທາ ລະນະສຸກໂດຍສະເພາະໂຮງໝໍກໍໄດ້ມີການປັບປຸງການບໍລິການ ແລະ ລະບົບການເກີດລູກໂດຍບໍ່ເສຍ ຄ່າກໍໄດ້ຮັບການຂະຫຍາຍຈາກສູນກາງລົງສູ່ທ້ອງຖິ່ນຢ່າງກວ້າງ ຂວາງ. ເວົ້າລວມແລ້ວ, ສປປ
ລາວ ສາມາດບັນລຸເປົ້າໝາຍການພັດທະນາແຫ່ງຊາດ ແລະ
ສາກົນເປັນສ່ວນຫລາຍ, ເຊິ່ງເຮັດໃຫ້ປະຊາຊົນ ບັນດາເຜົ່າມີຄວາມເພິງພໍໃຈຕໍ່ການພັດທະນາປະເທດ, ຍ້ອນເຂົາເຈົ້າໄດ້ທຳມາຫາກິນຢ່າງສະ ຫງົບສຸກໃນຕະຫລອດ 40 ປີຜ່ານມາ.
ຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ
ກ່າວວ່າ: ເຖິງຢ່າງໃດກໍຕາມ, ເນື່ອງຈາກ ສປປ
ລາວ, ຍັງເປັນປະເທດດ້ວຍພັດທະນາ ແລະ ບໍ່ມີຊາຍແດນຕິດກັບທະເລສະນັ້ນ, ຈຶ່ງປາສະຈາກບໍ່ໄດ້ສິ່ງ ທ້າທາຍຫລາຍຢ່າງ ເຊັ່ນ:
ພື້ນຖານເສດຖະກິດຂອງປະເທດຍັງມີລັກສະນະບອບບາງສ່ວນໃຫຍ່ ແມ່ນເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດ,
ການຜະລິດເປັນສິນຄ້າຍັງບໍ່ທັນຂະຫຍາຍຕົວ ແລະ ມີຄວາມຫລາກຫລາຍ,
ການສ້າງຕັ້ງກຸ່ມຜູ້ຜະລິດຍັງຈຳກັດ ເຮັດໃຫ້ມີຄວາມອ່ອນໄຫວຕໍ່ປັດໄຈພາຍນອກ
ເປັນຕົ້ນ: ການປ່ຽນແປງຂອງລາຄາສີນຄ້າ, ຄຸນນະພາບ ແລະ
ປະລິມານຂອງສີນຄ້າຍັງ ມີຄວາມສ່ຽງຕໍ່ກັບການແຂ່ງຂັນກັບຕະຫລາດສາກົນ. ສິ່ງທ້າທາຍອີກປະການໜຶ່ງກໍແມ່ນຄຸນ ນະພາບຂອງນັກລົງທຶນຍັງບໍ່ສູງ ເປັນຕົ້ນແມ່ນການໂອນຖ່າຍເຕັກໂນໂລຊີ ແລະ ການສ້າງວຽກເຮັດ ງານທຳໃຫ້ປະຊາຊົນບໍ່ທັນທົ່ວເຖິງ.
ສ່ວນໃນດ້ານສັງຄົມ, ເຖິງວ່າພວກເຮົາຈະສາມາດຈັດຕັ້ງປະຕິບັດເປົ້າໝາຍສະຫັດສະ ຫວັດໄດ້ເປັນ ສ່ວນໃຫຍ່, ແຕ່ກໍຍັງມີບາງເປົ້າໝາຍຍັງຕ້ອງໄດ້ເອົາໃຈໃສ່ຕື່ມ ເປັນຕົ້ນ: ບັນຫາການຂາດໂພສະ ນາການໃນເດັກອາຍຸຕ່ຳກວ່າ 5 ປີ,
ອັດຕາການຕາຍຂອງເດັກ ແລະ ແມ່
ຍັງຖືວ່າສູງຖ້າທຽບໃສ່ມາດ ຕະຖານສາກົນ, ບັນຫາລະເບີດບໍ່ທັນແຕກຕົກຄ້າງໃນປາງສົງຄາມຍັງສືບຕໍ່ເປັນອຸປະສັກອັນໃຫຍ່ ຫລວງກີດຂວາງການພັດທະນາ ແລະ ເປັນໄພຂົ່ມຂູ່ຕໍ່ການດຳລົງຊີວິດຂອງປະຊາຊົນ, ເຊິ່ງລັດຖະບານໄດ້ກຳນົດເອົາການແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກເປັນເປົ້າໝາຍ (MDG) ແຫ່ງຊາດ(ເປົ້າໝາຍທີ 9). ສຳລັບການພັດທະນາຢູ່ແຕ່ລະທ້ອງຖິ່ນຍັງມີການແຕກໂຕນກັນລະຫວ່າງຂົ້ວທຸກກັບຂົ້ວຮັ່ງຍັງບໍ່ທັນຮັດແຄບໄດ້ເທົ່າທີ່ຄວນ, ການຂະຫຍາຍພື້ນຖານໂຄງລ່າງຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຕິດພັນກັບການສົ່ງເສີມ ການຜະລິດເປັນສີນຄ້າສ້າງລາຍໄດ້ຂອງຄອບຄົວ ແລະ ກຸ່ມການຜະລິດຍັງບໍ່ທັນທົ່ວເຖິງເຂດຫ່າງໄກ ສອກຫລີກ, ການຈັດສັນພູມລຳເນົາບ່ອນຢູ່ອາໄສ,
ບ່ອນທຳການຜະລິດທີ່ຖາວອນໝັ້ນຄົງ ແລະ ອາຊີບທີ່ໝັ້ນທ່ຽງຍັງໄດ້ບຸກບືນຫລາຍໃນຊຸມປີຕໍ່ໜ້າ. ຂະນະດຽວກັນດ້ານຊັບພະຍາກນມະນຸດຍັງຕ້ອງໄດ້ພັດທະນາຫລາຍກວ່ານີ້ ເພື່ອຕອບສະໜອງໃນ ເງື່ອນໄຂທີ່ປະເທດພວມເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ,
ຄວາມສາມາດໃນການແຂ່ງ
ຂັນຂອງພາກເອກະຊົນຍັງບໍ່ທັນສູງ, ການຮັກສາສະຖຽນລະພາບທາງດ້ານເສດຖະກິດ ມະຫາພາກຕາມ ກົນ ໄກເສດ ຖະກິດຕະຫລາດຕ້ອງໄດ້ມີມາດຕະການບໍລິການທີ່ດີກວ່ານີ້, ນອກຈາກນີ້, ສປປ
ລາວ ຍັງຕ້ອງໄດ້ຮັບມືກັບການປ່ຽນແປງດິນຟ້າອາກາດ ເປັນຕົ້ນ: ໄພແຫ້ງແລ້ງ, ນ້ຳຖ້ວມ, ການປ່ຽນ ແປງຂອງອຸນຫະພູມ ແລະ ອື່ນໆ,
ເຊິ່ງບັນຫາດັ່ງກ່າວກໍເປັນການທ່ວງດຶງບໍ່ໜ້ອຍຕໍ່ການພັດທະ ນາຂອງລາວ ແລະ ຕໍ່ສິ່ງທ້າທາຍທີ່ກ່າວມານັ້ນ, ລັດຖະບານຈຶ່ງກຳນົດຈຸດໝາຍລວມຍຸດທະສາດ ແລະ ບູລິມະສິດສຳລັບການພັດທະນາປະເທດໃນອີກໄລຍະ 5 -10 ປີຕໍ່ໜ້າ,
ໂດຍສະເພາະແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII
(2016-2020) ຄື:
“ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ ແລະ
ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ສືບຕໍ່ແກ້ໄຂຄວາມ ທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານ, ບັນລຸເງື່ອນໄຂຂອງການຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາໃນປີ 2020 ໂດຍຊຸກຍູ້ການເຕີບໂຕທີ່ຕໍ່ເນື່ອງ, ສົມດູນ ແລະ
ຍືນຍົງ, ມີການຄຸ້ມຄອງ ແລະ ນຳໃຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນສູງ, ສ້າງໃຫ້ໄດ້ການຫັນ ປ່ຽນຮູບການພັດທະນາຕາມທິດເສີມຂະຫຍາຍທ່າແຮງທີ່ບົ່ມຊ້ອນ ແລະ ຂໍ້ໄດ້ປຽບຂອງປະເທດ,
ເຂົ້າຮ່ວມໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ”.
ພ້ອມກັນນັ້ນ, ກໍໄດ້ຮ່າງຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ(2016-2025),
ເຊິ່ງໃນນັ້ນລວມມີ: ຕັ້ງໜ້າປະຕິບັດບັນດາເງື່ອນໄຂເພື່ອຫລຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາໃນປີ 2020 ເພື່ອບັນລຸຢ່າງສົມບູນໃນປີ 2025, ສ້າງພື້ນຖານການພັດທະນາ ໃນຕໍ່ໜ້າຮອງຮັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ,
ພັດທະນາຢ່າງສົມສ່ວນລະຫວ່າງເສດຖະກິດ, ວັດທະນະທຳ-ສັງຄົມ
ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດຍືນຍົງ ແລະ
ສີຂຽວ. ຄຽງຄູ່ກັນນັ້ນກໍພັດທະນາການປົກຄອງ ແລະ ລະບອບລະບຽບການບໍລິ ຫານລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ, ຫັນບັນດາກະຊວງ-ອົງການຂັ້ນສູນກາງໃຫ້ປະຕິບັດພາລະ ບົບບາດຄຸ້ມຄອງມະຫາພາກເປັນຕົ້ນຕໍ ແລະ ເພີ່ມຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ຫລາຍຂຶ້ນຕາມທິດ 3 ສ້າງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ,
ຍືນຍົງ ແລະ
ຕໍ່ເນື່ອງ, ເພີ່ມທະວີການ ຮ່ວມມື,
ການເຊື່ອມໂຍງ ແລະ
ເຊື່ອມຈອດກັບພາກພື້ນ ແລະ ສາກົນ,
ຫັນປະເທດໃຫ້ເປັນໃຈກາງ ເຊື່ອມຕໍ່ ແລະ ການບໍລິການຜ່ານຂອງພາກພື້ນໃຫ້ມີປະສິດທິຜົນສູງສຸດ, ເຂົ້າຮ່ວມຂະບວນການ ເຄື່ອນໄຫວຂອງສາກົນຢ່າງຫ້າວຫັນ ແລະ ສືບຕໍ່ປະຕິບັດພັນທະຕໍ່ສາກົນຢ່າງເປັນເຈົ້າການ.
No comments:
Post a Comment