Ad

Ad

15 September 2014

ແນະນຳຜະລິດຕະພັນໃ​ໝ່ຂອງພອນສ໌



     ໃນວັນທີ 12 ກັນຍາທີ່ຜ່ານມາ, ຢູ່ໂຮງແຮມລາວພລາຊາ ນະຄອນຫລວງວຽງ ຈັນ, ໄດ້ມີ ພິທີແນະນຳຜະລິດຕະພັນເຄື່ອງ ສຳອາງຂອງຍີ່ຫໍ້ “ພອນສ໌” ຊຶ່ງມີລູກ ຄ້າຕົວແທນຈຳໜ່າຍ ແລະ ແຂກຖືກເຊີນເຂົ້າຮ່ວມຈຳນວນຫລາຍ.
     ທ່ານນາງ ບຸດດາວັນ ຖັງມະນີ ຜູ້ຈັດການຝ່າຍພັດທະນາລູກ ຄ້າ ບໍລິສັດ ຢູນີ ລີເວີ ກ່າວວ່າ: ເປັນຄັ້ງທຳອິດຂອງ ພອນສ໌ ທີ່ໄດ້ສ້າງນະວັດຕະກຳໃໝ່ໃນ ໄວເທນ ນິງແບບ ເຈວ ທີ່ໄດ້ເປີດ ຕະຫລາດ ແລະ ຂາຍໃນປະເທດລາວ ພ້ອມໆກັບປະເທດ ອື່ນໆ ໃນອາຊີ, ເຊິ່ງພວກເຮົາຈະບໍ່ຢຸດທີ່ຈະຄິດຄົ້ນເຕັກໂນໂລຊີໃໝ່ເພື່ອພັດ ທະນາ ຄຸນນະພາບຂອງສິນ ຄ້າໃຫ້ຖືກກັບຄວາມ ຕ້ອງການຂອງລູກຄ້າຫລາຍທີ່ສຸດ. ສະນັ້ນ ຜະລິດຕະພັນ ພອນສ໌ ເດວີ ໂຣດ ເຈວ (POND’S Dewy Rose) ໃໝ່ນີ້ຈະ ສາມາດຕອບສະໜອງ ຄວາມສະຫວ່າງໃສ ແລະ ນຸ້ມ, ຊຸ່ມຊື່ນແກ່ຜີວໜ້າ, ເນື້ອ ເຈວຊືມ ງ່າຍ ແລະ ຊຶມເລິກ ເຮັດໃຫ້ຜິວນຸ້ມ ຂຶ້ນ, ຮູຂຸມຂົນລຽບນຽນ, ຈຸດດ່າງດຳຫລຸດລົງເຫັນຜົນພາຍ ໃນ 7 ມື້.

     ພາຍໃນງານຍັງໄດ້ເຊີນ 3 ສາວມາແບ່ງປັນປະສົບການໃນການນຳໃຊ້ພອນສ໌ ເປັນຕົ້ນ ນາງ ລູກນ້ຳ ວົງສິລິ ນາງສາວລາວ ປີ 2011 ແລະ ຍັງເປັນນາງແບບ ຂອງ ພອນສ໌ ຄົນປະຈຸບັນ, ນາງ ວີນາ ບຸບຜາ, ເຊິ່ງເຄີຍ ເປັນສາວ ພອນສ໌ ຄົນທຳອິດຂອງປະ ເທດ ລາວ ແລະ ນາງ ອາລີ້ ໂພທິລາດ ນັກຮ້ອງນຳວົງຊໍຕີ້ ແລະ ພວກ ເຂົາຍັງໄດ້ເອົາສູດຄຣີມ ທີ່ມີ ສ່ວນປະສົມ SPF 30 ມາໃຫ້ແຂກທຸກທ່ານໄດ້ລອງໃຊ້ ແລະ ທົດລອງກັນພ້ອມກັບ ພອນສ໌ ເດວີ ໂຣດ ເຈວ ເພື່ອໃຫ້ເຫັນໄດ້ ເຖິງຄວາມແຕກຕ່າງ. ພ້ອມດຽວກັນນັ້ນພະນັກງານຂອງ ພອນສ໌ຍັງໄດ້ໃຫ້ບໍລິການກວດສຸຂະພາບຜິວໃຫ້ຜູ້ເຂົ້າຮ່ວມງານນຳອີກ.

No comments:

Post a Comment