Ad

Ad

12 September 2014

ກະຊວງປ້ອງກັນປະເທດປະກາດເລື່ອນຊັ້ນນາຍທະຫານລະດັບສູງ



    ໃນວັນທີ 11 ກັນຍາ, ທີ່ກະຊວງປ້ອງກັນປະເທດ, ໄດ້ມີພິທີປະກາດເລື່ອນຊັ້ນບັນ ດານາຍທະຫານ, ເຊິ່ງໄດ້ ເລື່ອນຊັ້ນພົນຕີຂຶ້ນພົນໂທ, ພົນຈັດຕະວາຂຶ້ນພົນຕີ ແລະ ພັນເອກຂຶ້ນພົນຈັດຕະວາຈຳນວນ 10 ທ່ານ, ໂດຍການເຂົ້າຮ່ວມຂອງທ່ານຮອງປະທານ ປະເທດ ບຸນຍັງ ວໍລະຈິດ. 
     ການເລື່ອນຊັ້ນໃນຄັ້ງນີ້,ແມ່ນປະຕິບັດຕາມລັດຖະດຳລັດຂອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ໂດຍອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ, ກົດໝາຍວ່າ ດ້ວຍ ນາຍທະຫານ ແລະ ໜັງສືສະເໜີຂອງນາຍົກລັດຖະມົນຕີ ໂດຍຕົກລົງເລື່ອນຊັ້ນໃຫ້ທ່ານ ພົນຕີ ແສງນວນ ໄຊຍະລາດ ແລະ ທ່ານ ພົນຕີ ຈັນສະໝອນ ຈັນຍາລາດ ຂຶ້ນເປັນພົນໂທ; ເລື່ອນຊັ້ນທ່ານ ພົນຈັດຕະວາ ທອງລອຍ ສີລິວົງ,ທ່ານ ພົນຈັດຕະວາ ສຸບັນ ຫຸນນະຈຳປາ,ທ່ານພົນຈັດຕະວາ ພູວົງ ວົງພົມ ແລະ ທ່ານ ພົນຈັດຕະວາ ແອສະໃໝ ເລືອງວັນໄຊ ຂຶ້ນເປັນພົນຕີ ແລະ ເລື່ອນຊັ້ນທ່ານ ພັນເອກ ປະສິດ ທ່ຽງທຳ,ທ່ານພັນເອກ ວົງສັກ ພັນທະວົງ, ທ່ານ ພັນເອກ ບົວວັນ ເພັງບຸນທັນ ແລະ ທ່ານ ພັນເອກ ບຸນລ້ຽງ ແສງພະຈັນຂຶ້ນເປັນພົນຈັດຕະວາ.ໃນໂອກາດ
ດຽວກັນ, ກໍໄດ້ປະກາດແຕ່ງຕັ້ງທ່ານ ພົນຈັດຕະວາ ວິໄລ ຫລ້າຄຳຟອງ ເປັນຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ແຕ່ງຕັ້ງທ່ານ ພົນຈັດຕະວາ ພູວົງ ວົງພົມ ເປັນຫົວໜ້າກົມໃຫຍ່ ພະລາທິການກອງທັບກະຊວງປ້ອງກັນປະເທດ.
    ໂອກາດດັ່ງກ່າວ ທ່ານຮອງປະທານປະເທດ, ກໍໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໃຫ້ບັນດານາຍທະຫານທີ່ໄດ້ຮັບການເລື່ອນ ຊັ້ນໃນຄັ້ງນີ້ເອົາໃຈໃສ່ວຽກງານການເມືອງແນວຄິດ,ປະຕິບັດແນວທາງນະໂຍບາຍຂອງພັກເປັນຕົ້ນເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກກໍຄືມະຕິວ່າດ້ວຍ 4 ແຜນງານໃຫຍ່ 26 ໂຄງການຂອງກະຊວງປ້ອງກັນປະເທດ, ປັບປຸງກໍ່ສ້າງກຳ ລັງປະກອບອາ ວຸດປ້ອງກັນຊາດທັງ 3 ປະເພດ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເອົາໃຈໃສ່ສ້າງກຳລັງຕິດພັນກັບ ການກໍ່ສ້າງຮາກ ຖານການເມືອງ ແລະ ພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະເຂດຫລໍ່ແຫລມ, ເຜົ່າ ແລະ ເຂດຫ່າງໄກ ສອກຫລີກ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ,ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ,ປັບປຸງກຳລັງ
ຄວາມສາມາດໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການປົກປ້ອງຊັບພະຍາກອນທຳມ ະຊາດຕາມຊາຍແດນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວເພື່ອເປັນກຳລັງແຮງໃຫ້ແກ່ຄະນະພັກ ແລະ ອຳນາດ ການປົກຄອງແຕ່ລະຂັ້ນ.

No comments:

Post a Comment