Ad

Ad

12 September 2014

ກອງປະຊຸມລັດຖະມົນຕີສຶກສາອາຊຽນຄັ້ງທີ 8 ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫລວງວຽງຈັນ



    ກອງປະຊຸມລັດຖະມົນຕີສຶກ ສາອາຊຽນຄັ້ງທີ 8 ໄດ້ໄຂຂຶ້ນຢ່າງເປັນທາງກາ ນໃນເຊົ້າວັນທີ 11 ກັນຍານີ້ ຢູ່ໂຮງແຮມດອນ ຈັນພາເລດ, ນະຄອນຫລວງ ວຽງຈັນ, ພາຍໃຕ້ການເປັນປະ ທານຂອງທ່ານ ດຣ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີວ່າການກະຊວງ ສຶກສາທິການ ແລະ ກິລາລາວ, ມີບັນດາລັດຖະ ມົນຕີສຶກສາປະ ເທດສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມພັດທະນາເຂົ້າຮ່ວມ, ເຊິ່ງຈຸດປະສົງສຳຄັນ ຂອງກອງປະຊຸມຄັ້ງນີ້ແມ່ນການສືບຕໍ່ເສີມຂະຫຍາຍການຮ່ວມມື ເພື່ອຫລຸດຊ່ອງຫວ່າງຄວາມແຕກ ໂຕນທາງດ້ານການສຶກສາໃນບັນດາປະເທດສະມາຊິກອາ ຊຽນ.
    ທ່ານຮອງນາຍົກລັດຖະມົນຕີ ດຣ ພັນຄຳ ວິພາວັນ ໄດ້ກ່າວປາ ໄສໄຂກອງປະຊຸມວ່າ: ກອງປະຊຸມລັດຖະມົນຕີສຶກສາ ອາຊຽນ ຄັ້ງທີ 8 ນີ້, ແມ່ນຈະໄດ້ທົບທວນ ຄືນກໍຄືການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນ ວຽກທີ່ພວກເຮົາ ໄດ້ຮັບຮອງເອົາໃນກອງປະຊຸມລັດຖະມົນຕີສຶກ ສາອາຊຽນຄັ້ງທີ 7 ຜ່ານມາ, ພ້ອມທັງກຳນົດວິໄສທັດ, ທິດ ທາງແຜນການ ແລະ ການຈັດລຽງບູລີມາສິດຂອງການພັດທະນາການສຶກສາໃນກອບອາຊຽນຫລັງປີ 2015, ໂດຍສະເພາະ ແມ່ນແຜນພັດ
ທະນາການສຶກສາໃນໄລຍະ 5 ປີ ( 2016-2020 ) ເຊິ່ງຖືວ່າມີຄວາມສຳຄັນຫລາຍຕໍ່ວຽກງານການພັດທະນາການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດຂອງບັນດາປະ ເທດສະມາຊິກອາຊຽນ, ທັງ ເປັນການເພີ່ມທະວີການຮ່ວມມື ດ້ານການສືກສາເພື່ອແນ່ໃສ ຫລຸດຜ່ອນຊ່ອງຫວ່າງການພັດ ທະນາການສຶກສາລະຫວ່າງບັນດາປະເທດສະມາຊິກອາຊຽນ ດ້ວຍກັນ.
     ກອງປະຊຸມ,ໄດ້ມີການລາຍ ງານບັນດາຂໍ້ຕົກລົງຮ່ວມມື ຫລາຍດ້ານເພື່ອຮ່ວມກັນຈັດຕັ້ງປະຕິບັດແຜນພັດທະນາວຽກ ງານການສຶກສາ, ໃນນີ້ສະເພາະ ກອບການຮ່ວມມື 10 ປະເທດ ອາຊຽນມີ 9 ຂໍ້, ອາຊຽນ+3 (ສປຈີນ, ສ.ເກົາຫລີ, ຍີ່ປຸ່ນ) ມີ 15 ຂໍ້ ແລະ ອາຊຽນໃນກອບ (EAS) ຄື: ອົດສະຕາລີ, ອິນເດຍ, ນູແວນ ເຊລັງ, ລັດເຊຍ ແລະ ສະຫະລັດ ອາເມລິກາມີ 13 ຂໍ້, ຮັບຟັງການ ສະຫລຸບລາຍງານຜົນການຈັດ ຕັ້ງປະຕິບັດວຽກງານການຮ່ວມມືດ້ານການສຶກສາ 5 ປີ (2011- 2015) ຂອງ ບັນດາປະເທດສະມາຊິກອາຊຽນ, ອາຊຽນ+3 ແລະ ອາຊຽນໃນກອບ(EAS) ແຕ່ ປີ 2010 - 2017, ໂດຍສະເພາະ ແມ່ນ ຍົກໃຫ້ເຫັນບັນດາຜົນສຳ ເລັດ, ສິ່ງຄ້າງຄາ ແລະ ວຽກງານທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງ ປະຕິບັດຮ່ວມກັນໃນຕໍ່ໜ້າ, ນອກຈາກ ນີ້, ໄດ້ພິຈາລະນາຄົ້ນຄວ້າວິໄສທັດຂອງວຽກງານການສຶກສາພາຍຫລັງ 2015 ແລະ ຄົ້ນຄວ້າ 8 ເນື້ອໃນວຽກ ງານການສຶກ ສາເພື່ອເປັນບ່ອນ ອິງໃນການວາງແຜນຮ່ວມມື 5 ປີ (2016-2020) ຂອງບັນດາປະ ເທດອາຊຽນ, ອາຊຽນ+ 3 ແລະ ອາ ຊຽນໃນກອບ EAS, ເຊິ່ງໄດ້ ຕົກລົງເປັນເອກກະພາບສ້າງ ໜ່ວຍສະເພາະກິດໃນການຄົ້ນ ຄວ້າກ່ຽວກັບວິທີການ, ມາດຕະ ການ ແລະ ກົນໄກຂອງແຜນ ຮ່ວມມືດັ່ງກ່າວໃຫ້ມີການເຊື່ອມໂຍງ ແລະ ສາມາດພ້ອມກັນຈັດ ຕັ້ງປະຕິບັດໃຫ້ມີຄວາມສອດ ຄ່ອງ ແລະ ປາກົດຜົນເປັນຈິງ ໃນຕໍ່ໜ້າ.
    ໃນໂອກາດນີ້, ທ່ານຮອງນາ ຍົກລັດຖະມົນຕີ ດຣ ພັນຄຳ ວິ ພາວັນ, ໄດ້ຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບ ແລະ ພົບປະສອງ ຝ່າຍກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກ ສາມາເລເຊຍ ແລະ ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງສຶກສາ ສ.ເກົາຫລີ, ເຊິ່ງການພົບປະນີ້, ຮອງນາຍົກ ມາເລເຊຍ ແລະ ສ.ເກົາຫລີ ຕ່າງກໍໄດ້ສະແດງຄວາມຂອບ ໃຈຢ່າງຈິງໃຈທີ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະ ຢືນຢັນວ່າຈະສືບຕໍ່ໃຫ້ການຮ່ວມ ມືຊ່ວຍເຫລືອເຊິ່ງກັນ ແລະ ກັນທາງດ້ານວຽກງານສຶກສາໃນ ກອບອາຊຽນ, ເວົ້າສະເພາະກໍແມ່ນການເພີ່ມທະວີການຮ່ວມ ມືສອງຝ່າຍໃຫ້ກວ້າງຂວາງກວ່າເກົ່າ.

No comments:

Post a Comment