Ad

Ad

12 September 2014

ຮອງນາຍົກລັດຖະມົນຕີ ດຣ ບຸນ ປອນ ບຸດຕະນະວົງ ເນັ້ນ ທຫລ ສືບຕໍ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ



     ກອງປະຊຸມສາພາບໍລິຫານ ທະນາຄານແຫ່ງ ສປປ ລາວ ສະ ໄໝສາມັນຄັ້ງທີ I ປະຈຳປີ 2014 ໄດ້ສຳເລັດລົງໃນວັນທີ 10 ກັນ ຍາຜ່ານມາ, ເຊິ່ງໄດ້ດຳເນີນມາ ເປັນ ເວລາເຄິ່ງວັນທີ່ຫ້ອງປະຊຸມທະນາຄານ ແຫ່ງ ສປປ ລາວ, ພາຍໃຕ້ການເປັນປະ ທານຂອງ ທ່ານ ດຣ. ບຸນປອນ ບຸດຕະນະ ວົງ ຮອງນາຍົກລັດຖະມົນຕີ, ປະທານ ສະພາບໍລິຫານທະນາ ຄານແຫ່ງ ສປປ ລາວ ມີບັນດາ ຮອງປະທານ, ຄະນະກຳມະ ການສະພາບໍລິຫານ ແລະ ບັນດາຄະ ນະກົມກ່ຽວຂ້ອງຈຳນວນໜຶ່ງ ເຂົ້າຮ່ວມ, ເຊິ່ງ ກອງປະຊຸມເນັ້ນ ໃຫ້ທະນາຄານແຫ່ງ ສປປ ລາວ ສືບຕໍ່ຮັກສາສະຖຽນລະພາບ ເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ, ອັດຕາເງິນ ເຟີ້ໃຫ້ຢູ່ໃນລະດັບໜຶ່ງຕົວເລກ, ຄັງສຳ ຮອງເງິນຕາຕ່າງປະເທດໃຫ້ກຸ້ມການນຳເຂົ້າ 5 ເດືອນ ແລະ ຄວບຄຸມການເພີ່ມຂຶ້ນຂອງປະລິມານເງິນໃຫ້ຢູ່ໃນລະດັບ 24% ຕໍ່ປີ.
     ກອງປະຊຸມໄດ້ມີການຄົ້ນ ຄວ້າ ແລະ ພິຈາລະນາບົດລາຍງ ານການເຄື່ອນໄຫວວຽກງານທະນາຄານແຫ່ງ ສປປ ລາວ ປະ ຈຳ ປີ 2013 ແລະ ແຜນການປີ 2014, ຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງທະ ນາຄານແຫ່ງ ສປປ ລາວ (ສະບັບປັບປຸງ), ພ້ອມນັ້ນກອງປະຊຸມຍັງໄດ້ຮັບຟັງການຈັດຕັ້ງປະຕິບັດແຜນເງິນຕາໃນປີ 2013, ເຊິ່ງທະນາຄານແຫ່ງ
ສປປ ລາວ ໄດ້ຈັດຕັ້ງປະຕິບັດໃນບັນຍາກາດທີ່ສະພາບຂອງສາກົນ, ພາກພື້ນ ແລະ ພາຍໃນບໍ່ເອື້ອ ອຳນວຍ, ໂດຍສະເພາະ ບັນຫາລາຄານ້ຳມັນ, ລາຄາຄຳ, ອັດຕາແລກປ່ຽນໃນຕະຫລາດໂລກມີຄວາມຜັນຜວນ ແລະ ຢູ່ພາຍໃນ ປະເທດເຮົາກໍມີບັນ ຫາຄວາມບໍ່ຄ່ອງຕົວຂອງງົບປະມານ ແລະ ໜີ້ສິນຄຸມເຄືອຈາກການລົງທຶນຂອງລັດ, ແຕ່ເຖິງຢ່າງໃດກໍຕາມ ທະນາຄານແຫ່ງ ສປປ ລາວ ກໍ ໄດ້ອົາໃຈໃສ່ຈັດຕັ້ງປະຕິບັດແຜນເງິນຕາທີ່ກຳນົດໄວ້ສາມາດຮັກສາສະຖຽນລະພາບເງິນຕາແຫ່ງຊາດໃ ຫ້ໝັ້ນ ທ່ຽງຍາວນານດ້ວຍມາດຕະການດ້ານເງິນຕາໂດຍ ສະເພາະ, ນອກນີ້ ທະນາຄານ ແຫ່ງ ສປປ ລາວ ຍັງໄດ້ຈັດຕັ້ງ ປະຕິບັດແຜນ ລາຍຮັບ-ລາຍຈ່າຍ, ການປະຕິບັດແຜນການກໍ່ ສ້າງພື້ນຖານໂຄງລ່າງ ແລະ ປະ ກອບວັດຖຸເຕັກນິກປີ 2013 ໄດ້ຕາມລະດັບ ຄາດໝາຍທີ່ວາງໄວ້.
      ກອງປະຊຸມ, ໄດ້ຜ່ານທິດທາງແຜນການເຄື່ອນໄຫວວຽກງານທະນາຄານປີ 2014, ເຊິ່ງ ທະນາຄານ ແຫ່ງ ສປປ ລາວ ຍັງຈະສືບຕໍ່ສູ້ຊົນຮັກສາລະດັບ ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບໜຶ່ງຕົວເລກ ແລະ ຕ່ຳກວ່າການຂະ ຫຍາຍຕົວຂອງເສດຖະກິດ, ອັດ ຕາແລກປ່ຽນມີຄວາມສະຫງົບ, ຄັງສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າໄດ້ 5 ເດືອນ ຂຶ້ນໄປ,  ຄວບຄຸມການເພີ່ມ ຂຶ້ນຂອງປະລິມານເງິນ M2 ໃຫ້ຢູ່ ໃນລະດັບ 24% ຕໍ່ປີ ແລະ ຍັງສືບ ຕໍ່ຈັດຕັ້ງປະຕິບັດແຜນການກໍ່ສ້າງພື້ນຖານໂຄງລ່າງ 3 ໂຄງ ການ, ປະກອບວັດຖຸເຕັກນິກ 6 ໂຄງການ,ຈ າກນັ້ນກອງປະຊຸມ ຍັງໄດ້ມີການປຶກສາຫາລື, ປະກອບຄຳຄິດຄຳເຫັນຢ່າງ ກົງໄປກົງມາຈາກບັນດາທ່ານຄະນະ ກຳມະການສະພາບໍລິຫານແນໃສ່ປະກອບສ່ວນເຂົ້າໃນການພັດທະນາລະບົບທະນາຄານ ໃຫ້ມີຄວາມເຕີບໃຫຍ່ ແລະ ທັນສະໄໝເປັນກ້າວໆ.
     ທ່ານຮອງນາຍົກລັດຖະມົນ ຕີ,ປະທານສະພາບໍລິຫານທະນາຄານແຫ່ງ ສປປ ລາວ ໄດ້ຕີລາ ຄາສູງຕໍ່ການຊີ້ນຳ-ນຳພາຂອງ ສະຫາຍຄະນະພັກ-ຄະນະຜູ້ວ່າ ການທະນາຄານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດ ບັນດານະໂຍບາຍຕ່າງໆເພື່ອ ຮັກສາ ສະຖຽນລະພາບເງິນຕາ ແຫ່ງຊາດ ແລະ ຄວາມເຂັ້ມ ແຂງຂອງລະບົບທະນາຄານ, ສະຖາບັນການເງິນໃຫ້ໝັ້ນທ່ຽງ ແລະ ຈັດ ຕັ້ງປະຕິບັດວຽກງານ ອື່ນໆດ້ວຍຄວາມຮັບຜິດຊອບສູງຊຶ່ງໄດ້ນຳໄປສູ່ຜົນສຳເລັດໃນລະດັບອັນແນ່ນອນ ແລະ ໃນໂອກາດ ດຽວກັນນັ້ນທ່ານປະທານສະພາບໍລິຫານທະນາຄານແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ຜູ້ແທນ ຂອງກອງປະຊຸມຈົ່ງສືບຕໍ່ຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈ ດັ່ງກ່າວອອກເປັນແຜນງານ-ໂຄງການອັນລະອຽດ ແລະ ຈັດ ຕັ້ງເຊື່ອມຊຶມໃຫ້ເປັນເອກະພາບ ໃນທົ່ວຂະແໜງການທະນາຄານ.

No comments:

Post a Comment