Ad

Ad

12 September 2014

ຮັບປະກັນການສັນຈອນໄລຍະກອງປະຊຸມໄອປາໃຫ້ສະດວກດີ



     ຫົວໜ້າພະແນກຈະລາຈອນນະຄອນຫລວງວຽງຈັນທ່ານພັນຕີ ຍຸດຕະພົງ ສຸວັນນະສິງ ໃຫ້ສຳ ພາດນັກຂ່າວພວກເຮົາໃນ ວັນທີ 11 ກັນຍານີ້ວ່າ: ເພື່ອຮັບປະ ກັນໃຫ້ການສັນຈອນຕາມສາຍທາງ ຫລັກໃນຕົວເມືອງມີຄວາມເປັນ ລະບຽບ ແລະ ຄ່ອງ ຕົວດີ ໃນໄລຍະກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (ໄອປາ) ຄັ້ງທີ 35 ທີ່ຈະຈັດຂຶ້ນຢູ່ ນະຄອນຫລວງ ວຽງຈັນໃນລະຫວ່າງວັນທີ 14 - 20 ກັນຍານີ້, ພວກເຮົາໄດ້ຈັດວາງກຳລັງເຈົ້າໜ້າທີ່ຈະລາຈອນຫລາຍກວ່າ ຮ້ອຍຄົນ ໄປປະຈຳຢູ່ຈຸດສາມແຍກ, ສີ່ແຍກຂອງສາຍທາງສຳຄັນຄື ເສັ້ນທາງຫລວງພະບາງ, ສຸພານຸວົງ, ແຄມຂອງ, ທາດຂາວ, ໄກສອນ, ລ້ານ ຊ້າງ ແລະ ອື່ນໆ ທີ່ເຫັນວ່າ ເຊື່ອມຕໍ່ຈາກເຮືອນພັກຂອງແຂກໄປຫາສະຖານທີ່ປະຊຸມເພື່ອຮັບປະກັນ ໃຫ້ການສັນຈອນໃນຈຸດ ທີ່ກຳນົດໄວ້ນັ້ນ, ມີສະ ພາບຄ່ອງຕົວດີ, ບໍ່ແອອັດສັບສົນ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ນອກຈາກນີ້, ໄດ້ເນັ້ນໃຫ້ເຈົ້າ ໜ້າທີ່ທຸກຄົນເຂັ້ມ ງວດຫ້າມບໍ່ໃຫ້ລົດບັນທຸກແລ່ນຜ່ານເສັ້ນທາງຫລັກດັ່ງກ່າວຢ່າງເດັດຂາດເພື່ອຫລີກລຽງບໍ່ໃຫ້ເກີດການສັບສົນຕໍ່ການສັນຈອນ, ຄວາມບໍ່ເປັນລະ ບຽບຈົບງາມ ແລະ ຄວາມປອດໄພໃນຕົວເມືອງ. ພ້ອມທັງຮຽກຮ້ອງຕໍ່ຜູ້ໃຊ້ລົດ, ໃຊ້ຖະ ໜົນໃຫ້ມີສະ ຕິເຄົາລົບລະບຽບຈະລາຈອນຢ່າງເຄັ່ງຂັດ, ເພື່ອຮັບປະກັນຄວາມສະຫງົບປອດໄພ, ພ້ອມກັນເປັນເຈົ້າພາບທີ່ ດີເຮັດໃຫ້ ກອງປະຊຸມສຳຄັນດັ່ງກ່າວມີຜົນສຳເລັດຈົບງາມ.

No comments:

Post a Comment