Ad

Ad

12 September 2014

ໄຟຟ້າຕອບຂໍ້ຂ້ອງໃຈການບໍລິການສະໜອງໄຟຟ້າໃນນະຄອນຫຼວງວຽງຈັນ



     ວັນທີ 11 ກັນຍານີ້ລັດວິ ສາຫະກິດໄຟຟ້າລາວ, ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ໄດ້ຈັດຖະແຫຼ່ງຂ່າວຕອບຂໍ້ຂ້ອງ ໃຈຜູ້ຊົມໃຊ້ໄຟຟ້າໃນນະຄອນຫຼວງວຽງຈັນ. ຂຶ້ນຢູ່ສຳນັກ ງານຂອງຕົນໃນນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ວົງມະນີ ສອນເກດ ສຸລິນ ຮອງຜູ້ອຳນວຍການໃຫຍ່ ໄຟຟ້າລາວ ມີຫົວໜ້າຝ່າຍປະ ຕິບັດການໄຟຟ້ານະຄອນຫຼວງ, ພ້ອມດ້ວຍຫົວໜ້າສະຖານີໄຟຟ້າ 9 ຕົວເມືອງ ແລະ ສື່ມວນຊົນຈາກໂທລະພາບ, ວິນະຍຸ ກະຈາຍສຽງ, ໜັງສືພິມຕ່າງໆເຂົ້າ ຮ່ວມ. ທ່ານຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນ ຫຼວງຖະແໜ່ງວ່າ: ປັດຈຸບັນການຂະຫຍາຍຕາໜ່າງໄຟຟ້າໃນຂອບ ເຂດທົ່ວປະເທດບັນລຸໄດ້ ປະມານ 87 % ແລະ ຄາດວ່າຮອດປີ 2020 ຈະບັນລຸໄດ້ 90% ຕາມແຜນການ, ໃນນີ້ສະ ເພາະນະຄອນຫຼວງວຽງຈັນທຸກບ້ານມີໄຟຟ້າ ໃຊ້ 100%, ແຕ່ການສະໜອງການບໍລິການ ກໍປາສະຈາກບໍ່ໄດ້ເຖິງຂໍ້ບົກຜ້ອງຕ່າງໆ, ບາງຄັ້ງ ອາດເຮັດໃຫ້ສັງຄົມບໍ່ເຂົ້າໃຈໃນບາງບັນຫາເປັນຕົ້ນແມ່ນ: ການ ຕັດກະ ແສໄຟຟ້າ, ກະແສໄຟຟ້າບໍ່ພຽງພໍ, ໄຟຟ້າມັກດັບມອດ, ການສ້ອມແປງຫຼ້າຊ້າ, ບັນຫາຄ່າໄຟຟ້າແພງ ແລະ ອື່ນໆ, ຕໍ່ບັນ ຫາດັ່ງກ່າວ, ຜ່ານມາຝ່າຍໄຟຟ້າກໍເຄີຍຊີ້ແຈ້ງຕໍ່ສັງຄົມມາ ແລ້ວຫຼາຍຄັ້ງຄືບັນຫາການຕັດກະແສໄຟຟ້າແມ່ນໃນກໍລະນີທີ່ຜູ້ຊົມ
ໃຊ້ບໍ່ໄປຈ່າຍເງິນຄ່າໄຟຟ້າຕາມກຳນົດເວລາ ແລະ ລະ ບຽບການໄຟຟ້າວາງອອກ (ບໍ່ ໃຫ້ເກີນ 2 ເດືອນ) ແລະ ຈະຕໍ່ໄຟຟ້າຄືນ ໃຫ້ກໍຕໍ່ເມື່ອຜູ້ຊົມໃຊ້ໄປຈ່າຍໜີ້ຄ່າໄຟຟ້າທີ່ຄ້າງທັງ ໝົດ, ພ້ອມເງິນຄ່າຕໍ່ໄຟຟ້າຄືນຕາມລະລຽບການ ແລະ ກໍລະນີການຕັດກະ ແສໄຟເພື່ອສ້ອມແປງແມ່ນຝ່າຍໄຟຟ້າໄດ້ແຈ້ງລວງ ໜ້າ, ຫຼືເກີດກໍລະນີເປ່ເພໄຟຟ້າ ຈະດັບມອດເອງ, ສ່ວນບັນຫາ ກະແສໄຟ ຟ້າພໍພຽງພໍ ຫຼື ໄຟຟ້າມັກຕົກນັ້ນເກີດຈາກການຊົມ ໃຊ້ ໄຟຟ້າທີ່ເພີ່ມຂຶ້ນຂອງສັງຄົມ ແລະ ຊຸມຊົນ, ເປັນຕົ້ນແມ່ນການຂະ ຫຍາຍທຸລະກິດ, ສ້າງບ້ານເຮືອນ ແລະ ສິ່ງປຸກສ້າງ ອື່ນໆຂຶ້ນໃໝ່ທີ່ຕ້ອງການໃຊ້ໄຟຟ້າ, ຂະນະທີ່ກຳລັງການຜະລິດກະແສ ໄຟຟ້າຍັງເທົ່າເດີມ, ຊຶ່ງຕໍ່ບັນຫານີ້ທາງໄຟຟ້າກໍໄດ້ເລັ່ງ ແກ້ໄຂໂດຍການເພີ່ມໝໍແປງໄຟ ແລະ ສຳລັບປີນີ້ຢູ່ນະຄອນຫຼວງວຽງ ຈັນຝ່າຍໄຟຟ້າມີແຜນຈະເພີ່ມໝໍແປງໄຟຟ້າຕື່ມ 200 ໜ່ວຍ, ເພື່ອໃຫ້ການຊົມໃຊ້ໄຟຟ້າພຽງພໍກັບ ຄວາມຕ້ອງການ, ສ່ວນບັນຫາໄຟຟ້າມັກດັບມອດ, ການສ້ອມແປງຫຼ້າຊ້າແມ່ນ ເກີດຈາກສາຍສົ່ງກະແສໄຟເປ່ເພຢູ່ບາງຈຸດ, ໂດຍທີ່ພາກສ່ວນ ກ່ຽວຂ້ອງກໍ ເລັ່ງສ້ອມແປງ, ແຕ່ຕ້ອງໃຊ້ເວລາດົນ, ເນື່ອງຈາກ ເປັນລະບົບສາຍສົ່ງເກົ່າ ແລະ ປັດຈຸບັນທາງພາກສ່ວນກ່ຽວ ຂ້ອງໄດ້ມີແຜນທີ່ຈະຕິດຕັ້ງລະບົບກວດສອບໄຟ ຟ້າທີ່ທັນສະໄໝ ເພື່ອງາຍໃນການຊອກຫາຈຸກເປ່ເພ, ສຳລັບບັນຫາຄ່າໄຟຟ້າ ແພງນັ້ນຫຼາຍໆຄົນຄົງຈະຮູ້ແລ້ວວ່າປັດຈຸບັນປະ ເທດເຮົາກຳລັງຂະ ຫຍາຍຕາໜ່າງໄຟຟ້າ ແລະ ສ້າງເຂື່ອນໄຟຟ້າເປັນຈຳນວນ ຫຼາຍເພື່ອສະໜອງໄຟຟ້າໃຫ້ພຽງພໍກັບຄວາມຕ້ອງການ, ມັນຈຳເປັນ ຕ້ອງໄດ້ລົງທຶນເປັນຈຳນວນມະຫາສານເພື່ອສ້າງ ແລະ ຂະຫຍາຍຕາ ໜ່າງໄຟຟ້າເຫຼົ່ານັ້ນ, ຈຶ່ງມີຜົນເຮັດໃຫ້ມີຄວາມຈຳເປັນ ຕ້ອງໄດ້ຂື້ນຄ່າໄຟຟ້າເລັກໜ້ອຍ ແລະ ອີກບັນຫາໜຶ່ງ ແມ່ນເກີດຈາກ ການໃຊ້ໄຟຟ້າຟຸມເຟືອຍ, ໂດຍສະເພາະແມ່ນກຸມຄົນທີ່ ມີຖານະ, ແຕ່ເມື່ອທຽບກັບບັນດາປະເທດໃກ້ ຄຽງແລ້ວຖືວ່າຄ່າຊົມໃຊ້ໄຟຟ້າຢູ່ປະເທດເຮົາແມ່ນຍັງມີລາ ຄາຖືກກວ່າຫຼາຍ.
   ທ່ານຫົວໜ້າຝ່າຍປະຕິບັດ ການໄຟຟ້າກ່າວວ່າ: ຜ່ານມາ ເຖິງວ່າການຊົມໃຊ້ໄຟຟ້າຈະມີ ບັນຫາດັ່ງກ່າວເກີດຂຶ້ນ, ແຕ່ໄຟ ຟ້າກໍມີການກຽມພ້ອມທີ່ຈະປົວ ແປງແກ້ໄຂການບໍລິການຂອງ ຕົນ, ເພື່ອໃຫ້ປະຊາຊົນໄດ້ໃຊ້ ໄຟຟ້າເປັນປົກກະຕິ, ສິ່ງສຳຄັນ ແມ່ນຂໍໃຫ້ຜູ້ຊົມໃຊ້ແຈ້ງເມື່ອເກີດບັນຕ່າງໆເຊັ່ນ: ໄຟຟ້າດັບມອດ, ກະແສໄຟຕົກ, ເພື່ອທາງພາກສ່ວນກ່ຽວຂ້ອງຈະສ້ອມແປງ ໄດ້ທັນເວລາ ແລະ ໃນໂອກາດນີ້ ໄຟຟ້າໄດ້ຮຽກຮ້ອງໃຫ້ທຸກຄົນ ໃນສັງຄົມຊ່ວຍກັກປະຢັດກະແສໄຟຟ້າ, ເພື່ອການຊົມໃຊ້ ທີ່ພຽງພໍ ແລະ, ສິ່ງສຳຄັນແມ່ນໃຫ້ກວດໂຕເລກໃນບິນເກັບເງິນຄ່າໄຟຟ້າ ແລະ ກົງເຕີທຸກຄັ້ງ, ເພື່ອບໍ່ໃຫ້ເຂົ້າໃຈຜິດຕໍ່ການຊົມ ໃຊ້ໄຟຟ້າຂອງຕົນ ແລະ ຈ່າຍຄ່າໄຟຟ້າທີ່ຖີກຕ້ອງຕາມກຳນົດເວລາ.

No comments:

Post a Comment