Ad

Ad

12 September 2014

ບັນຫານັກຮຽນຍິງອາລະວາດຕີກັນຍັງຢູ່ໃນຂັ້ນຕອນການເລັ່ງສອບສວນຂອງເຈົ້າໜ້າທີ່



     ຄືດັ່ງທີ່ພວກເຮົາໄດ້ໃຫ້ຂ່າວໄປແລ້ວໃນຕອນບ່າຍວັນທີ 10 ກັນຍານີ້, ເຈົ້າໜ້າທີ່ຕຳຫລວດກອງຄະດີກອງບັນຊາການ ປກສ ນະຄອນຫລວງວຽງຈັນໄດ້ ຮ່ວມກັບຄະນະຮັບຜິດຊອບພະແນກສຶກສາກິລານະຄອນຫລວງວຽງຈັນພ້ອມ ຄະນະຮັບ ຜິດຊອບໂຮງຮຽນທີ່ກ່ຽວຂ້ອງພ້ອມພໍ່ແມ່ຜູ້ປົກຄອງ ແລະ ຄູ່ກໍລະ ນີຜິດຖຽງກັນໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືແກ້ໄຂບັນຫາການອາລະວາດ ຕີກັນຂອງນັກຮຽນຍິງຈາກໂຮງຮຽນຕ່າງໆແຕ່ໃນທີ່ສຸດການສອບສວນຈາກປາກ ຄຳຂອງຜູ້ກະທຳ ຜິດເຫັນວ່າຍັງບໍ່ທັນເປັນທີ່ຈະແຈ້ງເນື່ອງຈາກຄູ່ກໍລະນີຈຳນວນໜຶ່ງຫລົບຫລີກ ແລະ ບໍ່ທັນເຂົ້າໃຫ້ປາກຄຳຕໍ່ ເຈົ້າໜ້າທີ່. ດັ່ງນັ້ນ ຕໍ່ກັບບັນຫາ ນີ້ແມ່ນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຈາກເຈົ້າໜ້າທີ່ໃນຂັ້ນຕໍ່ໄປ ແລະ ຄາດ ວ່າພາຍ ໃນບໍ່ເທົ່າໃດວັນໃນຕໍ່ໜ້າບັນຫານີ້ຈະໄດ້ຖືກແກ້ໄຂ ແລະ ຮູ້ໂຕການຜູ້ກໍເຫດກະທຳຜິດຢ່າງແນ່ນອນ.
     ຕໍ່ບັນຫາດັ່ງກ່າວທ່ານ ອາຈານ ຊົມພູ ແກ້ວປັນຍາ ຫົວ ໜ້າພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ ໄດ້ກ່າວຕໍ່ບັນດາສື່ມວນຊົນພາຍຫລັງກອງປະຊຸມວ່າ: ໃນຂະນະນີ້ການສືບສວນ-ສອບສວນຂອງເຈົ້າໜ້າທີ່ກັບຜູ້ກະທຳຜິດ
ເຫັນວ່າບໍ່ທັນເປັນທີ່ຈະແຈ້ງບາງຄົນກໍໃຫ້ການແບບລຳອຽງກົງໄປກົງມາບໍ່ທັນເຫັນໄດ້ສາເຫດຕົ້ນຕໍຂອງການກໍອາລະວາດຕີ ກັນ. ດັ່ງນັ້ນ, ຈຶ່ງມອບຄວາມ ຮັບຜິດຊອບໃຫ້ແກ່ເຈົ້າໜ້າທີ່ຕຳຫລວດສືບຕໍ່ສອບສວນຢ່າງລະອຽດຈະແຈ້ງຕື່ມວ່າສາເຫດ ມັນມາຈາກໃສໃຜ ເປັນໂຕການ ແລະ ມີຈັກຄົນກັນແທ້, ຊຶ່ງພວກ ອາລະວາດຕີກັນນີ້ໄດ້ມາຈາກ ໂຮງຮຽນຫລາຍແຫ່ງຈັບກຸ່ມ ກັນມາຕີບໍ່ຮູ້ວ່າມາຈາກໂຮງຮຽນໃດເປັນຕົ້ນເຫດ. ຂະນະທີ່ໂຮງຮຽນກ້າວໜ້າທາງຄະນະອຳນວຍການໂຮງຮຽນກໍໄດ້ ອອກ ມາປະຕິເສດວ່າ: ນັກຮຽນໃນໂຮງຮຽນຂອງຕົນແມ່ນບໍ່ມີສ່ວນກ່ຽວຂ້ອງຕໍ່ກັບບັນຫານີ້ ໂດຍທາງໂຮງຮຽນໄດ້ວາງລະບຽບ ການຄຸ້ມຄອງຢ່າງເຂັ້ມງວດ ແລະແຕ່ໃດໆມານັກຮຽນໂຮງຮຽນກ້າວໜ້າບໍ່ເຄີຍມີປະຫວັດອາລະວາດຕີກັນອັນເປັນການ ສ້າງຄວາມເຊື່ອມເສຍໃຫ້ແກ່ໂຮງຮຽນຄືດັ່ງທີ່ເກີດເປັນຂ່າວຈາກໂຮງຮຽນອື່ນໃນປັດຈຸບັນ.

No comments:

Post a Comment