Ad

Ad

12 September 2014

ອີຢູມອບປຶ້ມບົດລາຍງານສະພາບການສຶກສາອາຊຽນປະຈຳປີ 2013



     ພິທີເປີດໂຕບົດລາຍງານສະພາບການສຶກສາໃນອາຊຽນປະຈຳປີ 2013, ໄດ້ຈັດຂຶ້ນໃນວັນທີ 12 ກັນຍານີ້ ທີ່ນະຄອນ ຫລວງວຽງຈັນ, ພາຍຫລັງເປີດກອງປະຊຸມລັດຖະມົນຕີສຶກສາອາຊຽນຄັ້ງທີ 8 ຢ່າງເປັນ ທາງການ ທ່ານ ມີແຊນ ໂກແຟງ ອຸປະທູດ ສະຫະພາບເອີຣົບປະຈຳລາວ ໄດ້ມອບບົດລາຍງານດັ່ງກ່າວ ໃຫ້ພະນະທ່ານ ດຣ. ພັນຄຳ ວິພາວັນ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິ ການ ແລະ ກິລາ.     
        ບົດລາຍງານນີ້ຖືກຈັດພິມຂຶ້ນໂດຍໄດ້ຮັບການຊ່ວຍເຫລືອດ້ານການເງິນ ແລະ ວິຊາ ການຈາກສະຫະພາບເອີຣົບ  ຜ່ານ ແຜນງານຮ່ວມມືລະດັບພາກພື້ນອີຢູ-ອາຊຽນ (READI) ເພື່ອສະໜອງຂໍ້ມູນ ແລະ ການວິເຄາະສະພາບການສຶກສາ ຂັ້ນປະຖົມ, ມັດທະຍົມ ແລະ ອາຊີວະສຶກສຂອງອາຊຽນ.
     ໃນພິທີດັ່ງກ່າວ ທ່ານອຸປະທູດ ໂກແຟງ ກ່າວວ່າ: ພວກເຮົາຫວັງເປັນຢ່າງຍິ່ງວ່າບົດລາຍງານສະບັນ ນີ້ຈະບໍ່ເປັນພຽງແຕ່ ການສະໜອງຂໍ້ມູນທີ່ມີຄຸນນະພາບແກ່ບັນດາທ່ານທີ່ເຮັດວຽກງານໃນລະດັບນະໂຍ ບາຍໃນອາຊຽນ, ແຕ່ຫາກຍັງຈະເປັນ ການວາງພື້ນຖານແກ່ການປຶກສາຫາລືດ້ານນະໂຍບາຍໃນອະນາ ຄົດລະຫວ່າງອາຊຽນ ແລະ ສະຫະພາບເອີຣົບ, ໂດຍສຸມ ສ່ການແລກປ່ຽນລະດັບພາກພື້ນ, ການຮຽນຮູ້ໄລຍະຍາວ ແລະ ການຮັບປະກັນຄຸນນະພາບດ້ານການສຶກສາ.ທ່ານກ່າວວ່າ: ອີຢູເຊື່ອໝັ້ນວ່າການສຶກສາທີ່ມີຄຸນນະພາບເປັນປັດໃຈຜັກດັນການພັດທະນາ, ການເຕີບໂຕທາງດ້ານເສດຖະກິດໃຫ້ມີຄວາມ ເຂັ້ມແຂງຍືນຍົງ ແລະ ເປັນປັດໄຈອັນສຳຄັນໃນການຕໍ່ສູ້ກັບຄວາມທຸກຍາກ.

     ໃນອາຊຽນການສຶກສາແມ່ນໜຶ່ງໃນບັນດາຂະແໜງບຸລິມະສິດໃນກອບການຊ່ວຍເຫລືອ ແລະ ການ ຮ່ວມມືດ້ານການພັດ ທະນາຂອງອີຢູ ບໍ່ວ່າຈະເປັນທາງດ້ານປະລິມານການຊ່ວຍເຫລືອ ແລະ ຈຸດສຸມ ຕ່າງໆ ແລະ ການສຶກສາກໍແມ່ນໜຶ່ງໃນ ສາມຂະແໜງການບຸລິມະສິດການຊ່ວຍເຫລືອຂອງອີຢູແກ່ລາວ.   
       ໃນປັດຈຸບັນອີຢູກໍໄດ້ສະໜອງການຊ່ວຍເຫລືອທີ່ສຳຄັນແກ່ຂະແໜງສຶກສາຂອງລາວ ພຽງສະເພາະສົກປີ 2014-2015 ນີ້ມີວົງເງິນຫລາຍເຖິງ 15 ລ້ານເອີໂຣ ເພື່ອຮັບປະກັນການເຂົ້າເຖິງການສຶກສາຂັ້ນພື້ນຖານ ທີ່ມີຄຸນນະພາບ, ຄຽງຄູ່ກັບການ ຍົກສູງການວາງແຜນ, ການຄຸ້ມຄອງການເງິນ ແລະ ງົບປະມານ ຂອງຂະແໜງນີ້. ນອກນັ້ນບັນດາປະເທດສະມາຊິກອາ ຊຽນອື່ນກໍໄດ້ຮັບການຊ່ວຍເຫລືອທາງການເງິນ ຈຳນວນຫລາຍຈາກສະຫະພາບເອີຣົບ, ເຂົ້າໃນການພັດທະນາການສຶກ ສາຂອງເຂົາເຈົ້າເຊັ່ນກັນຄື: ປະເທດອິນໂດເນເຊຍ, ສະຫະພາບມຽນມາ ແລະ ກຳປູເຈ້ຍໄດ້ຮັບການຊ່ວຍເຫລືອໃນວົງເງິນ ລວມຫລາຍກວ່າ 700 ລ້ານເອີໂຣ ສຳລັບຂະແໜງສຶກສາ.
     ໃນລະດັບພາກພື້ນ ອີຢູກໍຈະໄດ້ເລີ່ມຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອຂະແໜງການສຶກສາລະ ດັບສູງແກ່ອາຊຽນ, ເຊິ່ງເອີ້ນວ່າ: ໂຄງການສະໜັບສະໜູນແຜນງານການສຶກສາພາກພື້ນອາຊຽນ (EU SHARE), ໃນວົງເງິນ 10 ລ້ານເອີໂຣ, ເພື່ອສົ່ງເສີມການເຊື່ອມໂຍງຂອງອາຊຽນໃນຄວາມພະຍາຍາມທີ່ຈະສ້າງຄວາມເປັນເອກະພາບທາງດ້ານການສຶກສາຂັ້ນສູງ ຂອງຕົນໂດຍການຖອດຖອນບົດຮຽນຈາກ ຂະບວນການໂບໂລຍາ.  
       ນອກນີ້ແຜນງານດັ່ງກ່າວຍັງໄດ້ສະໜອງທຶນການສຶກສາຈຳນວນຫລາຍໃຫ້ກັບບັນດາປະເທດສະມາຊິກອາຊຽນອື່ນໆ ອີກດ້ວຍ.
     ນັບແຕ່ປີ 2008-2012 ທີ່ຜ່ານມານັກສຶກສ, ນັກຄົ້ນຄວ້າ ແລະ ພະນັກງານຄູອາຈານຈຳນວນ 2000 ທ່ານ ຈາກປະ ເທດສະມາຊິກອາຊຽນ ໄດ້ຮັບທຶນໄປສຶກສາ, ຄົ້ນຄວ້າ ຫລື ແລກປ່ຽນການຮຽນການສອນ ໃນເອີຣົບ ພາຍໃຕ້ກອບແຜນງານ ເອລັສມູດ ມູນດູສ (Erasmus Mundus Porgramme).

No comments:

Post a Comment