Ad

Ad

12 September 2014

ລາວ-ສະຫະລັດອາເມລິກາເພີ່ມທະວີການຮ່ວມມືດ້ານວຽກງານສາທາລະນະສຸກ



      ໃນໄລຍະຢູ່ຢ້ຽມຢາມສະຫະລັດອາເມລິການນັ້ນ, ໃນວັນທີ 10 ກັນຍານີ້, ທ່ານ ດຣ ເອກ ສະຫວ່າງ ວົງວິຈິດ, ລັດຖະມົນຕີວ່າການກະຊວງສາທາລະນາສຸກ ແຫ່ງ ສປປລາວ ໄດ້ພົບປະກັບ ທ່ານ ເຊວເວຍ ເບີເວວ ລັດ ຖະມົນຕີສາທາລະນະ ສຸກ ແລະ ບໍລິການປະຊາຊົນຂອງສະຫະລັດຢູ່ນະຄອນຫຼວງວໍຊິງຕັນດີຊີ.  ຊຶ່ງທ່ານ ລັດຖະມົນຕີ ທັງ ສອງໄດ້ໃຫ້ການຢືນຍັນຄືນກ່ຽວກັບການຮ່ວມມືທີ່ສຳຄັນລະ ຫວ່າງສອງປະເທດກ່ຽວກັບວຽກງານສາທາລະນະສຸກ.
    ໃນໂອກາດນີ້  ທ່ານ ເບີເວວ ໄດ້ກ່າວຍ້ຳເຖີງຄວາມປາຖະ ໜາດີຂອງສະຫະລັດ ເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜຸນຄວາມພະຍາຍາມຂອງລາວເພື່ອຈະເຮັດໃຫ້ບັນລຸເປົ້າໝາຍສະຫະສະວັດໃນປິ 2015. ພ້ອມນັ້ນລັດຖະມົນຕີທັງສອງຍັງໄດ້ປຶກສາຫາຫລືກັນກ່ຽວກັບຄວາມເປັນ ໄປໄດ້ໃນການຮ່ວມມືກັນໃຫ້ໃກ້ສິດ ກວ່າເກົ່າໃນທຸກຂະແໜງຂອງວຽກງານສາທາ ລະນະສຸກ ເຊັ່ນ: ການຄວບຄຸມພະຍາດ, ວຽກງານໃຫ້ອາຫານເສີມແກ່ ແມ່
ແລະ ເດັກ, ການສັກຍາກັນພະຍາດ, ການຄົ້ນຄວ້າ ແລະ ຂະແໜງການພັດທະນາຊັບພະຍາກອນມະນຸດຂອງລາວໃນຕໍ່ໜ້າ. ທ່ານ ເບີເວວ ໄດ້ຍ້ຳອີກວ່າ: ການຊ່ວຍເຫຼືອຂອງສະຫະລັດອາເມລິກາແກ່ລາວນັ້ນຍັງຄົງຈະເປັນວຽກງານບູລິມະສິດອັນ ຮິບດ່ວນ ແລະ ຈະເພີ້ມທະວີຮັດແໜ້ນໃຫ້ການຊ່ວຍເຫຼືອແກ່ໂຄງການທີ່ດຳເນີນຢູ່ ແລະ ຈະສືບຕໍ່ຊອກຫາຂົງເຂດວຽກງານ ອື່ນທີ່ເປັນຄູ່ຮ່ວມງານກັນຕື່ມອີກ. ທ່ານ ດຣ ເອກສະຫວ່າງໄດ້ ກ່າວສະແດງຄວາມຊົມເຊີຍຕໍ່ ການຊ່ວຍເຫຼືອຂອງສະຫະ ລັດທີ່ໄດ້ປະກອບສ່ວນເຂົ້າໃນຂະ ແໜງວຽກງານ ສາທາລະນະສຸກ ແລະ ໄດ້ກ່າວວ່າ ກະຊວງສາ ທາລະນະສຸກຂອງລາວຈະ ສືບຕໍ່ປະຕິບັດວຽກງານຢ່າງໄກ້ສິດ ກັບຄູ່ຮ່ວມງານ ຈາກສະຫະລັດອາເມລິກາທາງດ້ານວຽກງານ ສາທາລະນະສຸກ ແລະ ຈະສືບຕໍ່ ຮັດແໜ້ນສາຍພົວພັນການຮ່ວມມືສອງຝ່າຍ ສະຫະລັດ - ລາວໃຫ້ສະໜີດແໜ້ນຫລາຍຂຶ້ນໃນອະນາຄົດ.
        ໃນໄລຍະເຄື່ອນໃຫວຢ້ຽມ ຍາມນະຄອນຫຼວງວໍຊິງຕັນນັ້ນ, ທ່ານ ດຣ ເອກສະຫວ່າງ ຍັງໄດ້ ໄປຢ້ຽມຢາມພົບປະ ໂອ້ ລົມກັບເຈົ້າໜ້າທີ່ຂັ້ນສູງກະຊວງການ ຕ່າງປະເທດ, ສະຖາບັນສຸຂະພາບແຫ່ງຊາດ, ກະຊວງປ້ອງກັນປະເທດ ແລະ ອົງການ ຈັດຕັ້ງຂອງລັດຖະບານແຫ່ງຕ່າງໆຄື ກ່ອນໜ້ານີ້ໜື່ງອາທິດຂອງການ ເຄືອນໄຫວຢ້ຽມຍາມສະຫະລັດຢ່າງເປັນທາງການນັ້ນ, ທ່ານ ດຣ ເອກສະຫວ່າງ ໄດ້ເດີນທາງໄປພົບປະກັບຫົວໜ້າສູນຄວບຄຸມພະຍາດຕິດຕໍ່ຂອງສະຫະລັດອາເມລິກາທີ່ເມືອງ ແອັດແລນຕ້າລັດຈໍເຈຍນຳດ້ວຍ.

No comments:

Post a Comment