Ad

Ad

12 September 2014

ອາເມລິກາມອບອຸປະກອນຄວບຄຸມຢາເສບຕິດໃຫ້ຕຳຫລວດລາວ



    ທ່ານ ພໍ ເມເຢີ(Paul Mayer) ອຸປະທູດສະຫະລັດອາເມລິກາປະຈຳລາວ, ຕາງໜ້າລັດຖະບານ ສະຫະລັດອາເມລິກາ, ໄດ້ມອບອຸປະກອນຄວບຄຸມຢາເສບຕິດ ໃຫ້ເຈົ້າໜ້າທີ່ຕຳຫລວດລາວ, ຊຶ່ງພິທີມອບຮັບໄດ້ຈັດຂຶ້ນໃນວັນທີ 10 ກັນຍາຜ່ານ ມານີ້ ຢູ່ນະຄອນຫລວງວຽງຈັນ ໂດຍທ່ານ ກຸ ຈັນສີນາ ປະທານຄະນະກຳ ມະການ ແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາ ເສບຕິດເປັນຜູ້ຮັບເຊິ່ງປະກອບມີ: ຈັກ ອັດເອກະສານ, ຄອມພີວເຕີ, ເຄື່ອງພິມ, ເຄື່ອງສາຍໂປເຈັກເຕີ, ວິທະຍຸສື່ສານ, ກ້ອງວີ ດີໂອ, ເຄື່ອງກວດເງິນ, ໂທລະສານ, ກັບມື, ຊີງຊັ່ງຢາເສບຕິດ ແລະ ເສື້ອ ປ້ອງກັນລູກປືນ, ລວມມູນຄ່າ 177 ພັນໂດລາສະຫະລັດ ຫລື ປະ ມານ 1,4 ຕື້ກີບ, ໂດຍອຸປະກອນ ດັ່ງກ່າວຈະໄດ້ນຳໄປມອບໃຫ້ ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດກະຊວງປ້ອງກັນຄວາມສະ ຫງົບເພື່ອນຳໃຊ້ເຂົ້າ ໃນວຽກງານກວດກາ ແລະ ຄວບຄຸມຢາເສບຕິດໃນທົ່ວປະເທດໃຫ້ມີປະສິດທິຜົນ.

    ທ່ານປະທານຄະນະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ກຸຈັນສີນາ ມີຄຳເຫັນໃນພິທີມອບ- ຮັບ ການຊ່ວຍເຫລືອດັ່ງກ່າວວ່າ: ຕະຫລອດ 25 ປີຜ່ານມາ ລັດຖະບານສະຫະລັດອາເມລິກາໄດ້ ໃຫ້ການຊ່ວຍເຫລືອລາວ ທາງ ດ້ານວັດຖຸ, ທຶນຮອນເປັນຈຳນວນຫລາຍໃນແຕ່ລະປີເພື່ອນຳໃຊ້ເຂົ້າໃນວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ແລະ ໄດ້ ຊ່ວຍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຂອງລາວໄດ້ຮັບການຍົກລະດັບທາງດ້ານວິຊາສະເພາະ ແລະ ນຳໃຊ້ເຄື່ອງມືທີ່ມີຄວາມທັນສະ ໄໝນການປະຕິບັດໜ້າທີ່ໂຄສະນາເຜີຍແຜ່ບັນດາລະບຽບກົດ ໝາຍ ແລະ ຜົນຮ້າຍຂອງຢາ ເສບຕິດ ແລະ ຊ່ວຍສະໜັບສະ ໜູນການບຳບັດປິ່ນປົວ ແລະ ຝຶກວິຊາຊີບໃຫ້ຜູ້ຕິດຢາເສບຕິດ, ຊ່ວຍເຫລືອປະຊາຊົນຫັນໄປປະ ກອບອາຊີບອື່ນທີ່ໝັ້ນຄົງ ແທນການປູກຝິ່ນ, ລວມເຖິງການປະຕິດບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ກະທຳຜິດ, ເຊິ່ງສະແດງອອກໃນຜ່ານມາລາວ ສາມາດຈັບກຸ່ມຂະບວນການຄ້າຂາຍຢາເສບຕິດປະເພດຕ່າງໆໄດ້ເປັນຈຳນວນຫລວງຫລາຍ.

1 comment:

  1. ลาวมีเคื่องมืทันสะไหมคงสามาดบันเทากานแพ่ละบาดของอยาเสบติดได้มีปะสิดทิพาบ

    ReplyDelete