Ad

Ad

12 September 2014

ປກສ ເມືອງພິນມອບລົດຈັກ 14 ຄັນໃຫ້ເຈົ້າຂອງເດີມ



    ເມື່ອທ້າຍອາທິດຜ່ານມານີ້, ທ່ານພັນຕີ ຄຳສະໄໝ ສິດທິຊົນ ຮອງຫົວໜ້າກອງ ບັນຊາການ ປກສ ເມືອງພີນ ແຂວງສະ ຫວັນນະເຂດ ໄດ້ມອບລົດຈັກຈຳນວນ 14 ຄັນຄືນໃຫ້ເຈົ້າຂອງເດີມ, ພາຍຫລັງກຳລັງເຈົ້າໜ້າທີ່ໄດ້ ມ້າງຂະບວນການລັກລົດ ໂຕອັນຕະລາຍພາຍໃນເມືອງດັ່ງກ່າວ ເມື່ອຕົ້ນປີນີ້, ຊຶ່ງມີຜູ້ຕ້ອງຫາຄື ທ້າວ ດອນ ອາຍຸ 32 ປີ, ຢູ່ບ້ານ ພິນ, ທ້າວ ໂກກ ອາຍຸ 22 ປີ, ທ້າວ ກິແດງ ອາຍຸ 23 ປີ, ຢູ່ບ້ານ ປະສົມໄຊ, ທ້າວ ເກສອນ ອາຍຸ 24 ປີ, ທ້າວ ຈ່ອຍ ອາຍຸ 19 ປີຢູ່ ບ້ານເວີນຫົງຄຳ ແລະ ທ້າວ ວິ ຊານ ອາຍຸ 25 ປີຢູ່ບ້ານສີບຸນ ເຮືອງ ເມືອງພີນ ແຂວງສະ ຫວັນນະເຂດ, ພ້ອມຂອງກາງ ລົດຈັກທີ່ພວກເຂົາລັກມາໄດ້ 26 ຄັນ, ຈຶ່ງໄດ້ແຈ້ງ ໃຫ້ຜູ້ເປັນເຈົ້າ ຂອງລົດນຳເອກກະສານມາຢັ້ງຢືນພົວພັນເອົາລົດຂອງຕົນຄືນ, ສ່ວນລົດທີ່ຍັງເຫລືອແມ່ນຈະສືບລໍຖ້າໃຫ້ເຈົ້າ ຂອງນຳເອກກະສານລົດມາພົວພັນເອົາເຊັ່ນກັນ.


No comments:

Post a Comment