Ad

Ad

11 September 2014

ຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ລົງພົບປະໂອ້ລົມພະນັກງານການນຳແຂວງວຽງຈັນ



     ໃນວັນທີ 9 ກັນຍານີ້, ຢູ່ຫ້ອງວ່າການແຂວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ໄດ້ໃຫ້ ກຽດພົບປະໂອ້ລົມພະນັກງານ ການນຳ, ພະນັກງານຫລັກ ແຫລ່ງ, ທະຫານ- ຕຳ ຫລວດ ແຂວງວຽງຈັນ ໂດຍມີຜູ້ເຂົ້າ ຮ່ວມ 200 ກວ່າຄົນ.
     ໃນໂອກາດດັ່ງກ່າວ, ຮອງນາ ຍົກ ໄດ້ຮັບຟັງການລາຍງານສະ ພາບການພັດທະ ນາເສດຖະກິດ- ສັງຄົມ ຈາກເຈົ້າແຂວງ ວຽງຈັນ ໂດຍຫຍໍ້ວ່າ: ແຂວງສາມາດຮັບ ປະກັນສະຖຽນລະພາບທາງການ ເມືອງ, ສັງຄົມມີຄວາມສະຫງົບ ປອດໄພ, ເສດ ຖະກິດມີການພັດ ທະນາ, ຊີວິດການເປັນຢູ່ຂອງປະ ຊາຊົນດີຂຶ້ນເທື່ອລະກ້າວ. ປັດຈຸບັນ ໄດ້ສຳເລັດການອອກແບບ ຕົວ ເມືອງໃໝ່ ແລະ ພວມສຸມໃສ່ກໍ່ສ້າງໂຄງລ່າງພື້ນຖານຕຶກອາຄານ ແລະ ຖະໜົນຫົນ ທາງເພື່ອເຮັດໃຫ້ແຂວງມີໃບໜ້າອັນໃໝ່ ສາມາດດຶງດູດນັກທ່ອງທ່ຽວ, ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໃຫ້ຫລາຍຂຶ້ນເພື່ອສາມາດຫລຸດພົ້ນອອກ ຈາກຄວາມດ້ອຍພັດທະນາໄດ້.

     ໃນໂອກາດອັນສຳຄັນນີ້, ຮອງນາຍົກກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ແຂວງຍາດ ມາໄດ້ ແລະ ທ່ານໄດ້ແຈ້ງສະ ພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນທີ່ພວມເຄັ່ງຮ້ອນຈຳ ນວນໜຶ່ງທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ແລະ ການພັດ ທະນາ ຂອງ ສປປ ລາວເຮົາ ໂດຍກົງ ເພື່ອໃຫ້ກຳໄດ້ທາດແທ້ຂອງບັນຫາ ແລະ ມີຄວາມເປັນເອກະພາບກັນກ່ຽວກັບບັນ ຫາຕ່າງໆ. ຮອງນາຍົກ ຍັງໄດ້ເນັ້ນເຖິງການ ກະກຽມຄວາມພ້ອມ ເພື່ອເຂົ້າ ເປັນປະຊາຄົມເສດຖະກິດອາ ຊຽນ ໃນປີ 2015 ເຊິ່ງຈະຊ່ວຍ ເປີດໂອກາດອັນດີໃຫ້ແກ່ ສປປ ລາວ ໃນການມີບົດບາດສຳຄັນ ໃນເວທີສາກົນຫລາຍຂຶ້ນ ລວມ ທັງການສ້າງ ຄວາມໝັ້ນໃຈໃຫ້ ແກ່ນັກລົງທຶນຕ່າງປະເທດ. ໃນ ການລວມກຸ່ມທາງເສດຖະກິດ ຂອງອາຊຽນຈະເຮັດໃຫ້ມີຄວາມ ເຂັ້ມ ແຂງໃນການຈຳກັດອຸປະສັກ ທາງການຄ້າ, ການລົງທຶນ ແລະ ມີໂຄງສ້າງພື້ນຖານທີ່ຈຳເປັນ ເພື່ອສະໜັບສະໜູນການເປີດເສລີ ການຄ້າທີ່ນຳໄປສູ່ການພັດທະນາ ແລະ ມີສະຖຽນລະພາບທາງເສດ ຖະກິດຂອງອາຊຽນ ກໍຄື ສປປ ລາວ ເຊິ່ງທັງໝົດນັ້ນຈະ ນຳເອົາ ເສດຖະກິດຂອງ ສປປ ລາວ ເຊື່ອມໂຍງກັບພາກພື້ນ ແລະ ສາ ກົນເທື່ອລະກ້າວ, ທັງເປັນການ ດຶງດູດການລົງທຶນ ຂອງຕ່າງປະ ເທດ ແລະ ນັກທ່ອງທ່ຽວເຂົ້າມາ ລາວໃຫ້ຫລາຍຂຶ້ນ. ຮອງນາຍົກ ເວົ້າວ່າ: ມາຮອດປັດຈຸບັນ, ການ ກະກຽມ ຄວາມພ້ອມຂອງ ສປປ ລາວ ເຂົ້າເປັນປະຊາຄົມເສດຖະ ກິດອາຊຽນ ໃນປີ 2015 ໂດຍອີງ ຕາມແຜນແມ່ບົດການສ້າງປະຊາ ຄົມເສດຖະກິດອາຊຽນ (AEC Blueprint) ສປປ ລາວ ຈະຕ້ອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນ ດາມາດຕະການຕ່າງໆ ຈຳນວນ 502 ລາຍການ, ປັດຈຸບັນສາມາດ ຈັດຕັ້ງສຳເລັດແລ້ວ ຈຳນວນ 329 ລາຍການ, ພວມຈັດຕັ້ງປະຕິ ບັດ ຈຳນວນ 74 ລາຍການ ແລະ ຍັງເຫລືອ 99 ລາຍການ ທີ່ປະ ເທດເຮົາຈະຕ້ອງໄດ້ສືບຕໍ່ຈັດຕັ້ງ ປະຕິບັດບັນດາມາດຕະການ ຕ່າງໆທີ່ ຍັງເຫລືອໃຫ້ສຳເລັດ ພາຍໃນປີ 2015 ແລະ ເພື່ອຮັບມື ກັບສິ່ງທ້າທາຍໃນການກ້າວເຂົ້າ ປະຊາຄົມເສດຖະກິດອາຊຽນ ໃນ ປີ 2015 ສປປ ລາວ ຕ້ອງສຸມໃສ່ ປະຕິບັດ 5 ໜ້າວຽກຕົ້ນຕໍຄື 1. ຈັດຕັ້ງເຜີຍແຜ່ໃຫ້ບັນດາກະຊວງ, ຂະແໜງການ, ແຂວງ, ນະຄອນ ຫລວງ, ບັນດາສະຖາບັນການ ສຶກສາ, ຈັດການສຳມະນາຮ່ວມ ກັບພາກທຸລະກິດ ແລະ ໂຄສະນາ ເຜີຍແຜ່ຜ່ານ ສື່ຕ່າງໆ. 2. ສ້າງກົນ ໄກ ແລະ ປັບປຸງລະບົບປະສານ ງານ ລະຫວ່າງຂະແໜງການ ແລະ ທ້ອງຖິ່ນ. 3. ຄົ້ນຄວ້າໂຄງ ການຜະ ລິດສິນຄ້າ, ລາຍການສິນ ຄ້າ ແລະ ລະບົບການບໍລິການທີ່ ຕິດພັນກັບທ່າແຮງຂອງປະເທດ ເຮົາ ເພື່ອສາມາດຄ້າຂາຍ ແລະ ແຂ່ງຂັນໃນຕະຫລາດອາຊຽນ. 4. ບູລະນະນິຕິກຳ ແລະ ລະບຽບ ການຕ່າງໆ ສຳລັບການສ້າງຕັ້ງ ແລະ ດຳເນີນທຸລະກິດ ເພື່ອໃຫ້ ພາກທຸລະກິດປັບປຸງໂຕເອງ ແລະ ເພີ່ມຄວາມສາມາດໃນການແຂ່ງ ຂັນ. 5. ສືບຕໍ່ຍົກລະດັບຄວາມຮູ້ ຂອງບຸກຄະລາ ກອນ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີ ຄວາມຮູ້ຄວາມສາມາດເທົ່າທຽມ ກັບບັນດາປະເທດສະມາຊິກອາ ຊຽນ.
      ໃນຕອນທ້າຍຂອງກອງປະ ຊຸມ, ຮອງນາຍົກ ຍັງໄດ້ເນັ້ນໃຫ້ ບັນດາການນຳ ແລະ ພະນັກງານ ທຸກທົ່ວໜ້າຈົ່ງເຊີດຊູ ຄວາມຮັບ ຜິດຊອບ ແລະ ມີສະຕິຕື່ນຕົວສະ ດຸ້ງໄວຕໍ່ເຫດການໃນທ່າມກາງ ສະພາບສາກົນທີ່ພວມຜັນແປ ຢ່າງໄວວາ ແລະ ສັບສົນ ເພື່ອສືບ ຕໍ່ກຽມຄວາມພ້ອມຂອງບັນດາ ຂະແໜງການພວກເຮົາ; ຕ້ອງ ເພີ່ມທະວີການເຜີຍແຜ່ສິ່ງທີ່ຄວນ ຮູ້ ເພື່ອ ຄວາມເຂົ້າໃຈໃຫ້ພາກທຸ ລະກິດ ແລະ ປະຊາຊົນທົ່ວໄປ ເຫັນໄດ້ກ່ຽວກັບການສ້າງປະຊາ ຄົມເສດຖະກິດອາຊຽນ, ຮູ້ເຖິງ ກາລະໂອກາດ ແລະ ສິ່ງທ້າທາຍ ຕ່າງໆ; ແຂວງຕ້ອງເອົາໃຈໃສ່ ປັບປຸງພື້ນຖານໂຄງລ່າງ, ສ້າງ ສະພາບແວດລ້ອມທີ່ອຳນວຍ, ປັບປຸງການບໍລິຫານລັດ ເພື່ອເພີ່ມ ທະວີການດຶງດູດການລົງທຶນ ແລະ ນັກທ່ອງທ່ຽວຈາກຕ່າງປະ ເທດ; ແຂວງຄວນໃຊ້ທ່າ ແຮງບົ່ມຊ້ອນທີ່ແຂວງມີໃຫ້ເກີດຜົນປະ ໂຫຍດສູງສຸດ ເພື່ອຮອງຮັບການ ເຂົ້າເປັນປະຊາຄົມເສດຖະກິດອາ ຊຽນ ໃນທ້າຍປີ 2015.

No comments:

Post a Comment