Ad

Ad

11 September 2014

ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ສຳເລັດການຢ້ຽມຢາມ ສປ ຈີນ

      ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳເສດ ຖະກິດການຜະລິດ ແລະ ການຈໍລະຈອນ ແລະ ຄະນະ ໄດ້ ສຳເລັດການເຂົ້າຮ່ວມ ການວາງ ສະແດງສາກົນ ຄັ້ງທີ 18 ແລະ ກອງປະຊຸມເສວະນາສາກົນດ້ານ ການລົ ງທຶນ ແລະ ການຄ້າ ປີ 2014 ຢູ່ນະຄອນເຊຍເມິນ ແຂວງ ຟູຈ້ຽນ ສປ ຈີນ ຕາມ ຄຳເຊີນ ຂອງທ່ານ ຊູ ຊູ ລິນ ເຈົ້າແຂວງຟູ ຈ້ຽນ ສປ ຈີນ ໂດຍມີຜູ້ເຂົ້າຮ່ວມ ທີ່ມາ ຈາກ 110 ປະເທດ ແລະ ເຂດແຄວ້ນ ພ້ອມອົງການຈັດຕັ້ງ ສາກົນຈຳນວນໜຶ່ງເຊັ່ນ: UNIDO, IFC.
      ກອງປະຊຸມດັ່ງກ່າວຈັດຂຶ້ນ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ປະສົບການກ່ຽວກັບການ ພັດທະນານິຄົມເສດຖະກິດ ເພື່ອ ແນໃສ່ຊຸກຍູ້ການພັດທະນາເສດ ຖະກິດຂອງປະເທດຕ່າງໆໃຫ້ໄວ ແລະ ໄດ້ຮັບໝາກຜົນຫລາຍກວ່າ ເກົ່າ ແລະ ແນໃສ່ ສົ່ງເສີມການພົວພັນຮ່ວມມື, ການລົງທຶນ ແລະ ການຄ້າລະຫວ່າງແຂວງຟູຈ້ຽນ ກັບຕ່າງປະເທດ. ໃນໂອກາດນີ້, ທ່ານ ສົມສະ ຫວາດ ເລັ່ງສະຫວັດ ໄດ້ມີຄຳເຫັນຕໍ່ກອງປະຊຸມຮ່ວມ ກັບຮອງນາຍົກລັດຖະມົນຕີ ວັງ ຢາງ ຂອງ ສປ ຈີນ ເຊິ່ງທ່ານໄດ້ ກ່າວ ຍ້ອງຍໍຊົມເຊີຍແຂວງຟູຈ້ຽນ ທີ່ໄດ້ຮັບຜົນສຳເລັດອັນໃຫຍ່ ຫລວງໃນການຈັດຕັ້ງປະຕິບັດ ນະໂຍບາຍປະຕິຮູບ ແລະ ການ
ເປີດປະຕູສູ່ໂລກພາຍນອກພຽງ ໄລຍະ 30 ກວ່າປີມານີ້, ແຕ່ໄດ້ ເຮັດໃຫ້ເສດຖະກິດຂອງແຂວງມີ ການເຕີບໃຫຍ່ຂະຫຍາຍ ຕົວຢ່າງ ວ່ອງໄວຢູ່ໃນແຖວໜ້າຂອງ ສປ ຈີນ ໂດຍມີລາຍຮັບສະເລ່ຍຕໍ່ຫົວ ຄົນຫລາຍເຖິງ 10.000 ໂດລາສະ ຫະລັດຕໍ່ປີ. ພ້ອມດຽວກັນນັ້ນ, ຮອງນາຍົກ ສົມສະຫວາດ ເລັ່ງ ສະຫວັດ ຍັງໄດ້ຍົກໃຫ້ເຫັນແນວ ທາງ ແລະ ຜົນສຳເລັດແຫ່ງການ ປ່ຽນ ແປງໃໝ່ທາງເສດຖະກິດ ແລະ ການເປີດກວ້າງການຮ່ວມ ມືກັບຕ່າງປະເທດຂອງ ສປປ ລາວ ຕະຫລອດໄລຍະ 20 ກວ່າປີ ຜ່ານມາ. ຮອງນາຍົກ ກໍໄດ້ຍົກ ໃຫ້ເຫັນເຖິງທ່າໄດ້ປຽບທາງທີ່ ຕັ້ງຂອງປະເທດທີ່ຢູ່ໃຈກາງຂອງ ອະນຸພາກພື້ນ, ການສ້າງ ສະພາບ ແວດລ້ອມທີ່ອຳນວຍແກ່ການລົງ ທຶນ, ການສ້າງເຂດເສດຖະກິດພິ ເສດ ແລະ ເຂດເສດຖະກິດສະ ເພາະທີ່ມີຫລາຍ ຮູບແບບຕ່າງ ກັນ, ພ້ອມທັງໄດ້ເນັ້ນເຖິງຄວາມ ສຳຄັນຂອງການເປັນຄູ່ຮ່ວມມື ຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະ ການກະກຽມສ້າງເຂດພັດທະນາ ເສດຖະກິດຊາຍແດນຮ່ວມກັນຢູ່ ຈຸດດ່ານບໍ່ເຕ່ນ ແຂວງຫລວງນ້ຳ ທາ ກັບຈຸດດ່ານບໍ່ຫານ ແຂວງ ຢຸນນານ ແລະ ເຂດພັດທະນາ ກວມລວມໄຊເສດຖາ ຢູ່ນະຄອນ ຫລວງວຽງຈັນ ກໍຄືການນຳໃຊ້ ເສັ້ນທາງ ຄຸນມິງ-ບາງກອກ ທີ່ ຜ່ານດິນລາວ ແລະ ໂຄງການ ເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງ ຖ້າສ້າງສຳເລັດຈະປະກອບສ່ວນ ສຳຄັນເຂົ້າໃນການເຊື່ອມໂຍງ ລະຫວ່າງ ລາວ ກັບ ຈີນ ແລະ ອາຊຽນ.
     ໃນໄລຍະຢູ່ຢ້ຽມຢາມເຊຍເມິນ ຄັ້ງນີ້, ຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ແລະ ຄະນະຍັງໄດ້ ໄປຢ້ຽມຢາມຫ້ອງ ການເຂດພັດທະນາເສດຖະກິດຢູ່ຮາຍຊາງ ເຊິ່ງມີຜົນສຳເລັດອັນໃຫຍ່ຫລວງ ໃນການປະຕິບັດນະໂຍບາຍສ້າງ ເຂດເສດຖະ ກິດພິເສດ ແລະ ຕົວ ເມືອງໃໝ່ທັນສະໄໝທີ່ເປັນມິດ ກັບສິ່ງແວດລ້ອມ; ຢ້ຽມຢາມ ໂຮງງານຜະລິດເກີບ ຟູກຸຍນຽວ ເຊິ່ງ ເປັນວິສາຫະກິດເອກະຊົນ ໃໝ່ທີ່ສຸດ ຢູ່ນະຄອນສວນໂຈວ ແລະ ພົບປະກັບທ່ານ ເຈິງ ຊິນຈົ່ງ ເຈົ້າຄອງນະຄອນສວນໂຈວ ເຊິ່ງ ທັງສອງຝ່າຍໄດ້ເຫັນດີເປັນເອກະ ພາບໃຫ້ມີການເສີມຂະຫຍາຍ ການໄປມາຫາສູ່ກັນ, ການສ້າງ ເມືອງແຮກສ່ຽວ, ການເປີດຖ້ຽວ ບິນໂດຍກົງ ແລະ ຊຸກຍູ້ການຮ່ວມ ມືດ້ານທຸລະກິດນຳກັນ ໂດຍຝ່າຍ ນະຄອນສວນໂຈວໃຫ້ຄວາມສົນ ໃຈຕໍ່ການຮ່ວມມືດ້ານກະສິກຳ ເປັນຕົ້ນການປູກເຂົ້າ ແລະ ພືດ ຜັກປອດສານພິດ ເພື່ອສົ່ງປ້ອນ ຕະຫລາດ ຢູ່ແຂວງຟູຈ້ຽນ ກໍຄືຄວາມອາດສາມາດໃນການພັດ ທະນາເຂດເສດຖະກິດຮ່ວມກັນຢູ່ ສປປ ລາວ ເຊິ່ງແຂວງຟູຈ້ຽນມີ ບົດຮຽນ ແລະ ປະ ສົບການສູງໃນ ດ້ານນີ້ ເພາະເປັນແຂວງໜຶ່ງທີ່ ທາງລັດຖະບານຈີນໄດ້ຄັດເລືອກ ໃຫ້ເປັນບ່ອນທົດລອງພັດທະນາ ເຂດ ເສດ ຖະກິດພິເສດຢູ່ທາງພາກ ຕາເວັນອອກຂອງປະເທດຈີນ, ພາຍຫລັງມີການດຳເນີນນະໂຍ ບາຍປະຕິຮູບ ແລະ ການເປີດປະ ຕູສູ່ພາຍນອກກ່ອນໜ້ານີ້ 30 ກວ່າປີ.

No comments:

Post a Comment