
ສຳລັບ ,ກອງປະຊຸມເຈົ້າໜ້າ ທີ່ອາວຸໂສອາຊຽນຄັ້ງທີ
9, ອາ ຊຽນ+3 ຄັ້ງທີ 5 ແລະ ອາຊຽນ ໃນກອບອີເອເອັສຄັ້ງທີ 3 ຕະ ຫລອດສອງວັນຜ່ານມານີ້, ແມ່ນໄດ້ຮັບຟັງການສະຫລຸບ
ລາຍງານຜົນການຈັດຕັ້ງປະຕິ ບັດວຽກງານການຮ່ວມມືດ້ານ ການສຶກສາ 5 ປີ (2011-2015) ຂອງບັນດາປະເທດສະມາຊິກອາຊຽນ,
ອາຊຽນ+3 ແລະ ອາຊຽນ ໃນກອບ (EAS) ແຕ່ປີ 2010 - 2017, ໂດຍສະເພາະແມ່ນຍົກໃຫ້ ເຫັນບັນດາຜົນສຳເລັດ,
ສິ່ງ ຄ້າງຄາ ແລະ ວຽກງານທີ່ຈະ ຕ້ອງໄດ້ສືບຕໍ່ຈັດຕັ້ງປະ ຕິບັດ ຮ່ວມກັນໃນຕໍ່ໜ້າ, ນອກຈາກນີ້,
ໄດ້ພິຈາລະນາຄົ້ນຄວ້າວິໄສທັດຂອງວຽກງານການສຶກສາພາຍຫລັງ 2015 ແລະ ຄົ້ນ ຄວ້າ 8 ເນື້ອໃນວຽກງານການສຶກສາ
ເພື່ອເປັນບ່ອນອິງໃນການວາງ ແຜນຮ່ວມມື 5 ປີ (2016- 2020) ຂອງບັນດາປະເທດ ອາຊຽນ, ອາຊຽນ+
3 ແລະ ອາຊຽນ ໃນ ກອບ EAS, ເຊິ່ງໄດ້ຕົກລົງເປັນ ເອກກະພາບສ້າງໜ່ວຍສະເພາະກິດໃນການຄົ້ນ ຄວ້າກ່ຽວກັບວິທີການ,
ມາດຕະການ ແລະ ກົນໄກ ຂອງແຜນຮ່ວມມືດັ່ງກ່າວໃຫ້ມີ ການເຊື່ອມໂຍງ ແລະ ສາມາດ ພ້ອມກັນ ຈັດຕັ້ງປະຕິບັດໃຫ້ມີຄວາມສອດຄ່ອງ
ແລະ ປາກົດຜົນເປັນຈິງໃນຕໍ່ໜ້າ.
ໃນໂອກາດນີ້, ເຈົ້າໜ້າທີ່ອາ ວຸໂສສຶກສາບັນດາປະເທດສະມາຊິກອາຊຽນ,
ຕ່າງກໍສະແດງ ຄວາມຂອບໃຈ ແລະ ຕີລາຄາ ສູງຕໍ່ລັດຖະບານ ສປ ຈີນ, ສ.ເກົາ ຫລີ, ຍີ່ປຸ່ນ ແລະ
ບັນດາປະເທດ ໃນກອບ (EAS) ທີ່ໄດ້ໃຫ້ການ ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫລືອໃນວຽກງານສຶກສາຫລາຍດ້ານຂອງບັນດາປະເທດອາຊຽນຕະ
ຫລອດມາ ເປັນຕົ້ນ: ການແລກ ປ່ຽນຂໍ້ມູນຂ່າວ ສານດ້ານການສຶກສາ, ການຈັດສັນທຶນການ ສຶກສາລະຫວ່າງປະເທດທັງໄລ
ຍະສັ້ນ ແລະ ໄລຍະຍາວ ລວມ ເຖິງການຊ່ວຍ ເຫລືອກໍ່ສ້າງພື້ນຖານໂຄງລ່າງໃນຂົງເຂດວຽກ ງານການສຶກສາ,
ອັນໄດ້ເຮັດ ໃຫ້ຊັບພະຍາກອນມະນຸດໃນ ຫລາຍຂະແໜງ ການຢູ່ບັນດາປະເທດອາຊຽນໄດ້ຮັບການພັດທະນາຍົກລະດັບທາງດ້ານຄວາມຮູ້ຄວາມສາມາດ,
ມີພື້ນຖານເຕັກນິກ-ວິທະ ຍາສາດໃໝ່ ແລະ ສາ ມາດເຊື່ອມໂຍງກັນເພື່ອກ້າວສູ່ ການເປັນປະຊາຄົມອາຊຽນເທື່ອລະກ້າວ
ແລະ ການຮ່ວມມືຂອງ ພາກພື້ນ.
No comments:
Post a Comment