Ad

Ad

14 February 2017

ເຈົ້າໜ້າທີ່ໄທຈັບຂະບວນການຄ້າຢາເສບຕິດຂ້າມຊາດ 3 ຄົນ

          ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຕຳຫລວດ ແລະ ທະຫານຂອງໄທ ໄດ້ຮ່ວມກັນຈັບຂະບວນການຄ້າຢາເສບຕິດຂ້າມຊາດ, ຜ່ານຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານ, ໄດ້ 3 ຄົນ ແລະ ຂອງກາງເປັນຢາບ້າ 50 ພັນເມັດ.
          ຜູ້ສື່ຂ່າວໂທລະພາບໄທລັດ ໃຫ້ຮູ້ວ່າ: ຢາບ້າ 25 ຖົງ, ທີ່ບັນຈຸໃນກະເປົາສີດຳ 2 ໜ່ວຍ ລວມກວ່າ 50 ພັນເມັດ, ຊຶ່ງເປັນຂອງກາງທີ່ເຈົ້າໜ້າທີ່ຕຳຫລວດ ແລະ ທະຫານກວດຄົນເຂົ້າເມືອງຈັງຫວັດມຸກດາຫານຢຶດໄດ້, ພ້ອມກັບ ຜູ້ຕ້ອງຫາເປັນຄົນລາວ 3 ຄົນຄື: ນາງ ຍົງ, ອາຍຸ 49 ປີ, ນາງ ນີ, ອາຍຸ 31 ປີ ແລະ ນາງ ສຸພາວັນ ອາຍຸ 19 ປີ.
ກ່ອນໜ້ານີ້ ເຈົ້າໜ້າທີ່ໄດ້ຕິດຕາມລົດກະບະ ຍີ່ຫໍ້ ຟອດ, ສີປອນເງິນ, ໝາຍເລກທະ ບຽນ ກຄ 6091 ສະຫວັນນະເຂດ, ພາຍຫລັງສືບຮູ້ວ່າຈະມີການຂົນຢາເສບຕິດຜ່ານດ່ານຂົວມິດຕະພາບ ສະຫວັນນະເຂດ-ມຸກດາຫານ, ໂດຍມີນາງ ສຸພາວັນ ຂັບລົດເຂົ້າໄປຈອດຢູ່ດ່ານ ເພື່ອແຈ້ງເອກະສານເດີນທາງເຂົ້າໄທ ແລະ ສັງເກດເຫັນວ່າຜູ້ກ່ຽວມີພຶດຕິກຳຊວນໃຫ້ສົງໄສ, ກ່ອນຈະຂັບລົດໄປຈອດຢູ່ຫ້າງ ເທສໂກ້ໂລຕັດ ສາຂາມຸກດາຫານ, ຈາກນັ້ນ ມີຜູ້ຍິງ 2 ຄົນ ໄປຮັບເອົາກະເປົາສີດຳ 2 ໜ່ວຍຈາກລົດຄັນດັ່ງກ່າວ, ເຈົ້າໜ້າທີ່ຈຶ່ງສະແດງໂຕເຂົ້າກວດຄົ້ນ ແລະ ກັກຕົວໄວ້ເພື່ອດຳເນີນຄະດີ.

          ຜູ້ຕ້ອງຫາຮັບສາລະພາບວ່າ: ໄດ້ຮັບຄ່າຈ້າງຄົນລະ 5 ພັນບາດຈາກນາງ ສຸພາວັນ ໃຫ້ນັ່ງລົດໂດຍ ສານລະຫວ່າງປະເທດມາຈາກລາວ ເຂົ້າມາຮອດໄທແລ້ວແມ່ນໃຫ້ໄປຮັບຢາບ້າດັ່ງກ່າວ ແລ້ວຂຶ້ນລົດຕໍ່ທີ່ສະຖານທີ່ຂົນສົ່ງມຸກດາຫານ, ເພື່ອນຳເອົາຢາເສບຕິດດັ່ງກ່າວໄປສົ່ງໃຫ້ລູກຄ້າໃນກຸງເທບມະຫານະຄອນ. ປັດຈຸບັນເຈົ້າໜ້າທີ່ໄທ ພວມເລັ່ງຂະຫຍາຍຜົນ ເພື່ອຈັບກຸມຜູ້ຮ່ວມຂະບວນການລາຍອື່ນໆໃນໄທຕື່ມອີກ ເພື່ອນຳໂຕມາດຳເນີນຄະດີຕາມກົດໝາຍ.

No comments:

Post a Comment