Ad

Ad

13 February 2017

ລາວ-ຫວຽດນາມລົງນາມເອກະສານສໍາຄັນ 4 ສະບັບ

          ກອງປະຊຸມຄັ້ງທີ 39 ຂອງຄະນະກໍາມະການຮ່ວມມືລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ທີ່ຈັດຂຶ້ນແຕ່ວັນທີ 5-8 ກຸມພານີ້ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດ ນາມ, ໂດຍການເປັນປະທານຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ອັດລົງດ້ວຍຜົນສໍາເລັດຈົບງາມ, ພ້ອມນີ້, ທ່ານນາຍົກລັດຖະມົນຕີທັງສອງຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານພິທີລົງນາມເອກະສານສໍາຄັນ
ຈໍານວນ 4 ສະບັບຄື: (1) ບົດບັນທຶກກອງປະຊຸມຄັ້ງທີ 39. (2) ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈໍາປີ 2017. (3) ແຜນການຮ່ວມມືປະຈໍາປີ 2017 ລະຫວ່າງກະຊວງສຶກສາທິການ ແລະ ກິລາລາວ ແລະ ກະຊວງສຶກສາ-ກໍ່ສ້າງຫວຽດນາມ ແລະ (4) ບົດບັນທຶກການຕົກລົງສ້າງຕັ້ງບໍລິສັດຮ່ວມທຸລະກິດລົງທຶນໂຄງການສາຍສົ່ງໄຟຟ້າ 500 ກິໂລວັດ (KV) ຈາກລາວຫາຫວຽດນາມລະຫວ່າງກຸ່ມບໍລິສັດພົງຊັບທະວີ ແລະ ບໍລິສັດຮຸ້ນສ່ວນພັດທະນາໄຟຟ້າ ແລະ ພື້ນຖານໂຄ່ງລ່າງຮ່າໂນ້ຍ-ວຽງຈັນ, ນອກຈາກນີ້ທ່ານນາຍົກ ລັດຖະມົນຕີທັງສອງຍັງໄດ້ປະດັບຫລຽນໄຊໃຫ້ແກ່ບຸກຄົນ ແລະ ລວມໝູ່ທີ່ມີຜົນງານເດັ່ນໃນກາປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດລາວ-ຫວຽດນາມໃນໄລຍະ 2011-2015 ກໍຄືການ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວຫວຽດນາມໃຫ້ຂະ ຫຍາຍຕົວຍິ່ງຂຶ້ນ. 
           ສໍາລັບກອງປະຊຸມຂອງຄະນະກໍາມະການຮ່ວມມືລາວ-ຫວຽດນາມຄັ້ງທີ 39 ນີ້, ສອງຝ່າຍມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ 2 ປະເທດຈະມີຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກວິການເສດຖະກິດ-ການເງິນໂລກ, ແຕ່ການພົວພັນຮ່ວມມືລະຫວ່າງສອງຝ່າຍນັບມື້ໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຊຶ່ງສະແດງອອກໃຫ້ເຫັນໃນປີ 2016 ຜ່ານມາ, ສອງຝ່າຍໄດ້ປະສານສົມທົບກັນຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງປະເທດບັນລຸຜົນສໍາເລັດໃນຫລາຍດ້ານ, ການແລກປ່ຽນຢ້ຽມຢາມຖອດຖອນບົດຮຽນຊຶ່ງກັນ ແລະ ກັນລະຫວ່າງຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດໄດ້ດໍາເນີນໄປເປັນປົກກະຕິ, ການຮ່ວມມືພັດທະນາຊັບພະຍາກອນມະນຸດໄດ້ຮັບການປັບປຸງດ້ານຄຸນນະພາບ ແລະ ເປີດກວ້າງດ້ວຍຫລາຍຮູບການ, ຕອບສະໜອງໄດ້ຕາມຄວາມຕ້ອງການຂອງແຕ່ລະຝ່າຍ, ມາຮອດປັດຈຸບັນການລົງທຶນຂອງບັນດາວິສາຫະກິດຫວຽດນາມຢູ່ລາວມີ 408 ໂຄງການ, ໃນມູນຄ່າ 3,7 ຕື້ໂດລາສະຫະລັດ, ຈັດຢູ່ໃນອັນດັບ 3 ຂອງຕ່າງປະເທດທີ່ມາລົງທຶນຢູ່ລາວ, ໃນປີ 2016 ມູນຄ່າການຄ້າລະຫວ່າງສອງປະເທດບັນລຸໄດ້ 824 ລ້ານໂດລາສະຫະລັດ, ນອກຈາກນີ້ບັນດາກົນໄກ, ນະໂຍ ບາຍການຮ່ວມມືໄດ້ຮັບການພິຈາລະນາ, ປັບປຸງດັດແກ້ຢ່າງທັນການ, ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະປະເທດ ກໍຄືລະບຽບການສາກົນ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງສອງຝ່າຍໄດ້ເພີ່ມທະວີພົບປະແລກປ່ຽນບົດຮຽນ ແລະ ເປີດກວ້າງການຮ່ວມມືຊ່ວຍ ເຫລືອເຊິ່ງກັນ ແລະ ກັນຢ່າງແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນ, ອັນໄດ້ປະກອບ

ສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍປະສິດທິຜົນໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ແລະ ສໍາລັບແຜນການຮ່ວມມືໃນປີ 2017, ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ ແລະ ລັດຖະບານສອງປະເທດໃຫ້ປະກົດຜົນເປັນຈິງ, ໂດຍສະເພາະແມ່ນຈະຕ້ອງໄດ້ເອົາໃຈໃສ່ປະຕິບັດໂຄງການຍົກຍູງຄຸນນະພາບ ແລະ ປະສິດທິຜົນໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາ ກອນມະນຸດ, ຊອກຫາວິທີການ ແລະ ມາດຕະການເພື່ອເພີ່ມມູນຄ່າການຄ້າລະຫວ່າງສອງປະເທດໃຫ້ບັນລຸຕາມເປົ້າໝາຍວາງໄວ້, ມີມາດຕະການຊ່ວຍເຫລືອ, ແກ້ໄຂຂໍ້ຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດຫວຽດນາມທີ່ມາລົງທຶນຢູ່ລາວ ກໍຄືການແກ້ໄຂຢ່າງຂາດຕົວຕໍ່ບັນດາວິສາຫະກິດທີ່ບໍ່ປະຕິບັດຕາມລະບຽບກົດໝາຍຂອງສອງຝ່າຍ.

No comments:

Post a Comment